ທ່ານ ເຫຼັກໄຫຼ ສີວິໄລ ຖືກແຕ່ງຕັ້ງຮັບຜິດຊອບອີກຫຼາຍໜ້າວຽກໃຫຍ່ຂອງແຂວງເຊກອງ

486

ຜ່ານໄປບໍ່ດົນສໍາລັບການຮັບຮອງເອົາທ່ານ ເຫຼັກໄຫຼ ສີວິໄລ ຂຶ້ນເປັນເຈົ້າແຂວງໆເຊກອງ; ຫຼ້າສຸດໄດ້ມີການແບ່ງງານ-ແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X  ໂດຍມີມະຕິແຕ່ງຕັ້ງໃຫ້ຜູ້ກ່ຽວ ຮັບຜິດຊອບນໍາພາ-ຊີ້ນໍາວຽກງານຮອບດ້ານ, ລົງເລິກຊີ້ນໍາຂົງເຂດວຽກງານຕຸລາການ ແລະ ຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງແຂວງ.

ໃນຕອນເຊົ້າວັນທີ 28 ກັນຍາ 2020 ທີ່ຜ່ານມາໄດ້ມີພິທີປະກາດການຈັດຕັ້ງເປັນທາງການ ແລະແບ່ງງານ-ແບ່ງຄວາມຮັບຜິດຊອບຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X ຈໍານວນ 33 ສະຫາຍ,ຍິງ 5 ສະຫາຍ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງ ໃນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກແຂວງເຊກອງ ເມື່ອທ້າຍເດືອນກໍລະກົດຜ່ານມາ ໂດຍມີການນໍາຂັ້ນແຂວງ ແລະເມືອງເຂົ້າຮ່ວມ.

ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍຮັບຮອງເອົາຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ 10 ຈໍານວນ 33 ສະຫາຍ, ຍິງ 5 ສະຫາຍ ແລະມະຕິກອງປະຊຸມສາມັນຂອງຄະນະປະຈໍາພັກແຂວງ ສະໄໝທີ 10 ວ່າດ້ວຍການແບ່ງງານ-ແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກແຂວງເຊກອງ ໂດຍທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ຮັບຜິດຊອບນໍາພາ-ຊີ້ນໍາວຽກງານຮອບດ້ານ, ລົງເລິກຊີ້ນໍາຂົງເຂດວຽກງານຕຸລາການ ແລະຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງແຂວງ; ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ຊ່ວຍເລຂາພັກແຂວງ ຊີ້ນໍາຂົງເຂດວຽກງານການເມືອງແນວຄິດ ແລະວຽກງານພັກ-ພະນັກງານ; ສະຫາຍ ດົງເພັດ ພະຍົນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ; ທ່ານ ພັນເອກ ສົມໄຊ ພູລະຄໍາມະນີ ກຳມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ.

ແຕ່ງຕັ້ງ ທ່ານ ນາງ ບຸນຮຽງ ບຸນຈິດ ກຳມະການປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ; ທ່ານ ຂັນຕີ ສີລະວົງສາ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຊີ້ນໍາຂົງເຂດວຽກງານເສດຖະກິດ; ທ່ານ ຄໍາສອນ ກອນເຍີ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ການປົກຄອງ ແລະພົວພັນຕ່າງປະເທດ; ທ່ານ ບຸດຫຼາຍ ບຸດທິ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຊີ້ນໍາພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ຈົນກວ່າມີການປ່ຽນແປງ; ທ່ານ ປອ ສົມນິດ ສີລິບຸນລ້ຽງ ກຳມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ; ທ່ານ ແພງສີ ສີລາວີ ກຳມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ; ທ່ານ ພັນເອກ ທອງສີ ກຸນສະນະ ກຳມະການປະຈໍາພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ.

ນອກຈາກນີ້ ໃນພິທີຍັງໄດ້ມີການຍົກຍ້າຍ, ແຕ່ງຕັ້ງຫົວໜ້າບາງພະແນກການຈໍານວນໜຶ່ງ; ພ້ອມຈັດວາງພະນັກງານນໍາພາລະດັບຫົວໜ້າອົງການພັກ-ລັດຂັ້ນແຂວງນໍາອີກ.

ຂໍ້ມູນຈາກ: Media Laos