ບໍລິສັດ 3.500 ກວ່າແຫ່ງໃນອາເມຣິກາ ຟ້ອງຝ່າຍບໍລິຫານ ໂດນັນ ທຣຳ

117

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ 3.500 ກວ່າແຫ່ງ ຢູ່ໃນສະຫະລັດອາເມຣິກາໄດ້ຍື່ນຟ້ອງຝ່າຍບໍລິຫານຂອງປະທານາທິບໍດີ ໂດນັນ ທຣຳ ຈາກກໍລະນີເກັບພາສີທີ່ຜະລິດ ແລະ ນຳເຂົ້າຈາກ ສປ ຈີນ ກວ່າ 300 ຕື້ໂດລາສະຫະລັດ.

ບໍລິສັດເຫຼົ່ານີ້ໄດ້ຍື່ນເລື່ອງຕໍ່ສານການຄ້າລະຫວ່າງປະເທດຂອງສະຫະລັດ ໂດຍມຸ່ງເປົ້າໄປທີ່ ທ່ານ ໂຣເບີດ ໄລໄທເຊີ ເຈົ້າໜ້າທີ່ການຄ້າລະດັບສູງຂອງສະຫະລັດ, ກົມພາສີ – ອາກອນ ແລະ ໜ່ວຍງານປ້ອງກັນຊາຍແດນຂອງສະຫະລັດ ໃນຂໍ້ຫາດຳເນີນການຂັດຕໍ່ກົດໝາຍຈົນກາຍເປັນສົງຄາມການຄ້າ ລະຫວ່າງ ສະຫະລັດອາເມຣິກາ ກັບ ສປ ຈີນ.

ການດຳເນີນການດັ່ງກ່າວເປັນຄວາມທ້າທາຍຕໍ່ກົດໝາຍ ເຊິ່ງບໍລິສັດເຫຼົ່ານັ້ນໄດ້ໂຕ້ແຍ້ງວ່າຝ່າຍບໍລິຫານຂອງ ໂດນັນ ທຣຳ ຫຼົ້ມແຫຼວໃນການກຳນົດອັດຕາພາສີພາຍໃນໄລຍະເວລາ 12 ເດືອນ ແລະ ບໍ່ປະຕິບັດຕາມຂັ້ນຕອນຂອງການບໍລິຫານ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສິນຄ້ານຳເຂົ້າຈາກຈີນ ມູນຄ່າຫຼາຍພັນລ້ານໂດລາສະຫະລັດ ໂດຍຜູ້ນຳເຂົ້າກໍຄືບໍລິສັດຜູ້ຜະລິດຂອງສະຫະລັດ.