ສປປ ລາວ ວາງເປົ້າລົບລ້າງພະຍາດວໍ້ໃຫ້ໄດ້ ພາຍໃນປີ 2030

170

3 ປີຜ່ານມາ ສປປ ລາວ ໄດ້ມີການລະບາດຂອງພະຍາດວໍ້ໃນທຸກໆປີ ເນື່ອງຈາກມີການລ້ຽງໝາ, ແມວ ແບບປະປ່ອຍຕາມບ້ານ, ຕາມຖະໜົນ. ສ່ວນ ອັດຕາການສັກຢາປ້ອງກັນໃຫ້ສັດໃນ 4 ປີຜ່ານມາ ປະຕິບັດໄດ້ພຽງ 98.000 ໂຕຕໍ່ປີ ຖ້າທຽບໃສ່ຈຳນວນໝາ, ແມວ ທີ່ມີທັງໝົດກວມພຽງ 12%.

ໃນວັນທີ 28 ກັນຍາ 2020 ຜ່ານມາ ທີ່ສວນເຈົ້າຟ້າງຸ່ມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີສະຫຼອງວັນຕ້ານພະຍາດວໍ້ໂລກ ຄົບຮອບ 14 ປີ ໂດຍການເຂົ້າຮ່ວມທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ( ກປ ), ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ( ສທ ), ມີຜູ້ຕາງໜ້າຈາກອົງການອະນາໄມໂລກ, ອົງການອາຫານ ແລະ ການກະເສດປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຂວາງ ຄຳບຸນເຮືອງ ກ່າວວ່າ: ວັນຕ້ານພະຍາດວໍ້ໂລກ ແມ່ນໄດ້ກໍານົດເອົາວັນທີ 28 ກັນຍາ ແຕ່ 2007 ເປັນຕົ້ນມາ ເຊິ່ງໄດ້ມີການຈັດຕັ້ງປະຕິບັດກັນໃນທົ່ວໂລກ ແລະ ໃນ ສປປ ລາວ ການສະຫຼອງວັນດັ່ງກ່າວແມ່ນໄດ້ປະຕິບັດມາເປັນປະຈຳທຸກໆປີ ໂດຍໄດ້ຜັດປ່ຽນກັນເປັນເຈົ້າພາບຈັດລະຫວ່າງ 2 ກະຊວງ ຄື: ກະຊວງ ກປ ແລະ ກະຊວງ ສທ ພາຍໃຕ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນດ້ານວິຊາການ, ງົບປະມານຈາກອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນອົງການອາຫານ ແລະ ການກະເສດ, ອົງການອະນາໄມໂລກ, ອົງການສຸຂະພາບສັດສາກົນ ແລະ ຄູ່ຮ່ວມມືອື່ນໆ.

ການສະຫຼອງໃນປີນີ້ ພາຍໃຕ້ຄຳຂວັນ “ ຮ່ວມມືຮ່ວມໃຈ ຕ້ານພະຍາດວໍ້ ດ້ວຍການສັກຢາກັນວໍ້ ” ເຊິ່ງພາຍໃນງານໄດ້ມີການຈັດຫຼາຍກິດຈະກຳ ເຊັ່ນ: ການປະກອບຄຳເຫັນຂອງຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ, ມີການຖາມ – ຕອບຄວາມຮູ້ກ່ຽວກັບພະຍາດວໍ້ ພ້ອມທັງໃຫ້ບໍລິການສັກຢາກັນພະຍາດວໍ້ ໃຫ້ຜູ້ທີ່ສົນໃຈມາໃຊ້ບໍລິການໂດຍບໍ່ເສຍຄ່າ ເຊິ່ງໄດ້ກະກຽມຢາ ຈຳນວນ 2.000 ເຂັມ.

ພະຍາດວໍ້ເປັນພະຍາດຕິດຕໍ່ຈາກສັດສູ່ຄົນ ເປັນພະຍາດໜຶ່ງທີ່ຮ້າຍແຮງບໍ່ວ່າຄົນ ຫຼື ສັດ ຖ້າເປັນພະຍາດວໍ້ແລ້ວຈະບໍ່ສາມາດປິ່ນປົວໃຫ້ເຊົາດີໄດ້ ແຕ່ສາມາດປ້ອງກັນໄດ້ ດ້ວຍການສັກຢາກັນໃຫ້ສັດລ້ຽງ ໂດຍສະເພາະສັດລ້ຽງປະຈໍາບ້ານປະເພດໝາ ແລະ ແມວ.

ໃນ 3 ປີຜ່ານມາ ສປປ ລາວ ແມ່ນໄດ້ມີການລະບາດຂອງພະຍາດວໍ້ໃນທຸກໆປີ ເຊິ່ງມີການກວດພົບເຊື້ອພະຍາດວໍ້ຈາກຫຼາຍແຂວງທີ່ມີການລາຍງານ ເປັນຕົ້ນ: ແຂວງຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ເຊກອງ,ຈຳປາສັກ ແລະ ແຂວງອັດຕະປື. ສາເຫດຕົ້ນຕໍທີ່ພະຍາດວໍ້ຍັງມີການລະບາດ ຍ້ອນວ່າການລ້ຽງໝາ, ແມວ ຍັງເປັນການລ້ຽງແບບປະປ່ອຍຕາມບ້ານ ແລະ ຕາມຖະໜົນເປັນສ່ວນຫຼາຍ, ອັດຕາການສັກຢາປ້ອງກັນໃນໄລຍະ 4 ປີ ຜ່ານມາສາມາດປະຕິບັດໄດ້ພຽງ 98.000 ໂຕຕໍ່ປີ, ຖ້າທຽບກັບສະຖິຕິໝາ ແລະ ແມວ ທັງໝົດ 827.766 ໂຕ ກວມເອົາປະມານ 12% ເທົ່ານັ້ນ ເຊິ່ງເຫັນວ່າຍັງຕໍ່າຫຼາຍ.

ທ່ານ ນາງ ວິໄລພອນ ວໍລະພອນ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງ ກປ ກ່າວວ່າ: ປັດຈຸບັນ ກະຊວງ ກປ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງ ໄດ້ຮ່ວມມືກັບຂະແໜງສາທາລະນະສຸກ ກໍຄືກົມຄວບຄຸມພະຍາດຕິດຕໍ່ ພ້ອມກັນພັດທະນາແຜນຍຸດທະສາດ ປ້ອງກັນ ແລະ ຄວບຄຸມພະຍາດວໍ້ ເຮັດແນວໃດ ໃນປີ 2030 ສປປ ລາວ ຈະບໍ່ມີຄົນເສຍຊີວິດຍ້ອນ ຖືກໝາວໍ້ກັດ ຫຼື ລົບລ້າງພະຍາດວໍ້ໃຫ້ສຳເລັດ.

ສະນັ້ນ, ເພື່ອເຮັດໃຫ້ການຄວບຄຸມພະຍາດວໍ້ ບັນລຸຕາມເປົ້າໝາຍທີ່ວາງໄວ້ນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ມີການຮ່ວມມືຈາກ ທຸກພາກສ່ວນ, ທຸກລະດັບ ທັງອໍານາດການປົກຄອງ, ຊຸມຊົນຕະຫຼອດຮອດບຸກຄົນ; ສິ່ງສໍາຄັນທີ່ສຸດຕ້ອງໃຫ້ທຸກຄົນມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນການສະກັດກັ້ນການແຜ່ລະຂອງພະຍາດວໍ້, ຮູ້ຈັກວິທີປະຕິບັດປ້ອງກັນຕົນເອງ ແລະ ປ້ອງກັນໝາ – ແມວຂອງຕົນຢ່າງຖືກຕ້ອງ ໂດຍໃຫ້ກວດຄືນເບິ່ງວ່າສັດລ້ຽງປະຈໍາເຮືອນຂອງທ່ານໄດ້ຮັບການເອົາໃຈໃສ່ເບິ່ງແຍງຢ່າງຖືກຕ້ອງແລ້ວບໍ່, ໄດ້ສັກຢາກັນພະຍາດຄົບຖ້ວນແລ້ວ ຫຼື ຍັງ.