Monthly Archives: September, 2020

ເບິ່ງຂ້າມບໍ່ໄດ້ອີກແລ້ວ ໄຂ້ຍຸງລາຍ ພາກຊີວິດລວມ 11 ຄົນ, ຜູ້ຕິດເຊື້ອໃກ້ 6000 ກໍລະນີ

ໃນຊ່ວງລະດູຝົນແບບນີ້ປະຊາຊົນຄວນລະມັດລະວັງ ຢ່າປ່ອຍໃຫ້ຕົນເອງ ແລະ ຄົນທີ່ທ່ານຮັກ ຖືກຍຸງລາຍກັດເດັດຂາດ ບໍ່ດັ່ງນັ້ນອາດຈະເຮັດໃຫ້ເປັນໄຂ້ຍຸງລາຍ ແລະ ເສຍຊີວິດໄດ້ ວິທີງ່າຍໆພຽງນອນໃນມຸ້ງ ພ້ອມໝັ່ນທຳລາຍແຫຼ່ງເພາະພັນຂອງຍຸງເປັນປະຈຳເທົ່ານີ້ແລ. ໂດຍກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ ວັນທີ 31 ສິງຫາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມເປັນ 11 ຄົນແລ້ວໃນທົ່ວປະເທດ, ໃນນັ້ນ ເສຍຊິວິດໃໝ່ເພີ່ມ 1 ຄົນ...

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຄືບໜ້າ 92,34%

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນຕຸລາ 2013 ແລະ ມາຮອດຕົ້ນເດືອນຕຸລາ 2015 ໂຄງການດັ່ງກ່າວໄດ້ໂຈະຊົ່ວຄາວ, ຈາກນັ້ນໄດ້ເລີ່ມຈັດຕັ້ງປະຕິບັດຄືນໃໝ່ໄລຍະທີສອງແຕ່ວັນທີ 21 ມິຖຸນາ 2019 ຮອດປັດຈຸບັນຄືບໜ້າແລ້ວ 92,34%. ວັນທີ 25 ສິງຫາ 2020 ຄະນະລົງເຄື່ອນໄຫວຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020...

ຫວຽດນາມ ລົງທຶນຢູ່ລາວ ຫຼາຍກວ່າ 4 ຕື້ໂດລາ

ການຮ່ວມມືການລົງທຶນສອງຝ່າຍລາວ - ຫວຽດນາມ ນັບແຕ່ປີ 1989 ມາຮອດປັດຈຸບັນມີທັງໝົດ 413 ໂຄງການ ມູນຄ່າອະນຸມັດທັງໝົດຫຼາຍກວ່າ 4,1 ຕື້ໂດລາ, ຈັດຢູ່ໃນອັນດັບ 3 ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນຢູ່ ສປປ ລາວ ສ່ວນມູນຄ່າການຄ້າປີຜ່ານມາ ບັນລຸ 1 ຕື້ໂດລາ. ອີງຕາມການສະຫຼຸບວຽກງານເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານການຮ່ວມມືສອງຝ່າຍ...

ລາວໂທລະຄົມເປີດນໍາໃຊ້ລະບົບ 5G

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດນໍາໃຊ້ລະບົບ 5G ຢ່າງເປັນທາງການຂຶ້ນໃນວັນທີ 31 ສິງຫາ 2020 ທີ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ເຊິ່ງຖືວ່າເປັນເຄືອຂ່າຍທໍາອິດໃນລາວ. ຂະນະທີ່ຜູ້ອໍານວຍການເປີດເຜີຍຈະໃຫ້ບໍລິການຢູ່ໃນບາງພື້ນທີ່, ບາງຈຸດຂອງນະຄອນຫຼວງວຽງຈັນ ສ່ວນໄລຍະສອງຈຶ່ງຈະຂະຫຍາຍໄປສູ່ບັນດາແຂວງໃຫຍ່ໃນປະເທດ. ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວວ່າ: ເມື່ອທ້າຍປີ 2019...

ນາຍົກ ຮຽກຮ້ອງຜູ້ບໍລິຫານການສຶກສາ ອໍານວຍຄວາມສະດວກເປີດສົກຮຽນໃໝ່ ພ້ອມຮັບປະກັນປ້ອງກັນໂຄວິດ – 19

ເນື່ອງໃນໂອກາດໄຂສົກຮຽນໃໝ່ 2020 - 2021, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງຄະນະພັກຄະນະນໍາ, ຜູ້ບໍລິຫານການສຶກສາ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງເປັນເຈົ້າການຮ່ວມກັນກະກຽມຄວາມພ້ອມ ແລະ ອໍານວຍຄວາມສະດວກຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ເພື່ອຮັບໃຊ້ໃຫ້ແກ່ການເປີດສົກຮຽນ ແລະ ຮັບໃຊ້ແກ່ການສອນ - ການຮຽນຕະຫຼອດຮອດສົກຮຽນໃໝ່ໃຫ້ໄດ້ຮັບຜົນ ດີ; ພ້ອມທັງມີມາດຕະການປ້ອງກັນເຊື້ອພະຍາດໂຄວິດ -...

ຈະສ້າງນິຕິກຳເພື່ອລົບລ້າງສິ່ງກີດຂວາງການເຄື່ອນຍ້າຍສິນຄ້າ

ກົມການນໍາເຂົ້າ - ສົ່ງອອກໃນນາມເປັນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ( ກຄອຄ ) ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ )ຈັດກອງປະຊຸມຫາລືຜັນຂະຫຍາຍເນື້ອໃນຄຳສັ່ງ 12/ນຍ ເພື່ອການອຳນວຍຄວາມສະດວກທາງດ້ານການຄ້າ, ຫຼຸດຜ່ອນສິ່ງກີດຂວາງທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໃນການເຄື່ອນຍ້າຍສິນຄ້າ. ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 27 ສິງຫາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນເປັນປະທານຂອງ ທ່ານ ມົວວິໄຊ...
- Advertisment -
Slide
Slide

Most Read

error: Content is protected !!