ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຄືບໜ້າ 92,34%

197

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນຕຸລາ 2013 ແລະ ມາຮອດຕົ້ນເດືອນຕຸລາ 2015 ໂຄງການດັ່ງກ່າວໄດ້ໂຈະຊົ່ວຄາວ, ຈາກນັ້ນໄດ້ເລີ່ມຈັດຕັ້ງປະຕິບັດຄືນໃໝ່ໄລຍະທີສອງແຕ່ວັນທີ 21 ມິຖຸນາ 2019 ຮອດປັດຈຸບັນຄືບໜ້າແລ້ວ 92,34%.

ວັນທີ 25 ສິງຫາ 2020 ຄະນະລົງເຄື່ອນໄຫວຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ຂອງກະຊວງການເງິນ, ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໂດຍການນໍາພາຂອງ ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ, ທ່ານ ຫົງທອງ ຈັນທາຈິດ ຫົວໜ້າພະແນກການເງິນ ແຂວງຫົວພັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີນະຄອນ ໄຊຍະວັນສີ ຮອງຫົວໜ້າຄຸ້ມຄອງໂຄງການກໍ່ສ້າງສະໜາມບິນໜອງຄ້າງ ໄດ້ລາຍງານວ່າ: ສະໜາມບິນໜອງຄ້າງ ຕັ້ງຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ມາຮອດປັດຈຸບັນຄວາມຄືບໜ້າຂອງໂຄງການກໍ່ສ້າງສະໜາມບິນໜອງຄ້າງປະຕິບັດສໍາເລັດ 92,34% ເຊິ່ງການຈັດຕັ້ງປະຕິບັດຕົວຈິງໄດ້ເກີດມີວຽກເພີ່ມຈໍານວນໜຶ່ງທີ່ມີບໍລິມາດເກີນຢູ່ໃນສັນຍາ ແລະ ມີຄວາມຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດເພື່ອຮັບປະກັນໃຫ້ມີຄວາມປອດໄພໃນການນໍາໃຊ້ສະໜາມບິນ. ຄຽງຄູ່ກັນນັ້ນ, ຍັງລໍຖ້າເຈົ້າຂອງໂຄງການອະນຸມັດບັນດາໜ້າວຽກ ແລະ ມູນຄ່າວຽກເພີ່ມດັ່ງກ່າວບວກກັບການລະບາດຂອງພະຍາດໂຄວິດ – 19 ບໍລິສັດຜູ້ຮັບເໝົາກໍ່ສ້າງ ຈຶ່ງຢຸດຕິການກໍ່ສ້າງຊົ່ວຄາວເລີ່ມແຕ່ທ້າຍເດືອນມີນາ 2020 ຈົນມາຮອດປັດຈຸບັນ.

ສໍາລັບສາເຫດທີ່ພາໃຫ້ມີວຽກເພີ່ມໃນເວລາລົງມືຈັດຕັ້ງປະຕິບັດການສໍາຫຼວດ – ອອກແບບໃນເບື້ອງຕົ້ນ ເຫັນວ່າບໍລິສັດທີ່ປຶກສາໂຄງການໄດ້ສໍາຫຼວດເກັບກໍາຂໍ້ມູນໃນຂອບເຂດບໍລິເວນພື້ນທີ່ການກໍ່ສ້າງໂຄງລ່າງຂອງສະໜາມບິນເທົ່ານັ້ນ ລວມທັງການອອກແບບສໍາລັບການບິນຂຶ້ນ – ລົງຂອງຍົນໃນທິດທາງດຽວເປັນຫຼັກ ເຊິ່ງໄລຍະນັ້ນແມ່ນມີຄວາມຫຍຸ້ງຍາກໃນການເຂົ້າຫາພື້ນທີ່ ເພື່ອດໍາເນີນການສໍາຫຼວດ, ຍ້ອນພື້ນທີ່ເປັນພູສູງບໍ່ສາມາດດໍາເນີນການສໍາຫຼວດເກັບກູ້ລະເບີດບໍ່ທັນແຕກ.

ພາຍຫຼັງໄດ້ດໍາເນີນການກໍ່ສ້າງມາໄດ້ໄລຍະໜຶ່ງ ແລ້ວຈຶ່ງໄດ້ມີການປະເມີນຄວາມສ່ຽງໃນການບໍລິການສະໜາມບິນໃນອະນາຄົດ ຈຶ່ງມີຄວາມຈໍາເປັນຕັດພູຢູ່ຕາມແລວທາງ ຂຶ້ນ – ລົງຂອງຍົນທັງສອງເບື້ອງທີ່ເປັນອຸປະສັກແກ່ການປະຕິບັດການບິນ, ເພື່ອເຮັດໃຫ້ຍົນ ຂຶ້ນ – ລົງໄດ້ທັງສອງທິດທາງຕາມມາດຕະຖານສະໜາມບິນ Code 3C ຂອງອົງການການບິນພົນລະເຮືອນສາກົນ.

ຜ່ານການກວດສອບພາກສະໜາມຕົວຈິງບັນດາໜ້າວຽກ ແລະ ມູນຄ່າເພີ່ມແມ່ນມີຄວາມຈິງ, ມີແບບແຕ້ມເຕັກນິກກໍ່ສ້າງລະອຽດຖືກຕ້ອງເໝາະສົມຕາມການຄິດໄລ່ຂອງບໍລິສັດທີ່ປຶກສາໂຄງການ ແລະ ຮັບຮອງຈາກຫົວໜ້າໂຄງການ. ໃນນັ້ນ, ຈໍານວນບໍລິມາດຕັດດິນທີ່ເປັນວຽກເພີ່ມທັງໝົດ 4.795.230 ແມັດກ້ອນ ຕົກເປັນມູນຄ່າ 13.479.206 ໂດລາສະຫະລັດ; ວຽກເພີ່ມຕິດຕັ້ງດອກໄຟຟັງລົງໜ້າທາງແລ່ນຂຶ້ນ – ລົງ ມູນຄ່າ 6.017 ໂດລາສະຫະລັດ; ກໍ່ສ້າງລະບົບນໍ້າປະປາຕົກເປັນມູນຄ່າ 13,38 ຕື້ກີບ ຫຼື ປະມານ 1.500.000 ໂດລາສະຫະລັດ ລວມບັນດາໜ້າວຽກດັ່ງກ່າວມູນຄ່າທັງໝົດ 14.985.233 ໂດລາສະຫະລັດ.

ນອກຈາກນັ້ນ, ກໍຍັງມີເງິນຄັງແຮໂຄງການລວມກັບໜ້າວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດ ແມ່ນຍັງມີຈໍານວນ 5.027.074 ໂດລາສະຫະລັດ. ສະນັ້ນ, ເມື່ອຫັກລົບແລ້ວຍັງເຫັນວ່າມູນຄ່າວຽກທັງໝົດຂອງໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນຍັງມີ ຄວາມຕ້ອງການຕື່ມຈໍານວນ 9.535.424 ໂດລາສະຫະລັດ, ຕໍ່ກັບຄວາມຕ້ອງການທາງດ້ານງົບປະມານຜູ້ຮັບຜິດຊອບໂຄງການ ຈຶ່ງສະເໜີລັດຖະບານພິຈາລະນາ ແລະ ອະນຸມັດມູນ ຄ່າເພີ່ມທີ່ບໍ່ພຽງພໍ ຈໍານວນ 9.535.424 ໂດລາສະຫະລັດ ແລະ ທັງຊຸກຍູ້ໃຫ້ບໍລິສັດ ທາໂກ ສືບຕໍ່ສະໜອງທຶນໃຫ້ບໍລິສັດຫຸ້ນສ່ວນ ຮວ່າງແອງຢາລາຍ ເພື່ອໃຫ້ມີງົບປະມານສືບຕໍ່ປະຕິບັດໂຄງການດັ່ງກ່າວ.