ຫວຽດນາມ ລົງທຶນຢູ່ລາວ ຫຼາຍກວ່າ 4 ຕື້ໂດລາ

197

ການຮ່ວມມືການລົງທຶນສອງຝ່າຍລາວ – ຫວຽດນາມ ນັບແຕ່ປີ 1989 ມາຮອດປັດຈຸບັນມີທັງໝົດ 413 ໂຄງການ ມູນຄ່າອະນຸມັດທັງໝົດຫຼາຍກວ່າ 4,1 ຕື້ໂດລາ, ຈັດຢູ່ໃນອັນດັບ 3 ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນຢູ່ ສປປ ລາວ ສ່ວນມູນຄ່າການຄ້າປີຜ່ານມາ ບັນລຸ 1 ຕື້ໂດລາ.

ອີງຕາມການສະຫຼຸບວຽກງານເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານການຮ່ວມມືສອງຝ່າຍ ລາວ – ຫວຽດນາມ ໃນໄລຍະ 5 ປີ ແຕ່ປີ 2016 – 2020 ໂດຍສະເພາະການຮ່ວມມືດ້ານເສດຖະກິດ, ໃນນີ້ການຄ້າສອງຝ່າຍ: ມູນຄ່າການຄ້າສອງຝ່າຍລາວ – ຫວຽດນາມໃນໄລຍະ 4 ປີ ບັນລຸຫຼາຍຕື້ໂດລາ, ປີ 2016 ໄດ້ 1 ຕື້ໂດລາຫຼຸດລົງ 12,9% ທຽບໃສ່ປີ 2015, ປີ 2017 ບັນລຸໄດ້ 1,28 ຕື້ໂດລາ ເພີ່ມຂຶ້ນ 27,5% ທຽບໃສ່ປີ 2016, ປີ 2018 ບັນລຸ 1,58 ຕື້ໂດລາ ເພີ່ມຂຶ້ນ 23,8 ຕື້ໂດລາ ທຽບໃສ່ປີ 2018, ປີ 2019 ບັນລຸໄດ້ 1 ຕື້ໂດລາ, ເຫັນວ່າມູນຄ່າການຄ້າສອງຝ່າຍ ຍັງຕໍ່າຫຼາຍ ຖ້າທຽບໃສ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ – ຫວຽດນາມ; ສອງຝ່າຍເຫັນດີເປັນເອກະພາບ ແລະ ເຊື່ອໝັ້ນວ່າການເພີ່ມການຊື້ – ຂາຍໄຟຟ້າ ລະຫວ່າງສອງປະເທດແມ່ນວິທີໜຶ່ງທີ່ຈະຊ່ວຍໃຫ້ມູນຄ່າການຄ້າສອງຝ່າຍບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະແມ່ນບັນລຸໄດ້ 2 ຕື້ໂດລາ ໃນປີ 2020.

ການຮ່ວມມືດ້ານການລົງທຶນ: ນັບແຕ່ປີ 1989 ມາຮອດປັດຈຸບັນມີທັງໝົດ 413 ໂຄງການ, ມູນຄ່າອະນຸມັດທັງໝົດຫຼາຍກວ່າ 4,1 ຕື້ໂດລາ, ໃນນັ້ນການລົງທຶນຂອງຫວຽດນາມ 100% ມູນຄ່າການລົງທຶນ 3,9 ຕື້ໂດລາ. ປັດຈຸບັນຍັງເຫຼືອ 409 ໂຄງການ, ທຶນທີ່ນໍາມາຈັດຕັ້ງປະຕິບັດຕົວຈິງມີພຽງ 1,9 ຕື້ໂດລາສະຫະລັດເທົ່ານັ້ນ. ໃນປັດຈຸບັນຫວຽດນາມຈັດຢູ່ໃນອັນດັບ 3 ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນຢູ່ ສປປ ລາວ.

ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ກ່າວໃນພິທີສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ ທີ່ມີຂຶ້ນເມື່ອວັນທີ 28 ສິງຫາ 2020 ໂດຍມີ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ປະທານອົງການປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ ສູນກາງ, ມີບັນດາການນໍາພັກ – ລັດ, ທູຕານຸທູດ – ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ວ່າ: ປະຫວັດຊາດແຫ່ງສາຍພົວພັນລາວ – ຫວຽດນາມ ໃນສະຕະວັດທີ່ຜ່ານມາບໍ່ພຽງແຕ່ພິສູດໃຫ້ເຫັນເຖິງລັດທິວິລະຊົນປະຕິວັດຂອງສອງຊາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຖິງສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການພົວພັນສາກົນຂອງຍຸກປັດຈຸບັນ.

ຄືດັ່ງການນໍາຂອງສອງພັກ, ສອງລັດໄດ້ຢືນຢັນເຖິງວ່າສະພາບການຂອງໂລກ ແລະ ພາກພື້ນມີການຜັນແປແນວໃດກໍຕາມ, ສອງຊາດຈະຄຽງບ່າຄຽງໄຫຼ່ແບ່ງປັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດເພື່ອຄວາມອີ່ມໜໍາສໍາລານ, ສືບຕໍ່ປົກປັກຮັກສາ, ຖະນຸຖະໜອມເພີ່ມພູນຄູນສ້າງສາຍພົວພັນພິເສດຫວຽດນາມ – ລາວ ເພື່ອໃຫ້ສົມເປັນຊັບສົມບັດອັນລໍ້າຄ່າຂອງທັງສອງຊາດ.