Monthly Archives: September, 2020

ເປີດສູນສຸຂະນາໄມ ແລະ ສຸຂະນາໄມພືດຄົບວົງຈອນຢູ່ດ່ານສາກົນບໍ່ເຕັນ

ວັນທີ 28 ສິງຫາ 2020 ທີ່ດ່ານສາກົນບໍ່ເຕັນ ແຂວງ ຫຼວງນໍ້າທາ ໄດ້ເປີດສູນສຸຂະນາໄມ ແລະ ສຸຂະນາໄມພືດຄົບວົງຈອນ ສ້າງຫ້ອງວິໄຈສັດຕູພືດ ISO 17025 ເຂົ້າຮ່ວມຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ),...

ສຳເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນ ຄັ້ງທີ 38

ກອງປະຊຸມທາງໄກ ASEAN Senior Officials Meeting ຄັ້ງທີ 38 ໂດຍ ສສ ຫວຽດນາມເປັນເຈົ້າພາບ ໄດ້ສໍາເລັດລົງດ້ວຍໝາກຜົນທີ່ຈົບງາມ ເຊິ່ງ ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ນໍາພາຄະນະຜູ້ແທນ ສປປ ລາວເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມ...

ຕາມຄາດ ເອັສທີທີ ກອດຄໍ ເມືອງຫາດ ເຂົ້າຮອບຮອງຊະນະເລີດບານເຕະ ລາວລີກ 2 ແນ່ນອນແລ້ວ

2 ຕົວເຕັງຢ່າງ ເອັສທີທີ ເອັຟຊີ ແລະ ເມືອງຫາດ ຢູໄນເຕັດ ກອດຄໍກັນເຂົ້າຮອບຮອງຊະນະເລີດຂອງການແຂ່ງຂັນ ຄອມມານໂດ ລາວລີກ 2 ລະດູການ 2020 ໄປເປັນທີ່ແນ່ນອນແລ້ວ ຫຼັງຈາກໄຊຊະນະນັດຫຼ້າສຸດເຮັດໃຫ້ທັງສອງເກັບເພີ່ມເປັນ 15 ຄະແນນໜີຫ່າງອັນດັບ 3 ຂອງກຸ່ມ B ຂາດລອຍ. ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2...

ອັດຕາເງິນເຟີ້ເດືອນກໍລະກົດ ຫຼຸດລົງເລັກໜ້ອຍ

ອັດຕາເງິນເຟີ້ເດືອນກໍລະກົດຫຼຸດລົງເລັກໜ້ອຍ ມາຢູ່ທີ່ 5,12% ຈາກລະດັບ 5,28% ໃນເດືອນມິຖຸນາ, ເນື່ອງຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເຊິ່ງເປັນໝວດຫຼັກເໜັງຕີງເພີ່ມຂຶ້ນຊ້າລົງກວ່າເດືອນຜ່ານມາ. ຢ່າງໃດກໍຕາມ, ການປ່ຽນແປງດັດຊະນີລາຄາເດືອນຕໍ່ເດືອນເຫັນວ່າເພີ່ມຂຶ້ນ 0,64%, ໃນນີ້ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,44%, ໝວດຄົມມະນາຄົມ ແລະ ຂົນສົ່ງເພີ່ມຂຶ້ນ 0,92%. ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ໄດ້ອອກບົດລາຍງານອັດຕາເງິນເຟີ້ປະຈຳເດືອນກໍລະກົດ 2020...

ມສ ວຽງຈັນ ໄຂສົກຮຽນໃໝ່ ມີນັກຮຽນກວ່າ 3 ພັນຄົນ

ໂຮງຮຽນມັດທະຍົມສົມບູນວຽງຈັນ ( ມສ ວຽງຈັນ ) ໄດ້ໄຂສົກຮຽນໃໝ່ ( 2020 - 2021 ) ຂຶ້ນໃນວັນທີ 1 ກັນຍາຜ່ານມາ ເຂົ້າຮ່ວມໃນພິທີເປີດສົກຮຽນໃໝ່ມີ ທ່ານ ບັນຈົງ ລັດຖະວັນ ຮອງຫົວໜ້າກົມສາມັນສຶກສາກະຊວງສຶກສາທິການ ແລະ ກີລາ, ມີບັນດາຄູ - ອາຈານ,...

ເບິ່ງຜົນເກັບລາຍຮັບ 6 ເດືອນແຂວງຊຽງຂວາງ

ແຂວງຊຽງຂວາງ ຮັບຕົວເລກເກັບລາຍຮັບປີ 2020 ຈໍານວນ 248 ຕື້ກວ່າກີບ, ຜ່ານການຈັດຕັ້ງ 6 ເດືອນ ສາມາດຈັດເກັບ ໄດ້ 72 ຕື້ກວ່າກີບ ເທົ່າກັບ 29,07% ຂອງແຜນການປີ. ໃນນັ້ນ, ພູດສູນກາງປະຕິບັດໄດ້ 41 ຕື້ກວ່າກີບ ເທົ່າກັບ 43,54% ຂອງແຜນການປີ, ພູດທ້ອງຖິ່ນປະຕິບັດໄດ້...

ຊາວພຸດຄວນຮູ້ປະຫວັດ ບຸນຫໍ່ເຂົ້າສະຫຼາກ

ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກຄັ້ງ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 15 ວັນ ເຊິ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ. ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້)...

ບໍລິຄຳໄຊ ເປີດທົດລອງນຳໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວ

ເພື່ອຕັດຮອນຂອດຂັ້ນ ການຍື່ນ ແລະປະກອບເອກະສານຂອງຂະແໜງການຕ່າງໆ ເພື່ອຄວາມສະດວກແກ່ບັນດາໂຄງການລົງທຶນ ທີ່ຜ່ານມາ ພັກ-ລັດຖະບານໄດ້ພະຍາຍາມມາໂດຍຕະຫຼອດ ເພື່ອໃຫ້ການບໍລິການປະຕູດຽວມີປະສິດທີ່ຜົນ ແຕ່ໃນພາກປະຕິບັດຕົວຈີງກໍ່ຍັງມີຄວາມຫຍຸ້ງຍາກຢູ່. ແນວໃດກໍ່ຕາມ ແຂວງບໍລິຄຳໄຊທີ່ກຳລັງມີການພັດທະນາໃນຫຼາຍໂຄງລວມທັງການສ້າງຂົວມິດຕະພາບລາວ-ໄທ ປາກຊັນ-ບືງການທີ່ຈະຕາມມາດ້ວຍການລົງທຶນມະຫາສາານ ເພື່ອຮອງຮັບວຽກງານໃນສະເພາະໜ້າ ໃນວັນທີ 31 ສີງຫາ 2020 ນີ້ ແຂວງບໍລິຄຳໄຊໄດ້ມີພິທີເປີດການທົດລອງນຳໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວຂອງແຂວງທີ່ຕັ້ງຢູ່ບ້ານໂພນໄຊ ເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະນຳຂັ້ນແຂວງ, ເມືອງ,...

ແຕ່ງຕັ້ງຫົວໜ້າ ແລະຮອງໃນພະແນກວິທະຍາສາດ-ເຕັກໂນໂລຊີແຂວງຄຳມ່ວນ

ເພື່ອສືບຕໍ່ຊີ້ນຳ-ນຳພາວຽກໃນໃນພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນໃຫ້ ນັບມື້ມີຄວາມກ້າວໜ້າ ເຂັ້ມແຂງໃນວັນທີ 31 ສິງຫາ 2020 ແຂວງຄຳມ່ວນໄດ້ປະກາດການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກດັ່ງກ່າວຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ, ມີບັນດາທ່ານຈາກພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງແຂວງ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ວິຊາການພາຍໃນພະແນກເຂົ້າຮ່ວມ. ທ່ານ ນາງ ມຸນທາ ລັດຖະຈັກ...

ເຄັດລັບສ້າງແຮງຈູງໃຈໃນການຮຽນ

ການທີ່ເດັກຈະປະສົບຄວາມສຳເລັດໃນການຮຽນນັ້ນຈຳເປັນຕ້ອງມີປັດໄຈຫຼາຍປະການ ໜຶ່ງໃນປັດໄຈສຳຄັນຄືການສ້າງແຮງຈູງໃຈໃນການຮຽນໃຫ້ເກີດຂຶ້ນກັບເດັກ ແຕ່ທັງນີ້ທັງນັ້ນຕົວຂອງຄູເອງຈະຕ້ອງເປັນຜູ້ທີ່ມີຄວາມກະຕືລືລົ້ນ ແລະ ໝັ່ນສ້າງແຮງຈູງໃຈໃນການພັດທະນາການຈັດການຮຽນ - ການສອນຂອງຕົນເອງຢ່າງສະໝ່ຳສະເໝີ ຄື: ຄວາມກະຕືລືລົ້ນ ແລະ ຕື່ນເຕັ້ນ: ຄູຕ້ອງຫາທາງທີ່ຈະກະຕຸ້ນ ຫຼື ຫຼໍ່ລ້ຽງຄວາມກະຕືລືລົ້ນ ແລະ ຄວາມໜ້າຕື່ນເຕັ້ນຂອງຕົນເອງໃຫ້ເກີດຂຶ້ນຢູ່ສະເໝີ ເນື່ອງຈາກທ່າທີໃນການສອນ ແລະ ການຮຽນຮູ້ຂອງຄູຈະສົ່ງຜ່ານໄປຍັງນັກຮຽນ. ຕັ້ງເປົ້າໝາຍສູງ: ຄູທີ່ຕັ້ງເປົ້າໝາຍການຮຽນຮູ້ຂອງນັກຮຽນທຸກຄົນໄວ້ສູງ ເຂົາພະຍາຍາມຈະສື່ໄປເຖິງນັກຮຽນວ່າ ຄວາມຄາດຫວັງຂອງຄູຄືການທີ່ນັກຮຽນສາມາດບັນລຸເປົ້າໝາຍໃນການຮຽນທີ່ຄູວາງໄວ້. ຖ້າຄູຕັ້ງເປົ້າໝາຍໄວ້ສູງ ເດັກມີທ່າອ່ຽງຈະຮຽນຮູ້ໄດ້ດີກວ່າໃນທາງກົງກັນຂ້າມ ຖ້າຄູຕັ້ງເປົ້າໝາຍຕ່ຳເດັກຈະຫຼຸດລະດັບການສະແດງອອກທາງການຮຽນຂອງຕົນເອງໃຫ້ຕ່ຳລົງເທົ່າກັບ...
- Advertisment -
Slide
Slide

Most Read

error: Content is protected !!