ເບິ່ງຜົນເກັບລາຍຮັບ 6 ເດືອນແຂວງຊຽງຂວາງ

72

ແຂວງຊຽງຂວາງ ຮັບຕົວເລກເກັບລາຍຮັບປີ 2020 ຈໍານວນ 248 ຕື້ກວ່າກີບ, ຜ່ານການຈັດຕັ້ງ 6 ເດືອນ ສາມາດຈັດເກັບ ໄດ້ 72 ຕື້ກວ່າກີບ ເທົ່າກັບ 29,07% ຂອງແຜນການປີ. ໃນນັ້ນ, ພູດສູນກາງປະຕິບັດໄດ້ 41 ຕື້ກວ່າກີບ ເທົ່າກັບ 43,54% ຂອງແຜນການປີ, ພູດທ້ອງຖິ່ນປະຕິບັດໄດ້ 30 ຕື້ກວ່າກີບ ເທົ່າກັບ 20,07% ຂອງແຜນການປີ.

ທ້າຍເດືອນຜ່ານມາຄະນະວິຊາການຂອງກະຊວງການເງິນ ໄດ້ເປີດກອງປະຊຸມປຶກສາຫາລືຮ່ວມກັບພະແນກການເງິນ ແຂວງຊຽງຂວາງ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ, ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ພ້ອມດ້ວຍພະນັກງານຂະແໜງການເງິນເຂົ້າຮ່ວມ.

ທ່ານ ຄຳພູມີ ບົວລະພີມ ຫົວໜ້າພະແນກການເງິນແຂວງ ກ່າວວ່າ: ປີ 2020 ແຂວງຊຽງ ຂວາງ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 248 ຕື້ກວ່າກີບ. ໃນນັ້ນ, ພູດສູນກາງຈໍານວນ 95 ຕື້ກວ່າກີບ; ພູດທ້ອງຖິ່ນ 153 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2020 ສາມາດເກັບລາຍຮັບໄດ້ທັງໝົດ ຈໍານວນ 72 ຕື້ກວ່າກີບ ເທົ່າກັບ 29,07% ຂອງແຜນການປີ. ໃນນັ້ນ, ພູດສູນກາງປະຕິບັດ ໄດ້ 41 ຕື້ກວ່າກີບ ເທົ່າກັບ 43,54% ຂອງແຜນການປີ, ສ່ວນພູດທ້ອງຖິ່ນປະຕິບັດ ໄດ້ 30 ຕື້ກວ່າກີບ ເທົ່າກັບ 20,07% ຂອງແຜນການປີ.

ໂອກາດດັ່ງກ່າວ, ຕາງໜ້າກະຊວງການເງິນ ຍັງໄດ້ມີຄໍາເຫັນເພື່ອເປັນທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ເພື່ອເຮັດໃຫ້ວຽກງານມີ ຄວາມສະດວກ ແລະ ສອດຄ່ອງກັບສະພາບການ ເຊິ່ງໄດ້ເນັ້ນໃຫ້ເອົາໃຈໃສ່ເພີ່ມທະວີການຈັດຕັ້ງປະຕິບັດຕາມແຜນທີ່ສະພາຮັບຮອງຕ້ອງບັນລຸໃຫ້ໄດ້ຕາມຄາດໝາຍທີ່ກໍານົດໄວ້; ພ້ອມກັນສູ້ຊົນໃນການຈັດເກັບລາຍຮັບໂດຍການປັບປຸງຖານລາຍຮັບຊັດເຈນ; ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນ, ປຸກລະດົມບັນດາຜູ້ປະກອບການ; ຫົວໜ່ວຍທຸລະກິດໃຫ້ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ອໍານວຍ ຄວາມສະດວກໃນການນໍາ ເຂົ້າ – ສົ່ງອອກຂອງສິນຄ້າ; ການແກ້ໄຂການນໍາເຂົ້າພາຫະນະບໍ່ຖືກຕ້ອງ ແລະ ພ້ອມທັງປະຕິບັດບັນດາມາດຕະການຫັນເຂົ້າສູ່ລະບົບທີ່ທັນສະໄໝຫຼາຍຂຶ້ນ. ທັງນີ້, ກໍເພື່ອເປັນທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດໃນທ້າຍປີ 2020 ໃຫ້ສາມາດຈັດເກັບລາຍຮັບໄດ້ຕາມແຜນການທີ່ກໍານົດໄວ້.