ຕາມຄາດ ເອັສທີທີ ກອດຄໍ ເມືອງຫາດ ເຂົ້າຮອບຮອງຊະນະເລີດບານເຕະ ລາວລີກ 2 ແນ່ນອນແລ້ວ

152

2 ຕົວເຕັງຢ່າງ ເອັສທີທີ ເອັຟຊີ ແລະ ເມືອງຫາດ ຢູໄນເຕັດ ກອດຄໍກັນເຂົ້າຮອບຮອງຊະນະເລີດຂອງການແຂ່ງຂັນ ຄອມມານໂດ ລາວລີກ 2 ລະດູການ 2020 ໄປເປັນທີ່ແນ່ນອນແລ້ວ ຫຼັງຈາກໄຊຊະນະນັດຫຼ້າສຸດເຮັດໃຫ້ທັງສອງເກັບເພີ່ມເປັນ 15 ຄະແນນໜີຫ່າງອັນດັບ 3 ຂອງກຸ່ມ B ຂາດລອຍ.

ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ເມື່ອທ້າຍອາທິດທີ່ຜ່ານມາ ( 29-30 ສິງຫາ ) ດໍາເນີນມາເຖິງໂຄ້ງສຸດທ້າຍຂອງຮອບແບ່ງກຸ່ມ ໂດຍສະເພາະກຸ່ມ B ໄດ້ທີມເຂົ້າສູ່ຮອບຮອງຊະນະເລີດເປັນທີ່ແນ່ນອນແລ້ວ ຫຼັງຈາກທີ່ ເອັສທີທີ ເອັຟຊີ ທີມນໍາຕາຕະລາງຄະແນນລວມ ລົງສະໜາມນັດທີ 5 ສາມາດຖະຫຼົ່ມ ລາວ-ທ໋ອບ ເອັຟຊີ 5-0 ເກັບເພີ່ມເປັນ 15 ຄະແນນເທົ່າກັບ ເມືອງຮາດ ຢູໄນເຕັດ ທີມອັນດັບ 2 ທີ່ລົງແຂ່ງຂັນຄົບ 6 ນັດແລ້ວ ຫຼັງນັດສຸດທ້າຍ ສາມາດເອົາຊະນະ ທຣີນີຕີ ເອັຟຊີ 5-0.

ປັດຈຸບັນ ເອັສທີທີ ເອັຟຊີ ກັບ ເມືອງຫາດ ຢູໄນເຕັດ ແມ່ນເຂົ້າຮອບຮອງຊະນະເລີດແນ່ນອນແລ້ວ ເພາະມີ 15 ຄະແນນ ໂດຍໜີຫ່າງອັນດັບ 3 ຢ່າງ ເຄວສ໌ ຢູໄນເຕັດ, ບີແກນ ຢູໄນເຕັດ ແລະ ທຣີນີຕີ ເອັຟຊີ ທີ່ມີພຽງ 6 ຄະແນນເທົ່າກັນ ແລະ ເຫຼືອການແຂ່ງຂັນພຽງ 1 ນັດ, ສ່ວນ ລາວ-ທ໋ອບ ເອັຟຊີ ລົງສະໜາມ 5 ນັດມີ 3 ຄະແນນເທົ່າກັບ ເອັສອີຊີ ຢູໄນເຕັດ.

ສ່ວນສະຖານະການຂອງກຸ່ມ A ກອງທັບ ເອັຟຊີ ມີໂອກາດເຂົ້າຮອບສູງເພາະລົງສະໜາມ 5 ນັດມີ 11 ຄະແນນຢຶດທີມນໍາຂອງຕາຕະລາງ ແຕ່ກໍຕ້ອງລຸ້ນເບິ່ງນັດສຸດທ້າຍ ເພາະມີິ ເອັສບີທີ 941 ເອັຟຊີ ທີ່ລົງສະໜາມ 5 ນັດມີ 9 ຄະແນນເທົ່າກັບ ເຄພີເອັສ ເອັຟຊີ. ນອກນັ້ນ ກໍຍັງມີ ນະຄອນຫຼວງ ເອັຟຊີ ທີ່ລົງສະໜາມ 4 ນັດມີ 8 ຄະແນນກມີລຸ້ນເຂົ້າຮອບເຊັ່ນກັນ, ສ່ວນທີມອື່ນໆມີ ແຄນລາວ ຢູໄນເຕັດ ມີ 5 ຄະແນນຈາກ 5 ນັດ, ກະຣູດາ ເອັຟຊີ ລົງ 4 ນັດມີິ 3 ຄະແນນ ແລະ ວຽງຈັນ ຢູໄນເຕັດ ລົງ 6 ນັດມີ 3 ຄະແນນ.

ຂ່າວ: ຄໍາສອນ; ຮູບຈາກ: Lao League 2