ບຽວເກດ ນັກເຕະເຍົາວະຊົນລາວ ສ້າງຊື່ອີກແລ້ວພາທີມຄວ້າແຊັມທີ່ປະເທດສິງກະໂປ

364

ໂດດເດັ່ນອີກແລ້ວ ບຽວເກດ ນັກເຕະເຍົາວະຊົນລາວ ໄປຫຼິ້ນໃຫ້ກັບ U10 FUT BOYS ພາທີມຄວ້າແຊັມລາຍການ JSSL Singapore International 7s 2024 ທີ່ປະເທດສິງກະໂປ ລະຫວ່າງວັນທີ 28-31 ມີນາ 2024 ຈັດຂຶ້ນທີ່ສະໜາມ SUTD Singapore University of Technology & Design.

ລາຍການດັ່ງກ່າວ ອານຸສັກ ວິໄລກຸນ ຫຼື ນ້ອງບຽວເກດ ສ້າງຜົນງານຢ່າງໂດດເດັ່ນພາທີມຊະນະ 7 ນັດລວດໃນຮອບແບ່ງກຸ່ມໆ C ມີ 21 ຄະແນນຄວ້າແຊັມກຸ່ມ ກ່ອນຜ່ານເຂົ້າຮອບຕໍ່ໄປກໍສາມາດເອົາຊະນະ ໂດຍສະເພາະຮອບ 4 ທີມສຸດທ້າຍສາມາດຍິງໄດ້ຄົນດຽວ 4 ປະຕູ ກ່ອນຜ່ານເຂົ້າຮອບຊີງຊະນະເລີດກໍສາມາດເອົາຊະນະຄູ່ແຂ່ງໄດ້ ຄວ້າແຊ້ມໄປຄອງ.

ສໍາລັບ ອານຸສັກ ວິໄລກຸນ ຫຼື ນ້ອງບຽວເກດ ເປັນນັກເຕະເຍົາວະຊົນລາວຈາກສະໂມສອນ W.I.G NAGA ທີ່ຜ່ານມາສ້າງຜົນງານຢ່າງໂດດເດັ່ນມາຕັ້ງແຕ່ປີ 2022 ໂດຍສະເພາະຫຼ້າສຸດມີສ່ວນສໍາຄັນໃນການສ້າງປະຫວັດສາດພາ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ຄວ້າແຊ້ມລາຍການ TAR ຮອບຄັດເລືອກທີ່ປະເທດໄທ ກ່ອນຄວ້າສິດໄປແຂ່ງຂັນຮອບສຸດທ້າຍ ທີ່ປະເທດສະເປນ (ຂໍ້ມູນເພີ່ມຕື່ມທີ່ຄລິບ)

ຂ່າວ: Larh Creators; ຮູບຈາກ: Fut boys