W.I.G ທີມໜຶ່ງດຽວຈາກລາວ ຢູ່ກຸ່ມ H ຮ່ວມກັບ ຣີລ ເບຕິສ ທີມດັງຈາກແອັດສະປາຍ ລາຍການ TAR

112

ຜົນການຈັບສະຫຼາກບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 11 ປີລະດັບໂລກລາຍການ TAR ຮອບສຸດທ້າຍທີ່ປະເທດແອັດສະປາຍ ທີ່ຈະຈັດຂຶ້ນໃນທ້າຍເດືອນເມສາ 2024 ອອກມາຢ່າງເປັນທາງການປະກົດວ່າ: ດັບເບິລຢູໄອຈີ ນາຄາ ( W.I.G NAGA ) ທີມໜຶ່ງດຽວຈາກ ສປປ ລາວ ຢູ່ກຸ່ມ H ຮ່ວມກັບ ຣີລ ເບຕິສ ( REAL BETIS ) ທີມດັງຈາກແອັດສະປາຍ, VIC RIUPRIMER REFO, JABAC TERRASSA ແລະ VILASSA DE MAR.

W.I.G NAGA ສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນບານເຕະ TAR ASIA QUALIFIERS 2024 ເຊິ່ງເປັນຮອບຄັດເລືອກຈັດຂຶ້ນທີ່ປະເທດໄທ ໃນທ້າຍປີ 2023 ທີ່ຜ່ານມາ ຢູ່ກຸ່ມ C ຮ່ວມກັບ ທີມຈາກໄທ 5 ທີມ ແລະ ທີມຈາກ ສປ ຈີນ 1 ທີມ ລົງສະໜາມຮອບແບ່ງກຸ່ມ 6 ນັດ ຊະນະ 5 ແລະ ສະເໝີ 1 ຜ່ານເຂົ້າຮອບ 32 ທີມກໍສາມາດຊະນະລວດຈົນເຖິງຮອບຊີງຊະນະເລີດພົບກັບ ທີມຈາກອິນໂດເນເຊຍ ກໍສາມາດເອົາຊະນະໄປຂາດລອຍ 4-1 ຄວ້າແຊັມໄປຄອງ ພ້ອມສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດສະເປນ ໃນເດືອນເມສາປີ 2024 ໃນຖານະສະໂມສອນຕົວແທນຈາກອາຊີ.

ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ລາຍງານຄວາມເຄື່ອນໄຫວຫຼ້າສຸດວ່າ: ຜົນການຈັບສະຫຼາກອອກມາກໍຖືວ່າເປັນວຽກໜັກ ເພາະທຸກທີມທີ່ຜ່ານເຂົ້າຮອບສຸດທ້າຍມີແຕ່ທີມລະດັບທ໊ອບໆ. ຢ່າງໃດກໍຕາມ ນັກກີລາເຍົາວະຊົນລາວ ພ້ອມເຮັດເຕັມທີ່ ແລະ ເກັບກ່ຽວປະສົບການຄັ້ງສໍາຄັນ ໂດຍປັດຈຸບັນແມ່ນຢູ່ໃນໄລຍະເກັບຕົວຝຶກຊ້ອມຢ່າງເຂັມຂຸ້ນ ແລະ ມີແຜນໄປເກັບຕົວທີ່ປະເທດໄທ ກັບສະໂມສອນ ໃຈຟ້າ ອະຄາເດມີ ສະໂມສອນທີ່ມີຊື່ສຽງໃນປະເທດໄທ ຫຼັງຈາກປີໃໝ່ລາວ ກ່ອນຈະເດີນທາງໄປແອັດສະປາຍ ໃນທ້າຍເດືອນເມສານີ້.

ໂດຍຫຼ້າສຸດອາທິດທີ່ຜ່ານມາ ໄດ້ມີການຈັບສະຫຼາກແບ່ງສາຍຮອບສຸດທ້າຍລາຍການ TAR 2024 ທີ່ເມືອງບາເຊໂລນາ ປະເທດແອັດສະປາຍ ເປັນເຈົ້າພາບຍ ປາກົດວ່າ: W.I.G NAGA ຢູ່ກຸ່ມ H ຮ່ວມກັບ ຣີລ ເບຕິສ ( REAL BETIS ) ທີມດັງຈາກແອັດສະປາຍ, VIC RIUPRIMER REFO, JABAC TERRASSA ແລະ VILASSA DE MAR, ສ່ວນ ເຈົ້າພາບ ບາເຊໂລນາ ເຕັງ 1 ຢູ່ກຸ່ມ E ແລະ ອີກ 1 ຕົວເຕັງຢ່າງ ຣີລ ມາດຣິດ ຢູ່ກຸ່ມ A.

ສໍາລັບ ທີມທີ່ຜ່ານເຂົ້າຮອບສຸດທ້າຍມີເຖິງ 50 ສະໂມສອນມາຈາກ 12 ຊາດ ແບ່ງອອກເປັນອອກເປັນ 10 ກຸ່ມໆລະ 5 ສະໂມສອນ, ສ່ວນວັນເວລາແຂ່ງຂັນແມ່ນຍັງບໍ່ທັນມີການແຈ້ງລາຍລະອຽດ ( ໄດ້ຂໍ້ມູນຈະແຈ້ງໃຫ້ຊາບພາຍຫຼັງ ).
ຂ່າວ: Larh Creators