W.I.G ພ້ອມ 100% ເປັນຕົວແທນທີມເຍົາວະຊົນລາວ ລຸຍລາຍການທີ່ແອັດສະປາຍ

102

ຄູຝຶກ ແລະ ນັກເຕະຂອງ ທີມບານເຕະເຍົາວະຊົນ W.I.G NAGA ພ້ອມແລ້ວທີ່ຈະລຸຍການແຂ່ງຂັນບານເຕະເຍົາວະຊົນນາໆຊາດລາຍການ TAR ຮອບສຸດທ້າຍ ທີ່ປະເທດແອັດສະປາຍ ໃນທ້າຍເດືອນເມສາ 2024.

ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຄູຝຶກຂອງ W.I.G NAGA ຊຸດກຽມໄປແຂ່ງຂັນລາຍການດັ່ງກ່າວ ກ່າວວ່າ: ຄວາມພ້ອມຂອງພວກເຮົາພ້ອມ 100% ຫຼັງຈາກທີ່ໄດ້ຊ້ອມຢ່າງໜັກຕະຫຼອດ 2-3 ເດືອນທີ່ຜ່ານມາ ທີມງານຄູຝຶກທຸກຄົນໄດ້ວາງແຜນຊ່ວຍກັນ, ເນັ້ນການຊ້ອມຕ່າງໆ ບໍ່ວ່າຈະເປັນດ້ານພາລະກໍາລັງ, ເຕັກນິກ ແລະ ຍຸດທະວິທີຕ່າງໆ ເຊິ່ງໄວໆນີ້ພວກເຮົາມີແຜນໄປເກັບຕົວທີ່ ໃຈຟ້າ ອະຄາເດມີ ທີ່ນົບບູລີ ປະເທດໄທ ກ່ອນທີ່ວັນທີ 23 ເມສາ 2024 ຈະອອກເດີນທາງໄປແຂ່ງຂັນລາຍການ TAR ຮອບສຸດທ້າຍ ທີ່ປະເທດສະເປນ.

“ ມາຮອດປັດຈຸບັນ ຖືວ່ານັກກີລາແມ່ນມີການພັດທະນາຂຶ້ນຫຼາຍ ແລະ ຊ້ອມຢ່າງໜັກ ເພື່ອກຽມຮັບມືກັບທີມໃຫຍ່ທີ່ແອັດສະປາຍ ເພາະຮອບສຸດທ້າຍພວກເຮົາຢູ່ໃນກຸ່ມ H ມີແຕ່ທີມແຂງ ແລະ ມີຊື່ສຽງ ທຸກໆນັດເປັນນັດທີ່ໜັກແນ່ນອນ. ຢ່າງໃດກໍຕາມ ພວກເຮົາຈະພະຍາຍາມສ້າງຄວາມພ້ອມ ແລະ ສຶກສາຮູບແບບການຫຼິ້ນຂອງຄູ່ແຂ່ງ ເພື່ອແຂ່ງຂັນກັບທີມດັງໆລະດັບເອີຣົບໃຫ້ໄດ້ ” ທ່ານ ຕົ້ນຈັກກິດ ນ້ອຍສົມສີ ກ່າວ.

ຄູຝຶກຂອງ W.I.G NAGA ກ່າວອີກວ່າ: ຂອບໃຈທາງການນໍາ ແລະ ປະທານສະໂມສອນ ທີ່ໄດ້ເອົາໃຈໃສ່ໃນການຕິດຕາມ, ໃຫ້ກໍາລັງໃຈ ແລະ ສະໜັບສະໜູນຕະຫຼອດໄລຍະຂອງການຝຶກຊ້ອມ ລວມເຖິງຜູ້ສະໜັບສະໜູນອື່ນບໍ່ວ່າຈະເປັນ ສະໜາມຝຶກຊ້ອມທີ່ໄດ້ມາດຕະຖານຕາມສະໜາມແຂ່ງແທ້ໆ ເຮັດໃຫ້ພວກເຮົາຝຶກຊ້ອມໄດ້ດີຂຶ້ນ ລວມເຖິງການສະໜັບສະໜູນອຸປະກອນ, ເຄື່ອງນຸ່ອງ ແລະ ອື່ນໆ.

ຂະນະທີ່ ທ້າວ ອານຸສັກ ວິໄລກຸນ ຫຼື ນ້ອງບ້ຽວເກດ ຫົວໜ້າທີມ W.I.G NAGA ຢູ 11 ໃຫ້ສໍາພາດວ່າ: ການຝຶກຊ້ອມທີມຕະຫຼອດ 2-3 ເດືອນທີ່ຜ່ານມາ ເຫັນວ່າດີຂຶ້ນ, ທຸກຄົນຫຼິ້ນເຂົ້າກັນໄດ້ດີຂຶ້ນ ແລະ ຮູບແບບການແຂ່ງຂັນມີຄວາມຫຼາກຫຼາຍ. ແນ່ນອນພວກຫຼານມີຄວາມຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ເປັນໄປລາຍການທີ່ແອັດສະປາຍ ໄດ້ແຂ່ງຂັນກັບນັກເຕະໃນເອີຣົບທີ່ເກັ່ງໆຫຼາຍຄົນ ແລະ ພວກເຮົາຈະເຮັດໃຫ້ເຕັມທີ່ໃນທຸກໆນັດ.

ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ຕາງໜ້າສະໂມສອນ W.I.G NAGA ກໍຕ້ອງຂໍຂອບໃຈເປັນຢ່າງສູງຕໍ່ການນໍາພັກ-ລັດ ໂດຍສະເພາະກະຊວງສຶກສາທິການ ແລະ ກີລາ, ການນໍານະຄອນຫຼວງ ແລະ ພາກສ່ວນອື່ນໆ ທີ່ໃຫ້ການຊ່ວຍເຫຼືອໃຫ້ກໍາລັງໃຈ, ໃຫ້ຄໍາໂອວາດ ແລະ ໃຫ້ຄວາມສະດວກໃນການແລ່ນເອກະສານຕ່າງໆບໍ່ວ່່າ ພາດສະປອດ ແລະ ເອກະສານການຮຽນ ທີ່ອໍານວຍຄວາມສະດວກໃຫ້ກັບນ້ອງໆເຍົາວະຊົນລາວ ໃນການເດີນທາງ

ສໍາລັບ W.I.G NAGA ແມ່ນຄວ້າແຊັມຮອບຄັດເລືອກໃນທ້າຍປີ 2023 ທີ່ປະເທດໄທ ເຮັດໃຫ້ໄດ້ສິດໄປແຂ່ງຂັນຮອບສຸດທ້າຍ ໂດຍຜົນການຈັບສະຫຼາກແບ່ງສາຍຮອບສຸດທ້າຍລາຍການ TAR 2024 ທີ່ເມືອງບາເຊໂລນາ ປະເທດແອັດສະປາຍ ເປັນເຈົ້າພາບຍ ປາກົດວ່າ: W.I.G NAGA ຢູ່ກຸ່ມ H ຮ່ວມກັບ ຣີລ ເບຕິສ ( REAL BETIS ) ທີມດັງຈາກແອັດສະປາຍ, VIC RIUPRIMER REFO, JABAC TERRASSA ແລະ VILASSA DE MAR, ສ່ວນ ເຈົ້າພາບ ບາເຊໂລນາ ເຕັງ 1 ຢູ່ກຸ່ມ E ແລະ ອີກ 1 ຕົວເຕັງຢ່າງ ຣີລ ມາດຣິດ ຢູ່ກຸ່ມ A ເຊິ່ງທີມທີ່ຜ່ານເຂົ້າຮອບສຸດທ້າຍມີເຖິງ 50 ສະໂມສອນມາຈາກ 12 ຊາດ ແບ່ງອອກເປັນອອກເປັນ 10 ກຸ່ມໆລະ 5 ສະໂມສອນ, ສ່ວນວັນເວລາແຂ່ງຂັນແມ່ນຍັງບໍ່ທັນມີການແຈ້ງລາຍລະອຽດ ( ໄດ້ຂໍ້ມູນຈະແຈ້ງໃຫ້ຊາບພາຍຫຼັງ ).
ຮູບ-ຂ່າວ: Larh Creators