ສຳເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ພະລັງງານອາຊຽນ ຄັ້ງທີ 38

306

ກອງປະຊຸມທາງໄກ ASEAN Senior Officials Meeting ຄັ້ງທີ 38 ໂດຍ ສສ ຫວຽດນາມເປັນເຈົ້າພາບ ໄດ້ສໍາເລັດລົງດ້ວຍໝາກຜົນທີ່ຈົບງາມ ເຊິ່ງ ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ນໍາພາຄະນະຜູ້ແທນ ສປປ ລາວເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຈຸດປະສົງຂອງກອງປະຊຸມ ເພື່ອເປັນການລາຍງານໝາກຜົນ, ບັນດາໜ້າວຽກ ແລະ ກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງສໍາເລັດໃນແຜນວຽກການຮ່ວມມືພະລັງງານອາຊຽນ APAEC ໄລຍະ1 ( 2016 – 2020 ) ທັງເປັນການທົບທວນຕໍ່ຮ່າງແຜນວຽກ ແລະ ບັນດາແຜນງານຕ່າງໆ ( Programme area ) ທີ່ນອນໃນຮ່າງ APAEC ໄລຍະ 2 ( 2021 – 2025 ) ກ່ອນຈະເປັນສະບັບສຸດທ້າຍ ເພື່ອເອົາເຂົ້າຮັບຮອງໃນກອງປະຊຸມ AMEM ຄັ້ງທີ 38.


ໂດຍລວມ ສປປ ລາວ ແມ່ນເຫັນດີເປັນເອກະພາບໃນການສະໜັບສະໜູນແກ່ວຽກງານການຮ່ວມມືດ້ານພະລັງງານອາຊຽນ ໂດຍສະເພາະແມ່ນຊຸກຍູ້ການສົ່ງເສີມພະລັງງານໄຟຟ້ານໍ້າຕົກທີ່ເປັນພະລັງງານສະອາດ ແລະ ເປັນທ່າແຮງຂອງ ສປປ ລາວ ລວມທັງການຍາດແຍ່ງເອົາການຮ່ວມມືກັບບັນດາປະເທດຄູ່ເຈລະຈາໃນວຽກພະລັງງານອາຊຽນ.


ຄຽງຄູ່ກັນນີ້, ກໍໄດ້ເຂົ້າຮ່ວມກອງປະຊຸມ 4 ຝ່າຍປະກອບມີ: ປະເທດລາວ, ໄທ, ມາເລເຊຍ ແລະ ສິງກະໂປ ເພື່ອຮ່ວມກັນປຶກສາຫາລືຕໍ່ຂອບສັນຍາການຮ່ວມມືໃນໂຄງການສະໜອງພະລັງງານໄຟຟ້າຈາກ ສປປ ລາວ ຫາປະເທດສິງກະໂປ ( LTMS PIP ) ຈໍານວນ 100 MW ເຊິ່ງຄາດວ່າຈະໄດ້ເຊັນ MOU ລະຫວ່າງ 4 ປະເທດໃນເດືອນພະຈິກ 2020 ຢູ່ໃນວາລະຂອງກອງປະຊຸມ AMEM ຄັ້ງທີ 38 ແລະ ໃຫ້ສາມາດເລີ່ມຈັດຕັ້ງປະຕິບັດໂຄງການຫຼັງຈາກປີ 2021.

ກອງປະຊຸມດັ່ງກ່າວມີຂຶ້ນໃນລະຫວ່າງວັນທີ 24 – 27 ສິງຫາ 2020 ຜ່ານມານີ້.
( ເນື້ອໃນ – ຮູບ: ກົມແຜນການ ແລະ ການຮ່ວມມື )