ເປີດສູນສຸຂະນາໄມ ແລະ ສຸຂະນາໄມພືດຄົບວົງຈອນຢູ່ດ່ານສາກົນບໍ່ເຕັນ

134

ວັນທີ 28 ສິງຫາ 2020 ທີ່ດ່ານສາກົນບໍ່ເຕັນ ແຂວງ ຫຼວງນໍ້າທາ ໄດ້ເປີດສູນສຸຂະນາໄມ ແລະ ສຸຂະນາໄມພືດຄົບວົງຈອນ ສ້າງຫ້ອງວິໄຈສັດຕູພືດ ISO 17025 ເຂົ້າຮ່ວມຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ), ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງຫຼວງ ນໍ້າທາ ມີຫົວໜ້າກົມ – ຮອງກົມປູກຝັງ ແລະ ພະແນກອ້ອມຂ້າງແຂວງເຂົ້າຮ່ວມ.


ທ່ານ ນາງ ສີມອນ ແກ້ວວົງເພັດ ປະທານກຸ່ມບໍລິສັດສີມອນ ພັດທະນາກະສິກຳ ແລະ ບໍລິການຂາເຂົ້າ – ຂາອອກ ຈຳກັດຜູ້ດຽວ ກ່າວວ່າ: ບໍລິສັດດໍາເນີນກິດຈະການມາຫຼາຍກວ່າ 10 ປີ ໃນກິດຈະການຈັດສົ່ງສິນຄ້າ ເພື່ອນຳເຂົ້າ ແລະ ສົ່ງອອກສິນຄ້າກະສິກໍາ ຈາກ ສປ ຈີນ, ຍັງນໍາເຂົ້າສິນຄ້າຈາກໄທ ສົ່ງໄປ ສປ ຈີນ. ນອກນັ້ນ, ຍັງດຳເນີນການດ້ານການພັດທະນາສຸຂະນາໄມພືດຢູ່ດ່ານປາງໄຮ ແລະ ດ່ານສາກົນບໍ່ເຕັນ.


ບໍລິສັດໄດ້ຮັບການຢັ້ງຢືນມາດຕະຖານສາກົນຂອງປະເທດອົສຕຣາລີ ຮ່ວມມືກັບພັກ – ລັດໃນການສ້າງຕັ້ງສູນບໍລິການສຸຂະນາໄມ ແລະ ສຸຂະນາໄມພືດຄົບວົງຈອນ ເຊິ່ງຈະເຮັດໜ້າທີ່ບໍລິການສຸຂະນາໄມພືດ, ການອອກໃບຢັ້ງຢືນປອດສັດຕູພືດ ບໍລິການກວດກາ ແລະ ວິໄຈ, ບໍລິການກຳຈັດສັດຕູພືດກັກກັນ ແລະ ບໍລິການປ້ອງກັນຕິດພັນກັບການສ້າງເຂດປອດສັດຕູພືດ ຮອງຮັບໃຫ້ແກ່ການນຳເຂົ້າ – ສົ່ງອອກສິນຄ້າກະສິກໍາ, ອອກໃບຢັ້ງຢືນມາດຕະຖານຂອງ ສປ ຈີນ ແລະ ສາກົນໃນການກວດກາ, ວິໄຈໃຫ້ໄດ້ຕາມມາດຖານທີ່ກຳນົດໄວ້.


ສູນແຫ່ງນີ້ຈະສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈໃຫ້ກັບບັນດາປະເທດຜູ້ຮັບຊື້ ແລະ ຄູ່ຄ້າ ຊຸກຍູ້ໃຫ້ ສປ ຈີນ ເພີ່ມລາຍການນໍາເຂົ້າສິນຄ້າຈາກ ສປປ ລາວ ໃຫ້ຫຼາຍຂຶ້ນ.
[ ຂ່າວ: ອຸ້ມ ]