ແຕ່ງຕັ້ງຫົວໜ້າ ແລະຮອງໃນພະແນກວິທະຍາສາດ-ເຕັກໂນໂລຊີແຂວງຄຳມ່ວນ

137

ເພື່ອສືບຕໍ່ຊີ້ນຳ-ນຳພາວຽກໃນໃນພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນໃຫ້ ນັບມື້ມີຄວາມກ້າວໜ້າ ເຂັ້ມແຂງໃນວັນທີ 31 ສິງຫາ 2020 ແຂວງຄຳມ່ວນໄດ້ປະກາດການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກດັ່ງກ່າວຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ, ມີບັນດາທ່ານຈາກພະແນກການ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດອ້ອມຂ້າງແຂວງ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ວິຊາການພາຍໃນພະແນກເຂົ້າຮ່ວມ.

ທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຄຳມ່ວນ ເຊິ່ງໄດ້ຕົກລົງແຕ່ງຕັ້ງທ່ານ ນາງ ແຕງອ່ອນ ລິນສົມພູ ຮັກສາການຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ເປັນຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຄຳມ່ວນ, ແຕ່ງຕັ້ງທ່ານ ນາງ ຄຳສອນ ສີວົງສາ ຫົວໜ້າຂະແໜງບໍລິຫານ-ຈັດຕັ້ງ, ແຜນການ ແລະ ກວດກາ ຂຶ້ນເປັນຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ.

ທັງນີ້ກໍ່ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຄົບຕາມໂຄງປະກອບການຈັດຕັ້ງ ເພື່ອຊີ້ນຳ-ນຳພາໜ້າທີ່ວຽກງານພາຍໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ມີທ່າກ້າວຂະຫຍາຍຕົວນັບມື້ດີຂຶ້ນ. ໂອກາດດັ່ງກ່າວ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ຖືກແຕ່ງຕັ້ງ ໃໝ່ ຈົ່ງໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຈັດຕັ້ງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະ ພ້ອມທັງມີການຕິດຕາມ, ກວດກາ ແລະ ສະຫຼຸບລາຍງານໃນແຕ່ລະໄລຍະ, ເອົາໃຈໃສ່ໃນການສ້າງພະນັກງານສືບທອດປ່ຽນແທນ ພ້ອມທັງຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.