ປະກາດແຕ່ງຕັ້ງທ່ານ ນາງ ວັນນາລີ ແກ້ວຫານາມ ເປັນຮອງເຈົ້ານະຄອນໄກສອນພົມວິຫານ ຄົນໃໝ່

325

ສະຫວັນນະເຂດໄດ້ມີພິທີປະກາດພະນັກງານອອກ ພັກການ-ຮັບອຸດໜູນບຳນານ ແລະແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງນະຄອນໄກສອນ ພົມວິຫານ ໃນຕອນບ່າຍ ຂອງວັນທີ 30 ເມສານີ້, ໂດຍການເປັນ ປະທານຂອງທ່ານ ບຸນໂຈມ ອຸບົນ ປະເສີດ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ນອກນນີ້ຍັງມີຄະນະຈັດຕັ້ງແຂວງ, ຫົວໜ້າຫ້ອງການອ້ອມຂ້າງນະ ຄອນ ແລະນາຍບ້ານທົ່ວນະຄອນ ເຂົ້າຮ່ວມ.

May be an image of 5 people, barong, dais and text
ໃນພິທີ, ຕາງໜ້າຄະນະຈັດ ຕັ້ງແຂວງ ໄດ້ຜ່ານຂໍ້້ຕົກລົງຂອງ ທ່ານ ເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການອະນຸມັດໃຫ້ທ່ານ ສົມໝາຍ ສົງວິໄລ ກຳມະການ ປະຈຳພັກນະຄອນ ຮອງເຈົ້ານະ ຄອນໄກສອນພົມວິຫານ ອອກພັກ ການ-ຮັບອຸດໜູນບໍານານ, ຜ່ານຂໍ້ ຕົກລົງຂອງທ່ານເຈົ້າແຂວງວ່າ ດ້ວຍການແຕ່ງຕັ້ງພະນັກງານ ໂດຍໄດ້ແຕ່ງຕັ້ງທ່ານ ນາງ ວັນ ນາລີ ແກ້ວຫານາມ ກຳມະການ ປະຈຳພັກນະຄອນ ເປັນຮອງເຈົ້າ ນະຄອນໄກສອນ ພົມວິຫານ ໂອ ກາດນີ້, ທ່ານ ບຸນໂຈມ ອຸບົນປະ ເສີດ ກໍ່ໄດ້ໃຫ້ກຽດມອບຂໍ້ຕົກລົງ ໃຫ້ທັງສອງທ່ານ.

May be an image of 2 people and text
ຈາກນັ້ນ, ທ່ານ ບຸນຍໍ ວໍລະ ສັກສິດ ກຳມະການປະຈຳພັກນະ ຄອນຫົວໜ້າຄະນະຈັດຕັ້ງນະ ຄອນ ໄກສອນ ພົມວິຫານ ໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້ານະຄອນ ໄກສອນພົມວິຫານ ວ່າດ້ວຍ ການ ຍົກຍ້າຍ ແລະແຕ່ງຕັ້ງພະນັກງານ ນຳພາ-ຄຸ້ມຄອງຂອງນະຄອນ ໃນນີ້: ໄດ້ຕົກລົງຍົກຍ້າຍ ທ່ານ ວຽງໄຊ ບຸນຍະວົງ ຮອງຫົວ ໜ້າຫ້ອງການພາຍໃນນະຄອນ ໄປເປັນຮອງຫົວໜ້າຄະນະໂຄ ສະນາອົບຮົມນະຄອນ, ຍົກຍ້າຍ ທ່ານ ນາງ ສຸລິກອນ ມາລາວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ, ພັດທະນາ ແລະບໍລິການນະຄອນ ໄປເປັນຮອງຫົວໜ້າຫ້ອງວ່າການ ປົກຄອງນະຄອນ, ຍົກຍ້າຍທ່ານ ສຸລິໄຊ ໄຊຍະໄກ ຮອງຫົວໜ້າຄະ ນະໂຄສະນາອົບຮົມນະຄອນ ໄປ ເປັນຮອງຫົວໜ້າຫ້ອງການພາຍ ໃນນະຄອນ ແລະແຕ່ງຕັ້ງທ່ານ ປະຕິວອນ ບຸນຍະລັກ ເປັນຮອງຫົວ ໜ້າຫ້ອງການຄຸ້ມຄອງ, ພັດທະ ນາ ແລະບໍລິການນະຄອນໄກສອນ ພົມວິຫານ.

May be an image of 3 people, dais and text
ການແຕ່ງຕັ້ງພະນັກງານນຳ ພາ-ຄຸ້ມຄອງຂອງນະຄອນໃນ ຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງ ທັງນີ້ກໍ່ເພື່ອຕອບ ສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ຂອງນະຄອນໃນສະເພາະໜ້າ ແລະຍາວນານ ກໍ່ຄືເພື່ອກະກຽມ ດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກຂອງນະຄອນທີ່ຈະມາ ເຖິງໃນຕໍ່ໜ້ານີ້./.