ອັດຕາເງິນເຟີ້ເດືອນກໍລະກົດ ຫຼຸດລົງເລັກໜ້ອຍ

321

ອັດຕາເງິນເຟີ້ເດືອນກໍລະກົດຫຼຸດລົງເລັກໜ້ອຍ ມາຢູ່ທີ່ 5,12% ຈາກລະດັບ 5,28% ໃນເດືອນມິຖຸນາ, ເນື່ອງຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເຊິ່ງເປັນໝວດຫຼັກເໜັງຕີງເພີ່ມຂຶ້ນຊ້າລົງກວ່າເດືອນຜ່ານມາ. ຢ່າງໃດກໍຕາມ, ການປ່ຽນແປງດັດຊະນີລາຄາເດືອນຕໍ່ເດືອນເຫັນວ່າເພີ່ມຂຶ້ນ 0,64%, ໃນນີ້ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,44%, ໝວດຄົມມະນາຄົມ ແລະ ຂົນສົ່ງເພີ່ມຂຶ້ນ 0,92%.

ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ໄດ້ອອກບົດລາຍງານອັດຕາເງິນເຟີ້ປະຈຳເດືອນກໍລະກົດ 2020 ໂດຍລະບຸວ່າ: ສະພາບລວມຂອງອັດຕາເງິນເຟີ້ ປະຈໍາດືອນກໍລະກົດ 2020 ເພີ່ມຂຶ້ນຢູ່ໃນລະດັບ 5,12%, ເມື່ອທຽບກັບອັດຕາເງິນເຟີ້ຂອງເດືອນຜ່ານມາ ແມ່ນສືບ ຕໍ່ເໜັງຕີງຊ້າກວ່າເລັກໜ້ອຍ ( ເດືອນມິຖຸນາ 2020 ຢູ່ລະດັບ 5,28% ), ເນື່ອງມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເຊິ່ງເປັນໝວດຫຼັກເໜັງຕີງເພີ່ມຊ້າລົງກວ່າເດືອນຜ່ານມາ ຈາກ 9,59% ມາເປັນ 8,79%, ແຕ່ກໍ່ເຫັນວ່າຍັງເປັນອັດຕາເຟີ້ທີ່ສູງຢູ່ໃນໝວດສິນຄ້າດັ່ງກ່າວ. ພ້ອມດຽວກັນນີ້, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ແມ່ນມີທ່າອ່ຽງເພີ່ມຂຶ້ນ 5,25%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 5,22%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 5,49%, ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 10,23%.

ສ່ວນການປ່ຽນແປງດັດຊະນີລາຄາເດືອນຕໍ່ເດືອນເພີ່ມຂຶ້ນ 0,64%, ໃນນີ້ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 0,76%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,30%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,44%, ໝວດຄົມມະນາຄົມ ແລະ ຂົນສົົ່ງ 0,92% ແລະ ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 2,31%.

ສາເຫດທີ່ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນກໍລະກົດ 2020 ເໜັງຕີງຄືແນວນີ້ແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ຄື:
– ການລະບາດຂອງພະຍາດໂຄວິດ – 19 ແມ່ນຍັງຄົງສືບຕໍ່ມາຮອດປັດຈຸບັນ ເຊິ່ງເປັນຜົນກະທົບຕໍ່ລະບົບເສດຖະກິດເປັນບໍລິເວນກວ້າງ. ໃນນັ້ນ, ແມ່ນປັດໄຈທາງດ້ານລາຄາສິນຄ້າ ແລະ ບໍລິການ ສົ່ງຜົນໃຫ້ລາຄາສິນຄ້າບາງປະເພດປັບຕົວສູງຂຶ້ນ ເປັນຕົ້ນແມ່ນລາຄາຄໍາໃນຕະຫຼາດໂລກ ແລະ ລາຄານໍ້າມັນເຊື້ອໄຟກໍປັບຕົວເພີ່ມຂຶ້ນ; ລາຄາສະບຽງອາຫານ, ການຮັກສາສຸຂະພາບ ແລະ ຢາທີ່ເພີ່ມຂຶ້ນພາຍໃນປະເທດເປັນຕົ້ນ.


– ສະພາບການຜະລິດສິນຄ້າພາຍໃນຍັງບໍ່ທັນເຂັ້ມແຂງ ສົ່ງຜົນໃຫ້ລາຄາປະເພດອາຫານມີລາຄາສູງ ແລະ ທ່າອ່ຽງເພີ່ມຂຶ້ນ ບວກກັບໃນໄລຍະນີ້ເປັນໄລຍະລະດູຝົນແມ່ນມີຜົນກະທົບຕໍ່ການຜະລິດ ໂດຍສະເພາະແມ່ນການຜະລິດພືດຜັກເພື່ອສະໜອງຕະຫຼາດ.
– ສະພາບອັດຕາແລກປ່ຽນຍັງເໜັງຕີງເພີ່ມຂຶ້ນ ເຊິ່ງເປັນອີກປັດໄຈໜຶ່ງທີ່ສົ່ງຜົນໃຫ້ລາຄາສິນຄ້າປັບຕົວສູງ, ເນື່ອງຈາກພາຍໃນປະເທດຍັງເພິ່ງພາການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກເປັນສ່ວນ ໃຫຍ່ລວມທັງສິນຄ້າວັດຖຸດິບ.