Monthly Archives: September, 2020

ບໍລິຄຳໄຊເຮັດໄດ້ດີ ປ້າຍພາສາຕ່າງປະເທດໃຫຍ່ກວ່າຮື້ຖີ້ມ

ບ້ານເຮົາປະຈຸບັນມີກົດໝາຍວ່າດ້ວຍປ້າຍອອກມາແລ້ວ ເຊິ່ງໄດ້ລະບຸຊັດເຈນກ່ຽວກັບຮູບແບບຕ່າງໆໄວ້ ແຕ່ໃນພາກປະຕິບັດຕົວຈີງແມ່ນຍັງເຮັດບໍ່ທັນໄດ້ດີ ມີຫຼາຍແຂວງລວມທັງນະຄອນຫຼວງທີ່ມີການອອກປ້າຍ, ຕິດປ້າຍບໍ່ຖືກຕາມລະບຽບກົດໝາຍທີ່ກຳນົດໄວ້ ຈິ່ງຖືກຮື້ຖອນອອກ ເພື່ອຄວາມເປັນລະບຽບຮຽບຮ້ອຍ. ຫຼ້າສຸດຢູ່ແຂວງບໍລິຄຳໄຊ ໃນວັນທີ 1 ກັນຍາ 2020 ທ່ານ ບົວສອນ ບຸດຊາດອນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍລິຄໍາໄຊ ພ້ອມດ້ວຍພະນັກງານວິຊາ ການຂະແໜງວັດທະນະທໍາ ສົມທົບກັບຫ້ອງການ ຖວທ...

ຫົວສີໄຄ ສະໝຸນໄພດີມີປະໂຫຍດ

ຫົວສີໄຄ ສະໝຸນໄພໃກ້ເຮືອນຄົວທີ່ນຳມາໃຊ້ປຸງອາຫານກັນມາດົນ ມາເບິ່ງຄຸນປະໂຫຍດຂອງມັນທີ່ເຮົາອາດຈະບໍ່ເຄີຍຮູ້ມາກ່ອນ. ຊ່ວຍບຳລຸງຜິວ ຫົວສີໄຄເປັນສະໝຸນໄພທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ດັ່ງນັ້ນມັນຈຶ່ງສາມາດຊ່ວຍບຳລຸງຜິວຂອງທ່ານໄດ້ ເຮັດໃຫ້ຜິວຂອງທ່ານເປັ່ງປະກາຍມີສຸຂະພາບດີ ແຖມຍັງຊ່ວຍເຮັດໃຫ້ຜິວຂອງທ່ານຍັງອ່ອນກວ່າໄວຢູ່ສະເໝີ ແລະ ຊ່ວຍຫຼຸດສິວຕ່າງໆໄດ້ນຳອີກ. ຊ່ວຍສ້ອມແຊມ ແລະ ບຳລຸງລະບົບປະສາດ ມີການສຶກສາຈຳນວນບໍ່ໜ້ອຍທີ່ຄົ້ນພົບວ່າຫົວສີໄຄສາມາດຊ່ວຍສ້ອມແຊມ ແລະ ເສີມຄວາມແຂງແຮງໃຫ້ກັບລະບົບປະສາດໄດ້ ພິສູດໄດ້ງ່າຍໆ ດ້ວຍການນຳເອົານ້ຳມັນຫອມລະເຫີຍຫົວສີໄຄມາຢອດລົງຜິວ ທ່ານຮູ້ສຶກໄດ້ວ່າມັນອຸ່ນໆ ຊຶ່ງມັນຈະເຮັດໃຫ້ກ້າມເນື້ອຂອງທ່ານຜ່ອນຄ້າຍຫຼາຍ ແລະ ຫຼຸດອາການເປັນຕະຄິວໄດ້ ແຕ່ກໍຢ່າລືມວ່າທຸກຄັ້ງທີ່ຈະໃຊ້ນໍ້າມັນຫອມລະເຫີຍຫົວສີໄຄ ທ່ານຄວນທີ່ຈະປະສົມກັບນໍ້າມັນທຳມະຊາດ (carrier oil) ແລະ ຫ້າມໃຊ້ນໍ້າມັນຫອມລະເຫີຍກັບຜິວໂດຍກົງເດັດຂາດ. ລ້າງສານພິດ ສຳລັບຄົນທີ່ຮັກສາສຸຂະພາບ...

ໝົກເຫັດເຂັມທອງສາມຊັ້ນ

ມື້ນີ້ຂໍສະເໜີ ໝົກເຫັດເຂັມທອງສາມຊັ້ນ ໃສ່ໝໍ້ ຮັບຮອງແຊບ ເຜັດ ຖືກປາກ ແລະ ຖືກໃຈຫຼາຍໆທ່ານຢ່າງແນ່ນອນ ວິທີເຮັດກໍງ່າຍ ບໍ່ຍາກ ກິນກັບເຂົ້າໜຽວ ຫຼື ເຂົ້າຈ້າວກໍເຂົ້າກັນດີ ເຮົາໄປເບິ່ງສູດພ້ອມຂັ້ນຕອນເຮັດກັນເລີຍ. ວັດຖຸດິບ ແລະ ສ່ວນປະສົມ: ເຫັດເຂັມທອງ 500 ກຣາມ, ໄຂ່ໄກ່ 3 ໜ່ວຍ, ໝູສາມຊັ້ນ 300...

ຄວນຮຽນຮູ້ການດຳເນີນທຸລະກິດໃນຍຸກໃໝ່ ທ່າມກາງການລະບາດພະຍາດໂຄວິດ – 19

ໂຄວິດ - 19 ໄດ້ເຮັດໃຫ້ພາກທຸລະກິດຕ້ອງປັບຕົວກັນຢ່າງໃຫຍ່ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ທີ່ເປັນໜໍ່ແໜງສໍາຄັນຂອງເສດຖະກິດປະເທດເຮົາ ເນື່ອງຈາກກວມເອົາ 90% ຂອງບັນດາວິສາຫະກິດໃນລາວ. ເມື່ອໄດ້ຮັບຜົນກະທົບຄືແນວນັ້ນຫຼາຍອົງກອນໄດ້ປັບຕົວ ເພື່ອໃຫ້ເຂົ້າກັບສະພາບການ ຫຼື ຢູ່ກັບມັນໃຫ້ໄດ້ ເພາະໂຄວິດອາດຈະແກ່ຍາວ ຫຼື ຢູ່ນໍາພວກເຮົາໄປອີກຫຼາຍປີ. ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ...

ທະນາຄານການຄ້າ ແລະ ບັນດາສະຖາບັນການສຶກສາ ພາຍໃນນະຄອນຫຼວງ ວ່າດ້ວຍການຮ່ວມມື ໂຄງການບັດນັກສຶກສາ

ເພື່ອເປັນການຍົກລະດັບ ບັດນັກສຶກສາ ໃຫ້ສາມາດໃຊ້ເປັນບັດດຽວກັນກັບ ບັດ ATM ຂອງ ທຄຕລ ເພື່ອນຳໃຊ້ໄວ້ຢັ້ງຢືນຕົວຕົນຂອງນັກສຶກສາ, ຢັ້ງຢືນການເຂົ້າຫ້ອງສອບເສັງ, ໃຊ້ໄວ້ຊຳລະຄ່າຮຽນ-ຄ່າທຳນຽມຕ່າງໆ. ນອກຈາກນັ້ນຍັງສາມາດນໍາໃຊ້ເຂົ້າໃນການຖອນເງິນສົດໄດ້ທີ່ຕູ້ ATM, ຊໍາລະຄ່າສິນຄ້າ ແລະ ບໍລິການ ທັງພາຍໃນ ແລະ ຕ່າງປະເທດ; ທຄຕລ ຈຶ່ງໄດ້ລິເລີ່ມ ພັດທະນາບັດນັກສຶກສາໃຫ້ສາມາດໃຊ້ເປັນບັດດຽວກັນກັບບັດ ATM ໃນຊ່ວງໄລຍະປີ 2013...

ມຽນມາ ຕິດເຊື້ອໂຄວິດ – 19 ວັນດຽວ 100 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 1 ກັນຍານີ້ ກະຊວງສາທາລະນະສຸກຂອງມຽນມາ ຢືນຢັນວ່າກວດພົບຜູ້ຕິດເຊື້ອໂຄວິດ - 19 ວັນດຽວ 107 ຄົນ, ເປັນສະຖິຕິລາຍວັນສູງສຸດຄັ້ງໃໝ່ ໂດຍລັດຍະໄຂ່ ຍັງຄົງເປັນພື້ນທີ່ວິກິດທີ່ສຸດສົ່ງຜົນໃຫ້ມີຜູ້ຕິດເຊື້ອສະສົມ 882 ຄົນ ສ່ວນໃຫຍ່ເປັນການຕິດເຊື້ອຈາກພາຍໃນປະເທດ, ປິ່ນປົວດີແລ້ວ 354 ຄົນ ແລະ ເສຍຊີວິດ 6 ຄົນ....

ທັນສະໄໝ! ຍີ່ປຸ່ນເລີ່ມທົດລອງລົດບິນໄດ້

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ ສະກາຍໄດຣ ( SkyDrive ) ຜູ້ຜະລິດລົດບິນໄດ້ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ໂຕໂຢຕ້າ ຜູ້ຜະລິດລົດລາຍໃຫຍ່ຂອງຍີ່ປຸ່ນ ໄດ້ເຜີຍແຜ່ຄລິບການທົດລອງຂັບລົດ SD-03 ເຊິ່ງເປັນລົດທີ່ສາມາດບິນໄດ້ເປັນຄັ້ງທຳອິດ ກ່ອນຈະມີການທົດລອງຄັ້ງຕໍ່ໆໄປ. ລາຍງານລະບຸວ່າ: ລົດ SD-03 ສາມາດເທັກອັອຟ ແລະ ແລນດິ້ງໄດ້ໃນແນວດິ່ງ, ສາມາດເຄື່ອນທີ່ ຫຼື ຢຸດຢູ່ກາງອາກາດໄດ້ຢ່າງຄ່ອງຕົວຈາກການທົດລອງຂັບຄັ້ງທຳອິດ ໂດຍຖືກບັນທຶກເອົາໄວ້ວ່າເປັນພາຫະນະເທັກອັອຟ...

ຟີລິບປິນ ເລັ່ງເຈລະຈາກັບບໍລິສັດຜະລິດວັກແຊັງ ມາທົດລອງ – ຕັ້ງຖານການຜະລິດ

ຟີລິບປິນ ກຳລັງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ - 19 ຢ່າງໜັກ ຈົນມີຜູ້ຕິດເຊື້ອສະສົມສູງທີ່ສຸດໃນອາຊຽນ ກຳລັງເລັ່ງເຈລະຈາກັບບໍລິສັດຜູ້ຜະລິດວັກແຊັງຫຼາຍແຫ່ງ ເພື່ອມາທົດລອງທາງຄລີນິກ ໂດຍຫວັງຍົກລະດັບການຮ່ວມມືເພື່ອຕັ້ງຖານການຜະລິດວັກແຊັງໃນຟີລິບປິນ. ທ່ານ ນາງ ມາເຣຍ ໂຣຊາຣີໂອ ຮອງລັດຖະມົນຕີກະຊວງສາທາລະນະສຸກຟີລິບປິນ ກ່າວເມື່ອວັນທີ 31 ສິງຫາຜ່ານມາວ່າ: ລັດຖະບານຟີລິບປິນກຳລັງເຈລະຈາກັບ 16 ບໍລິສັດຜູ້ຜະລິດວັກແຊັງຕ້ານໂຄວິດ - 19 ເພື່ອນຳວັກແຊັງດັ່ງກ່າວມາທົດລອງໃນຄົນໄລຍະທີ 3 ຢູ່ຟີລິບປິນ,...

ແນະນຳໃຫ້ຫົວໜ່ວຍທຸລະກິດນໍາໃຊ້ລະບົບແຈ້ງພາສີປະຕູດຽວ

ກົມພາສີກະຊວງການເງິນ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ( LNSW ) ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ 40 ບໍລິສັດທີ່ຈະນຳໃຊ້ລະບົບ ແຈ້ງພາສີປະຕູດຽວແຫ່ງຊາດ ເພື່ອຈະສ້າງຄວາມສະດວກໃຫ້ທຸກວຽກງານການນໍາເຂົ້າສິນຄ້າມີຄວາມໂປ່ງໃສ, ສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນສູງ. ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເປັນການຮ່ວມທຶນລະຫວ່າງກະຊວງການເງິນ ແລະ ບໍລິສັດ ບີແວັກລາວ ຈຳກັດ ( ຜູ້ດຽວ )...

ວົງການບານເຕະແຂວງຈໍາປາສັກ ຄຶກຄັກມີຫຼາຍສະໂມສອນເກີດຂຶ້ນ ຫວັງເປັນແບບຢ່າງໃຫ້ກັບແຂວງອື່ນໆ

ວົງການບານເຕະແຂວງຈໍາປາສັກ ປີນີ້ຖືວ່າຄຶກຄັກກວ່າປີຜ່ານໆມາ ໂດຍມີຫຼາຍສະໂມສອນເກີດຂຶ້ນ ແລະລົງທະບຽນກັບ ສະຫະພັນບານເຕະແຂວງຈໍາປາສັກ. ດັ່ງນັ້ນ ເຮັດໃຫ້ແຂວງຈໍາປາສັກ ຕ້ອງເລັ່ງສ້າງຄູຝຶກ ເພື່ອຮອງຮັບສະໂມສອນດັ່ງກ່າວ ແລະ ເປັນແບບຢ່າງໃຫ້ແຂວງອື່ນໆໃນການປະກອບສ່ວນເຂົ້າໃນການພັດທະນາວົງການກີລາລາວ. ທ່ານ ແກ້ວລັດຕະນະ ສີຫາວົງ ປະທານສະຫະພັນບານເຕະແຂວງຈໍາປາສັກ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ແຜນການພັດທະນາໃນປີ 2020 ຫຼັງການແຂ່ງຂັນບານເຕະຊີງຂັນທ່ານເຈົ້າແຂວງ ທີ່ຫາກໍຈົບໄປນັ້ນ ກໍຖືເປັນໂອກາດດີໃນການຄັດເລືອກເອົານັກກີລາ ເພື່ອກຽມເຂົ້າຮ່ວມແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ...
- Advertisment -
Slide
Slide

Most Read

error: Content is protected !!