ແນະນຳໃຫ້ຫົວໜ່ວຍທຸລະກິດນໍາໃຊ້ລະບົບແຈ້ງພາສີປະຕູດຽວ

161

ກົມພາສີກະຊວງການເງິນ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ( LNSW ) ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ 40 ບໍລິສັດທີ່ຈະນຳໃຊ້ລະບົບ ແຈ້ງພາສີປະຕູດຽວແຫ່ງຊາດ ເພື່ອຈະສ້າງຄວາມສະດວກໃຫ້ທຸກວຽກງານການນໍາເຂົ້າສິນຄ້າມີຄວາມໂປ່ງໃສ, ສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນສູງ.

ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເປັນການຮ່ວມທຶນລະຫວ່າງກະຊວງການເງິນ ແລະ ບໍລິສັດ ບີແວັກລາວ ຈຳກັດ ( ຜູ້ດຽວ ) ທີ່ຮັບຜິດຊອບການດຳເນີນການປະຕິບັດລະບົບແຈ້ງພາສີປະຕູດຽວແຫ່ງຊາດໃນການດຳເນີນວຽກງານການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານຢູ່ໃນ ສປປ ລາວ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ລົງວັນທີ 10 ພະຈິກ 2010, ລັດຖະບານແຫ່ງ ສປປ ລາວ ໄດ້ຮັບເອົາສັນຍາຮ່ວມຂອງການສ້າງຕັ້ງລະບົບແຈ້ງພາສີປະຕູດຽວແຫ່ງຊາດ ແລະ ດຳເນີນລະບົບດັ່ງກ່າວເຂົ້າໃນກິດຈະກຳການຄ້າຂ້າມຊາຍແດນ ເຊິ່ງເປັນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ.

ໃນການສໍາມະນາດັ່ງກ່າວ, ຍັງມີການນໍາສະເໜີການນໍາໃຊ້ລະບົບການແຈ້ງຂໍ້ມູນການຂົນສົ່ງສິນຄ້າ; ການແຈ້ງໃບຂົນສົ່ງສິນຄ້າການຄຸ້ມຄອງສິນຄ້າເຂົ້າສາງ; ການແຈ້ງພາສີເປັນລະອຽດ; ການຊໍາລະພາສີ ແລະ ພັນທະ; ການຄຸ້ມຄອງສິນຄ້າອອກສາງ ແລະ ດ່ານໃຫ້ບັນດາຫົວ ໜ່ວຍທຸລະກິດຮັບຮູ້ເຖິງການນໍາໃຊ້ລະບົບເຂົ້າໃນການຕິດຕາມ ແລະ ຄວບຄຸມກວດກາສິນຄ້າທີ່ເຂົ້າ – ອອກໃຫ້ສອດຄ່ອງກັບກົດໝາຍພາສີ ແລະ ລະບຽບການ. ພ້ອມທັງເຮັດໃຫ້ຫົວໜ່ວຍທຸລະກິດ ຫຼື ບໍລິສັດໄດ້ແລກປ່ຽນປະກອບຄໍາຄິດເຫັນຕໍ່ການນໍາໃຊ້ໄດ້ຢ່າງຄ່ອງຕົວ ແລະ ມີປະສິດທິຜົນ.

ພິທີດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ໂຮງແຮມເລີທາດຫຼວງດໍ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວົງຄໍາແຫງ ວົງທະຈັກ ຮອງຫົວໜ້າກົມພາສີ ກະຊວງການເງິນ, ພ້ອມຫົວໜ່ວຍທຸລະກິດ ແລະ ບັນດາບໍລິສັດເຂົ້າຮ່ວມ.
( ຂໍ້ມູນ: ພອນໄຊ ມັງໜໍ່ເມກ )