ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ ສະກາຍໄດຣ ( SkyDrive ) ຜູ້ຜະລິດລົດບິນໄດ້ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ໂຕໂຢຕ້າ ຜູ້ຜະລິດລົດລາຍໃຫຍ່ຂອງຍີ່ປຸ່ນ ໄດ້ເຜີຍແຜ່ຄລິບການທົດລອງຂັບລົດ SD-03 ເຊິ່ງເປັນລົດທີ່ສາມາດບິນໄດ້ເປັນຄັ້ງທຳອິດ ກ່ອນຈະມີການທົດລອງຄັ້ງຕໍ່ໆໄປ.
ລາຍງານລະບຸວ່າ: ລົດ SD-03 ສາມາດເທັກອັອຟ ແລະ ແລນດິ້ງໄດ້ໃນແນວດິ່ງ, ສາມາດເຄື່ອນທີ່ ຫຼື ຢຸດຢູ່ກາງອາກາດໄດ້ຢ່າງຄ່ອງຕົວຈາກການທົດລອງຂັບຄັ້ງທຳອິດ ໂດຍຖືກບັນທຶກເອົາໄວ້ວ່າເປັນພາຫະນະເທັກອັອຟ ແລະ ແລນດິ້ງໃນແນວດິ່ງ ( VTOL ), ລົດດັ່ງກ່າວມີ 2 ບ່ອນນັ່ງ ເໝາະສຳລັບການໃຊ້ຢູ່ໃນຕົວເມືອງໃຫຍ່ ໂດຍສະເພາະແມ່ນເມືອງທີ່ມີລົດແອອັດ ໂດຍລົດລຸ້ນດັ່ງກ່າວມີໃບພັດ 8 ອັນ ຊ່ວຍໃຫ້ບິນໄດ້ຢ່າງປອດໄພ.
ບໍລິສັດ ສະກາຍໄດຣ ວາງແຜນໄວ້ວ່າຈະທົດລອງບິນອີກຄັ້ງຢູ່ນອກສະໜາມທົດລອງພາຍໃນທ້າຍປີນີ້ ແລະ ວາງແຜນຜະລິດເພື່ອຈຳໜ່າຍໃນປີ 2023.