ຫົວສີໄຄ ສະໝຸນໄພດີມີປະໂຫຍດ

990

ຫົວສີໄຄ ສະໝຸນໄພໃກ້ເຮືອນຄົວທີ່ນຳມາໃຊ້ປຸງອາຫານກັນມາດົນ ມາເບິ່ງຄຸນປະໂຫຍດຂອງມັນທີ່ເຮົາອາດຈະບໍ່ເຄີຍຮູ້ມາກ່ອນ.

  • ຊ່ວຍບຳລຸງຜິວ

ຫົວສີໄຄເປັນສະໝຸນໄພທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ດັ່ງນັ້ນມັນຈຶ່ງສາມາດຊ່ວຍບຳລຸງຜິວຂອງທ່ານໄດ້ ເຮັດໃຫ້ຜິວຂອງທ່ານເປັ່ງປະກາຍມີສຸຂະພາບດີ ແຖມຍັງຊ່ວຍເຮັດໃຫ້ຜິວຂອງທ່ານຍັງອ່ອນກວ່າໄວຢູ່ສະເໝີ ແລະ ຊ່ວຍຫຼຸດສິວຕ່າງໆໄດ້ນຳອີກ.

  • ຊ່ວຍສ້ອມແຊມ ແລະ ບຳລຸງລະບົບປະສາດ

ມີການສຶກສາຈຳນວນບໍ່ໜ້ອຍທີ່ຄົ້ນພົບວ່າຫົວສີໄຄສາມາດຊ່ວຍສ້ອມແຊມ ແລະ ເສີມຄວາມແຂງແຮງໃຫ້ກັບລະບົບປະສາດໄດ້ ພິສູດໄດ້ງ່າຍໆ ດ້ວຍການນຳເອົານ້ຳມັນຫອມລະເຫີຍຫົວສີໄຄມາຢອດລົງຜິວ ທ່ານຮູ້ສຶກໄດ້ວ່າມັນອຸ່ນໆ ຊຶ່ງມັນຈະເຮັດໃຫ້ກ້າມເນື້ອຂອງທ່ານຜ່ອນຄ້າຍຫຼາຍ ແລະ ຫຼຸດອາການເປັນຕະຄິວໄດ້ ແຕ່ກໍຢ່າລືມວ່າທຸກຄັ້ງທີ່ຈະໃຊ້ນໍ້າມັນຫອມລະເຫີຍຫົວສີໄຄ ທ່ານຄວນທີ່ຈະປະສົມກັບນໍ້າມັນທຳມະຊາດ (carrier oil) ແລະ ຫ້າມໃຊ້ນໍ້າມັນຫອມລະເຫີຍກັບຜິວໂດຍກົງເດັດຂາດ.

  • ລ້າງສານພິດ

ສຳລັບຄົນທີ່ຮັກສາສຸຂະພາບ ແລະ ມັກລ້າງສານພິດໃນຮ່າງກາຍຕະຫຼອດ ຫ້າມພາດເດັດຂາດ ເພາະວ່າຫົວສີໄຄມີຄຸນສົມບັດໃນການລ້າງສານພິດໃນຮ່າງກາຍ ໂດຍການເຮັດໃຫ້ທ່ານຍ່ຽວດຸຂຶ້ນເນື່ອງຈາກສານທີ່ຢູ່ໃນຫົວສີໄຄຈະຊ່ວຍທຳຄວາມສະອາດລະບົບຍ່ອຍອາຫານ ເຊັ່ນ: ຕັບ, ຕັບອ່ອນ, ໄຕ ແລະ ກະເພາະຍ່ຽວ ຂັບສານພິດ ແລະ ກົດຢູຣິກອອກຈາກຮ່າງກາຍເຮັດໃຫ້ລະບົບຍ່ອຍອາຫານຂອງທ່ານສະອາດຂຶ້ນ ແລະ ເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.