ໄຂ່ມົດແດງ (ໄຂ່ມົດສົ້ມ) ເປັນອາຫານລາວ ທີ່ຕະຫຼາດມີຄວາມຕ້ອງການສູງ ແລະ ລາຄາກໍສູງອີກ, ສາມາດເຮັດກິນໄດ້ຫຼາຍເມນູ ເຊັ່ນ: ເອາະ, ແກງ, ຂົ້ວ, ໝົກ, ກ້ອຍ…ດັ່ງນັ້ນ, ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດໝົກໄຂ່ມົດແດງ ໃສ່ໄຂ່ໃກ່ ແລະ ໝູບົດ.
▶ວັດຖຸດິບ: ໄຂ່ມົດແດງ (ລ້າງສະອາດ), ໄຂ່ໃກ່, ໝູບົດລະອຽດ, ຫົວຫອມບົ່ວ, ຫົວຜັກທຽມ, ຜັກອີຕູ່, ຫອມບົ່ວ, ຫົວສີໃຄ, ເກືອ, ແປ້ງນົວ, ໝາກເຜັດ (ລ້າງຜັກໃຫ້ສະອາດ), ໃບຕອງ.
▶ວິທີເຮັດ: ຊອຍຫົວ ຫອມບົ່ວ, ຫົວຜັກທຽມ, ຫົວສີໃຄ, ເກືອ, ແປ້ງນົວ, ໝາກເຜັດ ໃສ່ຄົກແລ້ວຕຳໃຫ້ລະອຽດ, ແລ້ວຕັກມາໃສ່ໄຂ່ມົດແດງທີ່ກຽມໄວ້, ຈາກນັ້ນກໍເອົາຊີ້ນໝູບົດລົງໃສ່, ເອົາໄຂ່ໃກ່ຕອກລົງ 1-2 ໜ່ວຍ ແລ້ວຄົນໃຫ້ເຂົ້າກັນ ຈາກນັ້ນກໍປຸງລົດຊາດໃຫ້ພໍດີແລ້ວຊອຍຫອມໃສ່ບົ່ວ ແລະ ຜັກອີຕູ່ລົງໄປ. ຈາກນັ້ນກໍຈີກຕອງເຮັດຄືຫໍ່ໝົກ ກໍຫໍ່ຕາມຂະໜາດມັກ. ຈາກນັ້ນນໍາໄປໜຶ້ງ ປະມານ 45 ນາທີ ກະວ່າຊີ້ນໝູບົດສຸກກໍສາມາດນຳອອກມາກິນໄດ້.