ຢາເຄອັນຕະລາຍເຖິງຂັ້ນເສຍຊີວິດ

34

ຂຶ້ນຊື່ວ່າຢາເສບຕິດລ້ວນແລ້ວແຕ່ສົ່ງຜົນເສຍຕໍ່ຮ່າງກາຍ ແລະ ຈິດໃຈທັງທາງກົງ ແລ ທາງອ້ອມ ສານເສບຕິດປະກອບມີຫຼາຍຊະນິດ “ຢາເຄ” ກໍເປັນອີກສານໜຶ່ງທີ່ອັນຕະລາຍເຖິງຂັ້ນເສຍຊີວິດໄດ້.

ຢາເຄ ຫຼື ເຄຕາມິນ Ketamine ມີທັງແບບຜົງ  ແລະ ແບບນໍ້າຂາວໃສ ໃນທາງການແພດຈະໃຊ້ເປັນຢາໃນກຸ່ມຂອງຢາສະຫຼົບ ເພື່ອອອກລິກລະງັບອາການປວດ, ລະງັບປະສາດກ່ອນຈະເຮັດການຜ່າຕັດ ຢາຈະອອກລິດໄວ ແລະ ມີປະສິດທິພາບສູງ.

ไม่มีคำอธิบายรูปภาพ

ແຕ່ໃນປັດຈຸບັນ, ມັກພົບເຫັນກຸ່ມໄວໜຸ່ມນໍາໃຊ້ຢາຊະນິດຜົງນີ້ປະສົມປະສານກັບສານເສບຕິດຊະນິດອື່ນໆເຊັ່ນ:ຢາໄອ້, ເຮໂລອິນ, ຢານອນຫຼັບ ປະສົມເຂົ້າກັນໃຫ້ເປັນຜົງແລ້ວນໍາມາເສບສູດດົມ ຄຽງຄູ່ກັບການດື່ມແອວກໍຮໍ ກໍຍິ່ງເພີ່ມຄວາມສ່ຽງ.

ไม่มีคำอธิบายรูปภาพ

ຢາເຄສາມາດນໍາເຂົ້າສູ່ຮ່າງກາຍໄດ້ໂດຍການຮັບປະທານ, ສູດດົມ, ສີດເຂົ້າກ້າມຊີ້ນ ຫຼື ຫຼອດເລືອດດໍາ ຢາຊະນິດນີ້ຈະອອກລິດຫຼອນປະສາດຮຸນແຮງ ຜູ້ເສບຈະຮູ້ສຶກວ່າຕົນເອງມີຄວາມສຸກ, ເກີດການຝັນ, ເພີດເພີນໃນໄລຍະສັ້ນ, ເກີດອາການລະແວງ ເມື່ອຢາໝົດລິດຈະມີຜົນຂ້າງຄຽງຕໍ່ຜູ້ໃຊ້ຄື: ປະສາດຫຼອນ, ສັບສົນ, ຢູ່ບໍ່ເປັນສຸກ, ເຮັດຫຍັງບໍ່ໄດ້…ຖ້າໃຊ້ຢານີ້ຕິດຕໍ່ກັນໄປດົນຈະສົ່ງຜົນກະທົບຕໍ່ສະໝອງໂດຍກົງ ເຮັດໃຫ້ມີບັນຫາຄວາມຈໍາ, ສະມາທິ, ສະໝອງ ແລະ ກ້າມຊີ້ນຂາດອອກຊີເຈນ ຈົນເຖິງຂັ້ນເສຍຊີວິດໄດ້.

[ ຂໍ້ມູນຈາກ:

ກົມການແພດໄທ ]