ໝົກເຫັດເຂັມທອງສາມຊັ້ນ

200

ມື້ນີ້ຂໍສະເໜີ ໝົກເຫັດເຂັມທອງສາມຊັ້ນ ໃສ່ໝໍ້ ຮັບຮອງແຊບ ເຜັດ ຖືກປາກ ແລະ ຖືກໃຈຫຼາຍໆທ່ານຢ່າງແນ່ນອນ ວິທີເຮັດກໍງ່າຍ ບໍ່ຍາກ ກິນກັບເຂົ້າໜຽວ ຫຼື ເຂົ້າຈ້າວກໍເຂົ້າກັນດີ ເຮົາໄປເບິ່ງສູດພ້ອມຂັ້ນຕອນເຮັດກັນເລີຍ.

ວັດຖຸດິບ ແລະ ສ່ວນປະສົມ: ເຫັດເຂັມທອງ 500 ກຣາມ, ໄຂ່ໄກ່ 3 ໜ່ວຍ, ໝູສາມຊັ້ນ 300 ກຣາມ, ໝາກເຜັດແດງສົດ 1 ຖ້ວຍ, ຫົວສີໄຄ 3 ຕົ້ນ, ຫອມບົວແຫ້ງ 7 ຫົວ, ກະທຽມ 7 ກີບ, ໃບຂີ້ຫູດ 8 ໃບ, ຫອມບົວໃບຊອຍທ່ອນ 1 ຖ້ວຍ, ຜັກນາງຕູ່ 1 ຖ້ວຍ, ນ້ຳປາແດກ ½ ຖ້ວຍ, ນ້ຳປາ 2 ບ່ວງແກງ, ຄະນໍ 1 ບ່ວງແກງ ແລະ ນ້ຳສະອາດ 1/3 ຖ້ວຍ.

ຂັ້ນຕອນ ແລະ ວິທີປຸງ

1 ທຳອິດນຳເອົາກະທຽມ, ຫອມບົວແຫ້ງ, ຫົວສີໄຄ ແລະ ໝາກເຜັດ ມາຕຳລວມກັນແບບຫຍາບໆ ເພື່ອກຽມປະສົມໃສ່ກັບເຫັດ ແລະ ໝູ.

2 ຈາກນັ້ນເອົາເຫັດທີ່ກຽມໄວ້ ແລະ ໝູສາມຊັ້ນໃສ່ພາຊະນະເພື່ອຄົນສ່ວນປະສົມຕ່າງໆໃຫ້ເຂົ້າກັນ ໂດຍໃສ່ນ້ຳປາແດກ, ນ້ຳປາ, ຄະນໍ, ໃບຂີ້ຫູດ, ໄຂ່ໄກ່ ແລະ ນ້ຳສະອາດ ແລ້ວຄົນທຸກຢ່າງໃຫ້ເຂົ້າກັນດີ.

3 ເອົາໄປຕົ້ມໃສ່ໄຟອ່ອນ 10-15 ນາທີ ຄົນໃຫ້ສຸກ ແລ້ວໃສ່ຫອມບົວໃບ ແລະ ຜັກນາງຕູ່ ຄົນອີກຄັ້ງຈົນເຂົ້າກັນດີ ມີກິ່ນຫອມກໍເປັນອັນຮຽບຮ້ອຍ ຈາກນັ້ນຕັກເສີບໃສ່ຈານໄດ້ເລີຍ.