ຄວນຮຽນຮູ້ການດຳເນີນທຸລະກິດໃນຍຸກໃໝ່ ທ່າມກາງການລະບາດພະຍາດໂຄວິດ – 19

231

ໂຄວິດ – 19 ໄດ້ເຮັດໃຫ້ພາກທຸລະກິດຕ້ອງປັບຕົວກັນຢ່າງໃຫຍ່ ໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ທີ່ເປັນໜໍ່ແໜງສໍາຄັນຂອງເສດຖະກິດປະເທດເຮົາ ເນື່ອງຈາກກວມເອົາ 90% ຂອງບັນດາວິສາຫະກິດໃນລາວ. ເມື່ອໄດ້ຮັບຜົນກະທົບຄືແນວນັ້ນຫຼາຍອົງກອນໄດ້ປັບຕົວ ເພື່ອໃຫ້ເຂົ້າກັບສະພາບການ ຫຼື ຢູ່ກັບມັນໃຫ້ໄດ້ ເພາະໂຄວິດອາດຈະແກ່ຍາວ ຫຼື ຢູ່ນໍາພວກເຮົາໄປອີກຫຼາຍປີ.

ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໃຫ້ທັດສະນະວ່າ: ພວກເຮົາໄດ້ຈັດເວທີສໍາມະນາໃນຫົວຂໍ້ “ ເສດຖະກິດໂລກ ແລະ ສປປ ລາວ ຫຼັງໂຄວິດ – 19 ” ແລະ “ ການນໍາໃຊ້ທຶນສົ່ງເສີມ SME ເພື່ອຟື້ນຟູທຸລະກິດຫຼັງໂຄວິດ – 19 ” ເນື່ອງຈາກເປັນຫົວຂໍ້ສໍາຄັນເຂົ້າກັບປັດຈຸບັນ ເພື່ອຫາທາງອອກໃຫ້ແກ່ພາກທຸລະກິດທີ່ໄດ້ຮັບຜົນກະທົບ, ທັງເປັນເວທີແລກປ່ຽນຄວາມຄິດເຫັນ ໂດຍເປີດໂອກາດໃຫ້ຜູ້ປະກອບການໄດ້ສະເໜີກ່ຽວກັບບັນຫາ, ຂໍ້ຫຍຸ້ງຍາກ, ຄວາມຕ້ອງການ ແລະ ຄວາມຈໍາເປັນໃນເວລານີ້.

ສະນັ້ນ, ສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ ໃນນາມເປັນຂົວຕໍ່ໃຫ້ຫົວໜ່ວຍທຸລະກິດ ກໍພ້ອມແລ້ວທີ່ຈະໃຫ້ຄຳຄິດເຫັນ ຫຼື ສະເໜີແນະ ເພື່ອຫາທາງອອກຮ່ວມກັນ ໂດຍສະເພາະແມ່ນການເຂົ້າຫາແຫຼ່ງທຶນເງິນກູ້ດອກເບ້ຍຕ່ຳ, ການຈັດສໍາມະນາເພື່ອໃຫ້ບັນດາທະນາຄານກັບຜູ້ເຮັດທຸລະກິດຕົວຈິງໄດ້ເປີດໃຈໃສ່ກັນ, ການສັງລວມບັນຫາເພື່ອສະເໜີຕໍ່ໃຫ້ຂັ້ນເທິງກໍຄືລັດຖະບານພິຈາລະນາ ແລະ ວຽກງານອື່ນໆທີ່ຕິດພັນກັບພາກທຸລະກິດ.

ຫາກນັບແຕ່ເກີດມີການລະບາດຂອງພະຍາດໂຄ ວິດ – 19 ຜ່ານມາ ໄດ້ເຮັດໃຫ້ຕ່ອງໂສ້ການຜະລິດ ແລະ ຈໍາໜ່າຍສິນຄ້າເກີດ ຄວາມຫຍຸ້ງຍາກ. ສໍາລັບທາງອອກທີ່ດີແມ່ນຕ້ອງໄດ້ປັບຕົວໃຫ່້ເຂົ້າກັບສະພາບການ ໂດຍນໍາໃຊ້ເຕັກໂນໂລຊີດິຈິຕອລໃຫ້ຫຼາຍຂຶ້ນ ເພາະມັນເປັນຊ່ອງທາງທີ່ສະດວກໃນການຕິດຕໍ່ສື່ສານຕ່າງໆ ແລະ ທີ່ສໍາຄັນຕ້ອງຮຽນຮູ້ສິ່ງໃໝ່ໆ ເພື່ອນໍາມາໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ເພາະຍັງບໍ່ຮູ້ວ່າໂຄວິດ – 19 ຈະສິ້ນສຸດເມື່ອໃດ?.

ດ້ານ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ກ່າວວ່າ: ໃນໄລຍະປີ 2019 ຜ່ານມາ ພວກເຮົາໄດ້ຈັດຝຶກອົບຮົມສຳມະນາໃຫ້ບັນດາຫົວ ໜ່ວຍທຸລະກິດ SME ໃນຫຼາຍຫົວຂໍ້ທີ່ແຕກຕ່າງກັນ ເຊັ່ນ: 1). ການພັດທະນາການບໍລິຫານບຸກຄະລາກອນ ແລະ ການບໍລິຫານການເງິນ; 2). ການສ້າງ Brand name ຜະລິດຕະພັນສິນຄ້າ; 3). ການຂຽນແຜນທຸລະກິດ/ບົດວິພາກເສດຖະກິດ ແລະ ຫົວຂໍ້ອື່ນໆ.

ສະນັ້ນ, ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນ ແລະ ກ້າວໄປເຖິງການສົ່ງອອກໃຫ້ປາກົດຜົນເປັນຈິງນັ້ນ ຈຳເປັນຕ້ອງໄດ້ມີການພັດທະນາ ໂດຍສະເພາະແມ່ນການຍົກລະດັບ ຄວາມຮູ້ – ຄວາມສາມາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດ. ຄຽງຄູ່ກັນນັ້ນ, ຜູ້ປະກອບການເອງຈຳເປັນຕ້ອງໄດ້ຮຽນຮູ້ການພັດທະນາດ້ານຕ່າງໆ, ຮຽນຮູ້ການດຳເນີນທຸລະກິດໃນຍຸກສະໄໝໃໝ່ ໂດຍສະເພາະແມ່ນໃນໄລຍະການແຜ່ລະບາດພະຍາດໂຄວິດ – 19 ເຊິ່ງສົ່ງຜົນກະທົບໃນວົງກວ້າງຕໍ່ເສດຖະກິດຂອງໂລກ, ບັນດາອະນຸພາກພື້ນ ແລະ ປະເທດເຮົາ.