ວົງການບານເຕະແຂວງຈໍາປາສັກ ຄຶກຄັກມີຫຼາຍສະໂມສອນເກີດຂຶ້ນ ຫວັງເປັນແບບຢ່າງໃຫ້ກັບແຂວງອື່ນໆ

131

ວົງການບານເຕະແຂວງຈໍາປາສັກ ປີນີ້ຖືວ່າຄຶກຄັກກວ່າປີຜ່ານໆມາ ໂດຍມີຫຼາຍສະໂມສອນເກີດຂຶ້ນ ແລະລົງທະບຽນກັບ ສະຫະພັນບານເຕະແຂວງຈໍາປາສັກ. ດັ່ງນັ້ນ ເຮັດໃຫ້ແຂວງຈໍາປາສັກ ຕ້ອງເລັ່ງສ້າງຄູຝຶກ ເພື່ອຮອງຮັບສະໂມສອນດັ່ງກ່າວ ແລະ ເປັນແບບຢ່າງໃຫ້ແຂວງອື່ນໆໃນການປະກອບສ່ວນເຂົ້າໃນການພັດທະນາວົງການກີລາລາວ.

ທ່ານ ແກ້ວລັດຕະນະ ສີຫາວົງ ປະທານສະຫະພັນບານເຕະແຂວງຈໍາປາສັກ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ແຜນການພັດທະນາໃນປີ 2020 ຫຼັງການແຂ່ງຂັນບານເຕະຊີງຂັນທ່ານເຈົ້າແຂວງ ທີ່ຫາກໍຈົບໄປນັ້ນ ກໍຖືເປັນໂອກາດດີໃນການຄັດເລືອກເອົານັກກີລາ ເພື່ອກຽມເຂົ້າຮ່ວມແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີໃນທ້າຍປີນີ້; ແນ່ນອນຕໍ່ໄປນີ້ພວກເຮົາກຽມຈັດຊຸດຝຶກອົບຮົມຄູຝຶືກໃຫ້ແຕ່ລະສະໂມສອນ ເຊິ່ງມີຕົວແທນແຕ່ລະສະໂມສອນມາລົງທະບຽນແລ້ວ 26 ທ່ານ, ເລີ່ມຂຶ້ນໃນວັນທີ 1 ກັນຍາ 2020 ເປັນຕົ້ນໄປ.

“ ປັດຈຸບັນໃນແຂວງພວກເຮົາທີ່ໄດ້ຂຶ້ນບັນຊີເຂົ້າຮ່ວມການແຂ່ງຂັນໃນລາຍການຂອງ ສະຫະພັນບານເຕະແຂວງຈໍາປາສັກ ແມ່ນມີ 2 ຮຸ່ນຄື: ຮຸ່ນທົ່ວໄປມີ 10 ສະໂມສອນ ແລະ ຮຸ່ນອາຍຸບໍ່ເກີນ 19 ປີກໍມີຢູ່ 10 ສະໂມສອນເຊັ່ນດຽວກັນ. ນອກຈາກນັ້ນ ພວກເຮົາຍັງມີສະໂມສອນບານເຕະຍິງຈໍານວນ 4 ສະໂມສອນ ທີ່ໄດ້ຂຶ້ນທະບຽນກັບ ສະຫະພັນບານເຕະແຂວງຈໍາປາສັກ ເຊິ່ງຈະເປັນແຮງອັນສໍາຄັນໃນການສ້າງນັກກີລາທີ່ມີຄຸນນະພາບຂອງແຂວງ ”, ປະທານສະຫະພັນບານເຕະແຂວງຈໍາປາສັກ.

ທ່ານກ່າວອີກວ່າ: ສ່ວນພື້ນຖານໂຄງລ່າງຂອງສະຫະພັນບານແຂວງຈໍາປາສັກ ປັດຈຸບັນແມ່ນເລັ່ງໃສ່ປັບປຸງສະໜາມທີ່ມີຢູ່ໃນແຂວງແລ້ວເປັນສ່ວນໃຫຍ່. ນອກຈາກນັ້ນ, ກໍຍັງໄດ້ສົມທົບກັບ ພະແນກສຶກສາທິການ ແລະ ກີລາ ເພື່ອລະດົມທຶນຮອນຈາກສັງຄົມປະກອບສ່ວນເຂົ້າໃນການພັດທະນາໃນການສ້າງສະໜາມບານເຕະຫຍ້າທຽມ ໂດຍພວກເຮົາມີນະໂຍບາຍໃຫ້ກັບພາກສ່ວນທຸລະກິດ ທີ່ມາພັດທະນາ ເຮັດໃຫ້ບັນຍາກາດການແຂ່ງຂັນບານເຕະພາຍໃນແຂວງຈໍາປາສັກ ມີຂະບວນການຟົດຟື້ນຢ່າງຕໍ່ເນື່ອງ ແລະ ຫວັງວ່າຈະເປັນແບບຢ່າງໃຫ້ກັບແຂວງອື່ນໆ ຂອງການປະກອບສ່ວນພັດທະນາວົງການກີລາບານເຕະ.

ສໍາລັບ ແຂວງຈໍາປາສັກ ກ່ອນໜ້ານີ້ແມ່ນຫາກໍສໍາເລັດ ການແຂ່ງຂັນບານເຕະຊີງຂັນ ທ່ານເຈົ້າແຂວງໆປະຈໍາປີິ 2020 ດໍາເນີນການແຂ່ງຂັນມາແຕ່ວັນທີ 17 ກໍລະກົດ 2020 ຫຼ້າສຸດມາຮອດວັນທີ 23 ສິງຫາ 2020 ເປັນນັດຊີງຊະນະເລີດ ແລະ ເປັນມື້ປິດການແຂ່ງຂັນຢ່າງເປັນທາງການ ປາກົດວ່າ:
-ຮຸ່ນອາຍຸບໍ່ເກີນ 19 ປີຊະນະເລີດ ຕູ່ຂົນສົ່ງ ທີ່ສາມາດເອົາຊະນະ ເມືອງປາກຊ່ອງ 2-0 (ມີ 8 ທີມເຂົ້າຮ່ວມແຂ່ງຂັນ).
-ຮຸ່ນທົ່ວໄປຊະນະເລີດຕົກເປັນຂອງ ປກສ ແຂວງ ຈໍາປາສັກ ທີ່ສາມາດເອົາຊະນະ ວິທະຍາໄລເຕັກນິກ 2-0(ມີ8ທີມເຂົ້າຮ່ວມແຂ່ງຂັນ)

ນອກນັ້ນ, ທັງ 2 ທີມແຊັມດັ່ງກ່າວຍັງໄດ້ຮັບກຽດທົດສອບກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ແຂວງຈາປາສັກ ເມື່ອທ້າຍອາທິດ ທີ່ຜ່ານມາ ປາກົດວ່າ: ຕູ່ຂົນສົ່ງ ຢູ 19 ເສຍໃຫ້ ຢູ 19 ລາວ 0-2 ແລະ ປກສ ແຂວງຈໍາປາສັກ ສະເໝີກັບ ຢູ 19 ລາວ 1-1.
ຂ່າວ: ຄໍາສອນ; ຮູບຈາກ: F.C.Champasak