ບໍລິຄຳໄຊເຮັດໄດ້ດີ ປ້າຍພາສາຕ່າງປະເທດໃຫຍ່ກວ່າຮື້ຖີ້ມ

170

ບ້ານເຮົາປະຈຸບັນມີກົດໝາຍວ່າດ້ວຍປ້າຍອອກມາແລ້ວ ເຊິ່ງໄດ້ລະບຸຊັດເຈນກ່ຽວກັບຮູບແບບຕ່າງໆໄວ້ ແຕ່ໃນພາກປະຕິບັດຕົວຈີງແມ່ນຍັງເຮັດບໍ່ທັນໄດ້ດີ ມີຫຼາຍແຂວງລວມທັງນະຄອນຫຼວງທີ່ມີການອອກປ້າຍ, ຕິດປ້າຍບໍ່ຖືກຕາມລະບຽບກົດໝາຍທີ່ກຳນົດໄວ້ ຈິ່ງຖືກຮື້ຖອນອອກ ເພື່ອຄວາມເປັນລະບຽບຮຽບຮ້ອຍ.


ຫຼ້າສຸດຢູ່ແຂວງບໍລິຄຳໄຊ ໃນວັນທີ 1 ກັນຍາ 2020 ທ່ານ ບົວສອນ ບຸດຊາດອນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍລິຄໍາໄຊ ພ້ອມດ້ວຍພະນັກງານວິຊາ ການຂະແໜງວັດທະນະທໍາ ສົມທົບກັບຫ້ອງການ ຖວທ ເມືອງປາກຊັນ ໄດ້ລົງແກ້ໄຂປ້າຍໂຄສະນາທີ່ບໍ່ຖືກຕ້ອງ, ປ້າຍເກົ່າແກ່-ຈິກຂາດ ແລະ ຕາມສີບໍ່ມີຄວາມສວຍງາມ.

ພ້ອມນີ້ຍັງໄດ້ເຮັດບົດບັນທຶກກັບເຈົ້າຂອງປ້າຍທີ່ບໍ່ຖືກຕ້ອງ, ປ້າຍຕາຍສີ ແລະ ປ້າຍທີ່ມີພາສາຕ່າງປະເທດໃຫຍ່ກ່ວາພາສາລາວ ໄດ້ທັງໝົດ 15 ປ້າຍ ຢູ່ພາຍໃນເທດສະບານເມືອງປາກຊັນ.


ທັ້ງນີ້ ກໍເພື່ອເຮັດໃຫ້ເທດສະບານເມືອງປາກຊັນ ມີຄວາມສວຍງາມ ແລະ ສະອາດງາມຕາ ກຽມຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນອີກບໍ່ດົນນີ້.

 

ຂ່າວຈາກ: ຫນັງສືພິມບໍລິຄຳໄຊ