ຟີລິບປິນ ເລັ່ງເຈລະຈາກັບບໍລິສັດຜະລິດວັກແຊັງ ມາທົດລອງ – ຕັ້ງຖານການຜະລິດ

172

ຟີລິບປິນ ກຳລັງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຢ່າງໜັກ ຈົນມີຜູ້ຕິດເຊື້ອສະສົມສູງທີ່ສຸດໃນອາຊຽນ ກຳລັງເລັ່ງເຈລະຈາກັບບໍລິສັດຜູ້ຜະລິດວັກແຊັງຫຼາຍແຫ່ງ ເພື່ອມາທົດລອງທາງຄລີນິກ ໂດຍຫວັງຍົກລະດັບການຮ່ວມມືເພື່ອຕັ້ງຖານການຜະລິດວັກແຊັງໃນຟີລິບປິນ.

ທ່ານ ນາງ ມາເຣຍ ໂຣຊາຣີໂອ ຮອງລັດຖະມົນຕີກະຊວງສາທາລະນະສຸກຟີລິບປິນ ກ່າວເມື່ອວັນທີ 31 ສິງຫາຜ່ານມາວ່າ: ລັດຖະບານຟີລິບປິນກຳລັງເຈລະຈາກັບ 16 ບໍລິສັດຜູ້ຜະລິດວັກແຊັງຕ້ານໂຄວິດ – 19 ເພື່ອນຳວັກແຊັງດັ່ງກ່າວມາທົດລອງໃນຄົນໄລຍະທີ 3 ຢູ່ຟີລິບປິນ, ລັດຖະບານໄດ້ກຽມໂຮງໝໍຫຼາຍແຫ່ງ ເພື່ອທົດລອງວັກແຊັງດັ່ງກ່າວ.

ກ່ອນໜ້ານີ້ ທ່ານ ໂຣດຣີໂກ ດູເຕີເຕ ປະທານາທິບໍດີຟີລິບປິນ ກ່າວຕໍ່ສື່ມວນຊົນວ່າ: ຟີລິບປິນ ພ້ອມຮັບຂໍ້ສະເໜີຂອງຣັດເຊຍ ເຊິ່ງເປັນປະເທດທຳອິດຂອງໂລກທີ່ຈົດທະບຽນວັກແຊັງຕ້ານໂຄວິດ – 19 ແລະ ຟີລິບປິນຍິນດີເປັນອາສາສະໝັກທົດລອງວັກແຊັງດັ່ງກ່າວ.