ບໍລິຄຳໄຊ ເປີດທົດລອງນຳໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວ

202

ເພື່ອຕັດຮອນຂອດຂັ້ນ ການຍື່ນ ແລະປະກອບເອກະສານຂອງຂະແໜງການຕ່າງໆ ເພື່ອຄວາມສະດວກແກ່ບັນດາໂຄງການລົງທຶນ ທີ່ຜ່ານມາ ພັກ-ລັດຖະບານໄດ້ພະຍາຍາມມາໂດຍຕະຫຼອດ ເພື່ອໃຫ້ການບໍລິການປະຕູດຽວມີປະສິດທີ່ຜົນ ແຕ່ໃນພາກປະຕິບັດຕົວຈີງກໍ່ຍັງມີຄວາມຫຍຸ້ງຍາກຢູ່.

ແນວໃດກໍ່ຕາມ ແຂວງບໍລິຄຳໄຊທີ່ກຳລັງມີການພັດທະນາໃນຫຼາຍໂຄງລວມທັງການສ້າງຂົວມິດຕະພາບລາວ-ໄທ ປາກຊັນ-ບືງການທີ່ຈະຕາມມາດ້ວຍການລົງທຶນມະຫາສາານ ເພື່ອຮອງຮັບວຽກງານໃນສະເພາະໜ້າ ໃນວັນທີ 31 ສີງຫາ 2020 ນີ້ ແຂວງບໍລິຄຳໄຊໄດ້ມີພິທີເປີດການທົດລອງນຳໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວຂອງແຂວງທີ່ຕັ້ງຢູ່ບ້ານໂພນໄຊ ເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະນຳຂັ້ນແຂວງ, ເມືອງ, ພະແນກການ, ຄະນະຫ້ອງການບໍລິການເອກະສານຜ່ານປະຕູດຽວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູລຳພັນ ທ່ຽງລະໄມ ຫົວໜ້າຫ້ອງການບໍລິການເອກະສານຜ່ານປະຕູດຽວ ໄດ້ລາຍງານແຜນການສ້າງຕັ້ງຫ້ອງການບໍລິການເອກະສານຜ່ານປະຕູດຽວ ເຊິ່ງໄດ້ແບ່ງອອກເປັນ 6 ບາດກ້າວຄື: ບາດກ້າວກະກຽມສ້າງແຜນດໍາເນີນງານ ແລະ ແຜນນງົບປະມານ ສຳເລັດໃນເດືອນກັນຍາ 2019; ບາດກ້າວການກະກຽມນິຕິກຳຮັບໃຊ້ ໃຫ້ແກ່ການເຄື່ອນໄຫວ; ບາດກ້າວຮັບຮອງນິຕິກຳ, ການຈັດຕັ້ງການເຄື່ອນໄຫວ ແລະ ການສ້າງຕັ້ງຫ້ອງການ; ບາດກ້າວປັບປຸງສ້ອມແປງຫ້ອງການ ແລະ ສະໜອງອຸປະກອນ ນຳໃຊ້ງົບປະມານ 2 ໂຄງການ ແລະ ໂຄງການເພີ່ມເຕີມ 1 ໂຄງການ ລວມມູນຄ່າທັງໝົດ 3.533 ລ້ານກີບ; ບາດກ້າວເຂົ້າປະຈຳການ, ຝຶກອົບຮົມ, ເຮັດການບໍລິການທົດລອງ ແລະ ບາດກ້າວເປີດເປັນທາງການ ແລະ ຕິດຕາມຊຸກຍູ້.

ມາຮອດປະຈຸບັນຫ້ອງການບໍລິການເອກະສານຜ່ານປະຕູດຽວ ມີພະນັກງານເຂົ້າປະຈຳການທັງໝົດ 25 ທ່ານ ຈາກ 10 ພະແນກການ ແລະ ມີເອກະສານ 92 ເອກະສານ ທີ່ບໍລິການຜ່ານລະບົບເອເລັກໂຕນິກ (ລະບົບ IT) ເຮັດໃຫ້ຫຼຸດຂັ້ນ-ຂອດ ທີ່ບໍ່ຈຳເປັນລົງ ແລະ ເພີ່ມຄວາມສະດວກໃຫ້ປະຊາຊົນ ແລະ ຜູ້ປະກອບການ ໃນການປະກອບເອກະສານ ໃຫ້ມີຄວາມຄ່ອງຕົວ, ສະດວກສະບາຍ, ກະທັດຫັດ, ວ່ອງໄວ, ໂປ່ງໃສ ແລະ ທັນສະໄໝຂຶ້ນ.

ພ້ອມນີ້ໃນພິທີຍັງໄດ້ຮັບຟັງການນຳສະເໜີຂັ້ນຕ້ອນ ແລະ ການລົງມືປະຕິບັດວຽກງານຕົວຈິງ ໃນການນຳໃຊ້ລະບົບເອເລັກໂຕນິກ (ລະບົບ IT) ບໍລິການໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການ ຈາກບໍລິສັດຊີທີຊີ ໂຊລູເຊີ່ນ ເຫັນວ່າມີຄວາມສະດວກ, ວ່ອງໄວ ປະຍັດໄດ້ທັງເວລາ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ.