ເຄັດລັບສ້າງແຮງຈູງໃຈໃນການຮຽນ

116

ການທີ່ເດັກຈະປະສົບຄວາມສຳເລັດໃນການຮຽນນັ້ນຈຳເປັນຕ້ອງມີປັດໄຈຫຼາຍປະການ ໜຶ່ງໃນປັດໄຈສຳຄັນຄືການສ້າງແຮງຈູງໃຈໃນການຮຽນໃຫ້ເກີດຂຶ້ນກັບເດັກ ແຕ່ທັງນີ້ທັງນັ້ນຕົວຂອງຄູເອງຈະຕ້ອງເປັນຜູ້ທີ່ມີຄວາມກະຕືລືລົ້ນ ແລະ ໝັ່ນສ້າງແຮງຈູງໃຈໃນການພັດທະນາການຈັດການຮຽນ – ການສອນຂອງຕົນເອງຢ່າງສະໝ່ຳສະເໝີ ຄື:

ຄວາມກະຕືລືລົ້ນ ແລະ ຕື່ນເຕັ້ນ: ຄູຕ້ອງຫາທາງທີ່ຈະກະຕຸ້ນ ຫຼື ຫຼໍ່ລ້ຽງຄວາມກະຕືລືລົ້ນ ແລະ ຄວາມໜ້າຕື່ນເຕັ້ນຂອງຕົນເອງໃຫ້ເກີດຂຶ້ນຢູ່ສະເໝີ ເນື່ອງຈາກທ່າທີໃນການສອນ ແລະ ການຮຽນຮູ້ຂອງຄູຈະສົ່ງຜ່ານໄປຍັງນັກຮຽນ.

ຕັ້ງເປົ້າໝາຍສູງ: ຄູທີ່ຕັ້ງເປົ້າໝາຍການຮຽນຮູ້ຂອງນັກຮຽນທຸກຄົນໄວ້ສູງ ເຂົາພະຍາຍາມຈະສື່ໄປເຖິງນັກຮຽນວ່າ ຄວາມຄາດຫວັງຂອງຄູຄືການທີ່ນັກຮຽນສາມາດບັນລຸເປົ້າໝາຍໃນການຮຽນທີ່ຄູວາງໄວ້. ຖ້າຄູຕັ້ງເປົ້າໝາຍໄວ້ສູງ ເດັກມີທ່າອ່ຽງຈະຮຽນຮູ້ໄດ້ດີກວ່າໃນທາງກົງກັນຂ້າມ ຖ້າຄູຕັ້ງເປົ້າໝາຍຕ່ຳເດັກຈະຫຼຸດລະດັບການສະແດງອອກທາງການຮຽນຂອງຕົນເອງໃຫ້ຕ່ຳລົງເທົ່າກັບ ຄວາມຄາດຫວັງຂອງຄູ.

ຄວາມຮັບຜິດຊອບ: ເຖິງວ່ານັກຮຽນຈະມີໂອກາດໃນການຝຶກຝົນການເລືອກ ” ເມື່ອນັກຮຽນຮູ້ວ່າຕົນເອງຕ້ອງມີຄວາມຮັບຜິດຊອບ ນັກຮຽນຈະເກີດແຮງຈູງໃຈທີ່ຈະຮຽນຮູ້ “.

ເນັ້ນດ້ານບວກ: ເວລາໃຫ້ຄະແນນນັກຮຽນຄູຕ້ອງເນັ້ນໂຈດທີ່ເດັກຕອບຖືກ ເຊັ່ນ: ເຮັດໄດ້ 43 ຈາກ 50 ຂໍ້ ເມື່ອເດັກແກ້ໄຂຂໍ້ຜິດພາດທີ່ເກີດຂຶ້ນໄດ້ສຳເລັດ ຄູຈະຂຽນຄຳວ່າ ” ດີ ” ລົງໄປ ແລະ ເພີ່ມຄະແນນເປັນ 50 ໃນເຈ້ຍຄຳຕອບນັ້ນ ໃນກໍລະນີທີ່ເດັກມີຄຳເຫັນວ່າ ” ເຫຼືອອີກ 7 ຄະແນນເອງກໍຈະໄດ້ເຕັມ ” ຄູຈະຕອບເດັກວ່າ ” ໄດ້ຕັ້ງ 43 ເຕັມ 50 ຖືວ່ານັກຮຽນເຮັດໄດ້ດີແລ້ວ “.

ຮຽນແບບຮ່ວມມື: ນັກຮຽນຈະຕ້ອງມີສຳນຶກໃນເລື່ອງຂອງຄວາມຮັບຜິດຊອບ ແລະ ການຖືກກວດສອບກັບເພື່ອນນັກຮຽນດ້ວຍກັນຫຼາຍກວ່າ, ຄູຕ້ອງໃຫ້ນັກຮຽນຝຶກຝົນການດູແລເອົາໃຈໃສ່ເຊິ່ງກັນ ແລະ ກັນ ໂດຍພະຍາຍາມຈັດໃຫ້ເດັກທີ່ມີລັກສະນະເປັນຜູ້ນຳ 1 ຄົນ ກະຈາຍຢູ່ໃນແຕ່ລະກຸ່ມ.

ກຳລັງໃຈ: ເມື່ອສັງເກດເຫັນວ່ານັກຮຽນຄົນທີ່ກຳລັງປະສົບບັນຫາ ຫຼື ຮູ້ສຶກບໍ່ສະບາຍໃຈ ຄູຕ້ອງພະຍາຍາມຊອກຫາຈຸດຊົມເຊີຍຈາກການກະທຳເລັກໆໜ້ອຍໆຂອງເດັກ ແລະ ໃຫ້ລາງ ວັນ ເຊິ່ງເປັນວິທີການໜຶ່ງ ເພື່ອຊ່ວຍດຶງນັກຮຽນໃຫ້ກັບມາສູ່ການຮຽນໄດ້ຕາມປົກກະຕິ.