5 ພະຍາດທີ່ເກີດຈາກການດື່ມນໍ້າໜ້ອຍ

31

ທ່ານຮູ້ຫຼືບໍ່ວ່າການດື່ມນໍ້າໜ້ອຍມີຜົນເສຍຕໍ່ຮ່າງກາຍໄດ້ ຖ້າດື່ມນໍ້າບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຈະພາໃຫ້ເກີດພະຍາດແຊກຊ້ອນຕາມມາໃນໄລຍະສັ້ນ ແລະ ໄລຍະຍາວ. 5 ພະຍາດດັ່ງຕໍ່ໄປນີ້ມັກເກີດຂຶ້ນກັບຄົນເຮົາເມື່ອດື່ມນໍ້າໜ້ອຍ:

อาจเป็นรูปภาพของ 1 คน และ แหล่งน้ำ

  1. ສະໝອງເສື່ອມ: ເມື່ອຮ່າງກາຍຂອງເຮົາຂາດນໍ້າ ປະລິມານຂອງນໍ້າໃນຮ່າງກາຍບໍ່ພຽງພໍໃນການເປັນສ່ວນໜຶ່ງໃນການຫຼໍ່ລ້ຽງເລືອດສູ່ຮ່າງກາຍ ເມື່ອເລືອດມີ ຄວາມໜຽວຂົ້ນເກີນໄປຈະບໍ່ສາມາດສົ່ງເລືອດໄປລ້ຽງສະໝອງໄດ້ພຽງພໍຈິ່ງເປັນສາເຫດຂອງອາການສະໝອງເສື່ອມ ດັ່ງນັ້ນ ຖ້າເຮົາມີອາການບໍ່ສົດຊື່ນ, ຄິດຫຍັງຊ້າ, ບໍ່ທຸ່ນທ່ຽງ ອາການເຫຼົ່ານີ້ອາດເກີດຈາກການດື່ມນໍ້າໜ້ອຍ.
  2. ລິດສີດວງທະວານ: ແນ່ນອນວ່າຖ້າຮ່າງກາຍໄດ້ຮັບນໍ້າບໍ່ພຽງພໍ ຈະສົ່ງຜົນໄປເຖິງການຍ່ອຍໃນກະເພາະອາຫານລໍາບາກຂຶ້ນ ແລະ ເຮັດໃຫ້ລໍາໄສ້ແຫ້ງ ສົ່ງຜົນໃຫ້ຖ່າຍໜັກຍາກ ເມື່ອສິ່ງເສດເຫຼືອສະສົມໃນລໍາໄສ້ ລໍາໄສ້ກໍຈະດູດຊຶມສິ່ງເສດເຫຼືອຄືນສູ່ຮ່າງກາຍເຮັດໃຫ້ເລືອດປະປົນສິ່ງເສດເຫຼືອ ແລະ ເລືຶອດຂົ້ນໜຽວກວ່າເກົ່າ ອຸດຈະລະກໍຈະແຂງເກີດການທ້ອງຜູກ ແລະ ເກີດລິດສີດວງທະວານໄດ້.อาจเป็นรูปภาพของ 1 คน และ ข้อความ3ປວດຂໍ້: ກະດູກອ່ອນໃນຫຼາຍໆສ່ວນຂອງຮ່າງກາຍລວມທັງໝອນຮອງກະດູກ ເຊິ່ງເປັນສ່ວນທີ່ສໍາຄັນ ແລະ ເກີດອາການຜິດປົກກະຕິໄດ້ງ່າຍ, ໃນກະດູກມີສ່ວນປະກອບເປັນນໍ້າເຖິງ80% ຖ້າຂໍ້ຕໍ່ຫຼືໝອນຮອງກະດູກແຫ້ງບໍ່ຊຸ່ມຊື່ນພຽງພໍອາດຈະເຮັດໃຫ້ຂໍ້ຕໍ່ຕ່າງໆປ້ອງກັນແຮງຖືກກະແທກບໍ່ໄດ້ດີຈົນເກີດການບາດເຈັບໄດ້ງ່າຍ ຫຼື ອັກເສບງ່າຍເວລາອອກແຮງຍ່າງລວມທັງການອອກກໍາລັງກາຍ.
  3. 4 ກະເພາະປັດສະວະອັກເສບ: ໃຜທີ່ມີອາການປວດປັດສະວະ ແຕ່ບໍ່ມີປັດສະວະ (ຍ່ຽວ) ອອກມາ ຫຼື ອອກໜ້ອຍ ຄົນນັ້ນອາດກໍາລັງເປັນໂຣກປັດສະວະອັກເສບ ຫຼື ກະເພາະປັດສະວະອັກເສບເນື່ອງມາຈາກດື່ມນໍ້າບໍ່ພຽງພໍ, ການຕິດເຊື້ອ ແລະ ການກັ້ນປັດສະວະດົນໆ.

อาจเป็นรูปภาพของ 1 คน, เครื่องดื่ม และ แหล่งน้ำ

5 ປະຈໍາເດືອນມາບໍ່ສະໝໍ່າສະເໝີ: ປະຈໍາເດືອນເປັນສິ່ງບົ່ງບອກສຸຂະພາບໄດ້ດີອີກຢ່າງໜຶ່ງ ຖ້າພົບວ່າມີປະຈໍາເດືອນມາບໍ່ສະໝໍ່າສະເໝີເຊັ່ນ: ຂາດໆຫາຍໆ, ມີນໍ້າເກີນໄປ ຫຼື ມີສີເຂັ້ມເກີນໄປ, ເຈັບທ້ອງປະຈໍາເດືອນໜັກກວ່າປົກກະຕິ…ເປັນຕົ້ນ ສາເຫດສໍາຄັນທີ່ເຮົາປ່ອຍປະລະເລີຍອາດເກີດມຈາກການດື່ມນໍ້າໜ້ອຍກໍປັນໄດ້ ເພາະເມື່ອນໍ້າໃນຮ່າງກາຍມີປະລິມານບໍ່ພຽງພໍ ຈະບໍ່ສາມາດນໍາເອົານໍ້າໄປສ້າງເປັນປະຈໍາເດືອນໄດ້.

ຂໍ້ມູນຈາກ: Sanook