ມສ ວຽງຈັນ ໄຂສົກຮຽນໃໝ່ ມີນັກຮຽນກວ່າ 3 ພັນຄົນ

219

ໂຮງຮຽນມັດທະຍົມສົມບູນວຽງຈັນ ( ມສ ວຽງຈັນ ) ໄດ້ໄຂສົກຮຽນໃໝ່ ( 2020 – 2021 ) ຂຶ້ນໃນວັນທີ 1 ກັນຍາຜ່ານມາ ເຂົ້າຮ່ວມໃນພິທີເປີດສົກຮຽນໃໝ່ມີ ທ່ານ ບັນຈົງ ລັດຖະວັນ ຮອງຫົວໜ້າກົມສາມັນສຶກສາກະຊວງສຶກສາທິການ ແລະ ກີລາ, ມີບັນດາຄູ – ອາຈານ, ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ນາງ ປະທຸມພອນ ພິມປະໄພ ຮັກສາການອໍານວຍໂຮງຮຽນ ມສ ວຽງຈັນ ກ່າວວ່າ: ໂຮງຮຽນມັດທະຍົມສົມບູນວຽງຈັນ ເປັນໂຮງຮຽນທີ່ມີອາຍຸເກົ່າແກ່ ແລະ ມີຜົນງານໃນການກໍ່ສ້າງຊັບພະຍາກອນມະນຸດໃນລະດັບປະເທດ, ຖືວ່າເປັນສະຖາບັນການສຶກສາທີ່ປະສົບຜົນສໍາເລັດໃນການສ້າງບຸກຄະລາກອນໃຫ້ສັງຄົມ ເຊິ່ງສະແດງອອກຄືມີສິດເກົ່າຫຼາຍຄົນໄດ້ກາຍເປັນຜູ້ນໍາຂັ້ນສູງ, ເປັນນັກທຸລະກິດ ແລະ ຜູ້ປະກອບການທີ່ມີຊື່ສຽງໃນສັງຄົມລາວ. ພ້ອມນີ້, ຍັງໄດ້ຮັບນາມມະຍົດຕ່າງໆເປັນຕົ້ນ: ໂຮງຮຽນຕົວແບບຄຸນນະພາບ, ໂຮງຮຽນປອດສິ່ງເສບຕິດ, ໂຮງຮຽນປອດຄວັນຢາສູບ ແລະ ຕົວແບບດ້ານອື່ນໆຕື່ມອີກ.

ປັດຈຸບັນໂຮງຮຽນນີ້ມີຄູ – ອາຈານທັງໝົດ 154 ຄົນ ( ຍິງ 84 ຄົນ ) ສົກປີນີ້ມີນ້ອງນັກຮຽນຫຼາຍກວ່າ 3.100 ຄົນ; ນອກນີ້ຍັງມີການຮຽນ – ການສອນພາສາຕ່າງປະເທດອີກ 5 ພາສາ ຄື: ພາສາຝຣັ່ງ, ອັງກິດ, ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ. ໃນສົກຮຽນ 2020 – 2021 ນີ້ ຄະນະອໍານວຍການ, ພ້ອມດ້ວຍ ຄູ – ອາຈານຈະເອົາໃຈໃສ່ສືບຕໍ່ປະຕິບັດບັນດາມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງ ກໍຄືແຜນພັດທະນາຂອງໂຮງຮຽນວາງອອກໃຫ້ປາກົດຜົນເປັນຈິງ ເພື່ອສ້າງນັກຮຽນໃຫ້ເປັນຜູ້ທີ່ມີຄຸນສົມບັດດີ, ຮຽນເກັ່ງ ແລະ ກາຍເປັນບຸກຄະລາກອນທີ່ດີຂອງຊາດໃນອະນາຄົດ.

ໂອກາດດັ່ງກ່າວ, ທ່ານ ບັນຈົງ ລັດຖະວັນ ໄດ້ເນັ້ນໃຫ້ ມສ ວຽງຈັນ ວ່າ: ການໄຂສົກຮຽນໃໝ່ 2020 – 2021 ເພື່ອຮັບປະກັນທາງດ້ານການຮັກສາສຸຂະພາບ ແລະ ການຈັດການຮຽນ – ການສອນໃນສົກຮຽນ 2020 – 2021 ໃຫ້ໄດ້ດຳເນີນໄປຢ່າງມີປະສິດທິຜົນ. ຂ້າພະເຈົ້າຂໍເນັ້ນໃຫ້ທຸກພາກສ່ວນໃນໂຮງຮຽນ ມສ ວຽງຈັນ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຄື: ໃຫ້ຜູ້ບໍລິຫານການສຶກສາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນ, ປະຕິບັດລະບຽບດ້ານການສຶກສາຢ່າງເຂັ້ມງວດ, ພັດທະນາໂຮງຮຽນໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ, ເອົາໃຈໃສ່ຕ້ານທຸກປາກົດການຫຍໍ້ທໍ້ໃນໂຮງຮຽນ, ສ້າງບາດກ້າວໃໝ່ທີ່ນັບມື້ມີຄຸນນະພາບ, ປອດໃສ ແລະ ກ້າວໜ້າທັນສະໄໝ.

ພ້ອມທັງເອົາໃຈໃສ່ຊີ້ນຳ ແລະ ປະຕິບັດຕາມຄຳແນະນຳຂອງໜ່ວຍສະເພາະກິດໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ – 19, ບັນດາຄູ – ອາຈານ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ເປັນແມ່ພິມທີ່ດີຂອງຊາດ ດ້ວຍຄວາມຊື່ສັດ, ບໍລິສຸດ ແລະ ມີຈັນຍາບັນ, ຝຶກຝົນພັດທະນາດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນທີ່ສ້າງສັນໃຫ້ທັນກັບສະພາບ ແລະ ເຕັກໂນໂລຊີໃໝ່ ເພື່ອສົ່ງຄວາມຮູ້ແກ່ນັກຮຽນ – ນັກສຶກສາໃຫ້ມີປະສິດທິຜົນ.