ນາຍົກ ຮຽກຮ້ອງຜູ້ບໍລິຫານການສຶກສາ ອໍານວຍຄວາມສະດວກເປີດສົກຮຽນໃໝ່ ພ້ອມຮັບປະກັນປ້ອງກັນໂຄວິດ – 19

128

ເນື່ອງໃນໂອກາດໄຂສົກຮຽນໃໝ່ 2020 – 2021, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງຄະນະພັກຄະນະນໍາ, ຜູ້ບໍລິຫານການສຶກສາ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງເປັນເຈົ້າການຮ່ວມກັນກະກຽມຄວາມພ້ອມ ແລະ ອໍານວຍຄວາມສະດວກຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ເພື່ອຮັບໃຊ້ໃຫ້ແກ່ການເປີດສົກຮຽນ ແລະ ຮັບໃຊ້ແກ່ການສອນ – ການຮຽນຕະຫຼອດຮອດສົກຮຽນໃໝ່ໃຫ້ໄດ້ຮັບຜົນ ດີ; ພ້ອມທັງມີມາດຕະການປ້ອງກັນເຊື້ອພະຍາດໂຄວິດ – 19.

ສານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2020 – 2021 ລະບຸວ່າ:

ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ 1 ກັນຍາ ແລະ ວັນເປີດໂທລະພາບການສຶກສາຢ່າງເປັນທາງການ, ຂ້າພະເຈົ້າຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ, ອັນອົບອຸ່ນ, ຄວາມຮັກແພງອັນຈິງໃຈມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ – ອາຈານ ແລະ ນັກຮຽນ – ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດໃນຂອບເຂດທົ່ວປະເທດມານະໂອກາດນີ້.

ດັ່ງທີ່ພວກເຮົາເຂົ້າໃຈກັນເປັນຢ່າງດີ ແລະ ເລິກເຊິ່ງນໍາກັນແລ້ວວ່າ ການສຶກສາແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນ, ເປັນກໍາລັງແຮງ, ເປັນປັດໄຈສໍາຄັນຍິ່ງທີ່ມີລັກສະນະຕັດສິນ ກວ່າໝູ່ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝ.

ຍ້ອນເຫັນຄວາມສໍາຄັນຍິ່ງຂອງວຽກງານການສຶກສາ, ພັກເຮົາຍາມໃດກໍໃຫ້ທິດທາງ, ນະໂຍບາຍທີ່ໜັກແໜ້ນຕະຫຼອດມາວ່າ: ການສຶກສາຕ້ອງໄປກ່ອນກ້າວໜຶ່ງ, ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານທຸກຍຸກທຸກສະໄໝໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການພັດທະນາເປັນຮູບປະທໍາຕະຫຼອດມາ ແລະ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາຂອງຊາດເຮົາຕໍ່ໄປ ເພື່ອສ້າງຄົນລາວໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ເພື່ອໃຫ້ກາຍເປັນກໍາລັງແຮງໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າສືບຕໍ່ໄປຢ່າງບໍ່ຢຸດຢັ້ງ.

ດັ່ງນັ້ນ, ພາລະໜ້າທີ່ຂອງຜູ້ບໍລິຫານການສຶກສາ, ຄູ – ອາຈານ ຈຶ່ງເປັນຜູ້ທີ່ມີ ຄວາມຮັບຜິດຊອບພິເສດຕໍ່ພາລະກິດການສຶກສາຂອງຊາດ ຂອງພວກເຮົາໃນປັດຈຸບັນ ແລະ ອະນາຄົດ.

ພີ່ນ້ອງປວງຊົນລາວທົ່ວປະເທດທີ່ຮັກແພງທັງຫຼາຍ!

ໃນສົກຮຽນຜ່ານມາ ປະເທດເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງຕໍ່ການຮຽນ, ການສອນຢູ່ໃນທົ່ວປະເທດ ເນື່ອງຈາກການລະບາດຂອງເຊື້ອພະຍາດອັກເສບປອດໂຄວິດ – 19. ນອກນັ້ນ, ກໍໄດ້ສົ່ງຜົນກະທົບໃນວົງກວ້າງ, ໃນນັ້ນຂະແໜງການສຶກສາ ແລະ ກີລາ ກໍໄດ້ຮັບຜົນກະທົບຢ່າງຫຼີກລຽງບໍ່ໄດ້, ໂຮງຮຽນໄດ້ມີການໂຈະການຮຽນ – ການສອນຊົ່ວຄາວເປັນເວລາກວ່າ 2 ເດືອນໃນຂອບເຂດທົ່ວປະເທດ, ໂຮງຮຽນຫຼາຍກວ່າພັນແຫ່ງໄດ້ຖືກນໍາໃຊ້ເປັນສູນກັກກັນຄົນລາວທີ່ມາຈາກຕ່າງປະເທດ.

ການລະບາດຂອງເຊື້ອພະຍາດໂຄວິດ – 19 ນອກຈາກຈະສົ່ງຜົນກະທົບ ແລະ ສິ່ງທ້າທາຍໃນການຮຽນ – ການສອນຢ່າງ ໃຫຍ່ຫຼວງ, ແຕ່ຂະແໜງການສຶກສາກໍໄດ້ມີຄວາມພະຍາຍາມຫັນເອົາວິກິດນີ້ ເພື່ອປັບປຸງການປ່ຽນແປງໃໝ່ໃນລະບົບການສຶກສາເປັນຕົ້ນ ໄດ້ນໍາໃຊ້ສື່ການຮຽນ – ການສອນອອນລາຍເຂົ້າໃນການຖ່າຍທອດ ຄວາມຮູ້ຢ່າງແຜ່ຫຼາຍໃນໄລຍະທີ່ໂຈະການຮຽນແບບປົກກະຕິ, ຜົນງານທີ່ພົ້ນເດັ່ນອັນໃໝ່ຂອງຂະແໜງການສຶກສາ ແລະ ກີລາ ໄດ້ມີການເປີດນໍາໃຊ້ຊ່ອງໂທລະພາບຜ່ານດາວທຽມ ຊ່ອງ 8 ( LAO ESTV ) ເປັນຊ່ອງໂທລະພາບການສຶກສາ ແລະ ກີລາເປັນຄັ້ງທໍາອິດຂອງຊາດລາວເຮົາ ທີ່ມີການຖ່າຍທອດທຸກມື້ ແຕ່ 5:00 ໂມງເຊົ້າ ຈົນຮອດ 23:00 ໂມງ.

ໃນໂອກາດນີ້ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ ຄວາມເອົາໃຈໃສ່ຂອງຄະນະນໍາກະຊວງສຶກສາທິການ ແລະ ກີລາ ທຸກຂັ້ນ ແລະ ນັກວິຊາການຈາກພາກສ່ວນທີ່ກ່ຽວຂ້ອງໃນການພັດທະນາລະບົບການຮຽນຜ່ານໂທລະພາບດັ່ງກ່າວ ທີ່ຖືວ່າເປັນບາດກ້າວຂະຫຍາຍຕົວທີ່ສໍາຄັນ ແລະ ເປັນປະໂຫຍດມະຫາສານຕໍ່ວົງການສຶກສາຂອງຊາດລາວເຮົາຕໍ່ໄປ.

ເພື່ອເຮັດໃຫ້ການໄຂສົກຮຽນໃໝ່ສົກປີ 2020 – 2021 ໄດ້ມີບັນຍາກາດທີ່ດີ ແລະ ທັນກັບເວລາຕາມປະຕິທິນປີການສຶກສາຂອງແຕ່ລະຊັ້ນ, ແຕ່ລະສາຍ. ສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະພັກຄະນະນໍາ, ຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ລວມທັງພາກເອກະຊົນຈົ່ງເປັນເຈົ້າການຮ່ວມກັນກະກຽມຄວາມພ້ອມ ແລະ ອໍານວຍຄວາມສະດວກຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ.

ໂດຍສະເພາະແມ່ນການສັບຊ້ອນບັນຈຸຄູສອນ, ກະກຽມອາຄານສະຖານທີ່ຫ້ອງຮຽນ, ອຸປະກອນການສອນ – ການຮຽນ, ບ່ອນທີ່ພັກອາໄສຂອງຄູຢູ່ເຂດຫ່າງໄກສອກຫຼີກ ແລະ ດ້ານທີ່ຈໍາເປັນອື່ນໆ ເພື່ອຮັບໃຊ້ໃຫ້ແກ່ການເປີດສົກຮຽນ ແລະ ຮັບໃຊ້ແກ່ການສອນ – ການຮຽນຕະຫຼອດຮອດສົກຮຽນໃໝ່ໃຫ້ໄດ້ຮັບຜົນດີ, ພ້ອມທັງມີມາດຕະການປ້ອງກັນເຊື້ອພະຍາດອັກເສບປອດໂຄວິດ – 19 ໂດຍການໝັ່ນລ້າງມືດ້ວຍສະບູ ຫຼື ນໍ້າຢາຂ້າເຊື້ອ, ສະໜອງຜ້າອັດປາກ – ອັດດັງ, ກວດວັດອຸນຫະພູມຢ່າງເປັນປະຈໍາໃຫ້ກາຍເປັນຄວາມເຄີຍຊິນໃນການດໍາລົງຊີວິດປະຈໍາວັນຂອງປະຊາຊົນເຮົາ ໂດຍສະເພາະບັນດານັກຮຽນ – ນັກສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງພວກເຮົາ.

ທ້າຍສຸດນີ້, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານ ການສຶກສາ, ຄູ – ອາຈານ, ນັກ ຮຽນ – ນັກສຶກສາ, ພະນັກ ງານ – ລັດຖະກອນ, ທະຫານ, ຕໍາຫຼວດຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກຄວາມຈະເລີນ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ.
ອວຍພອນໃຫ້ສົກຮຽນ 2020 – 2021 ຈົ່ງໄດ້ຮັບຜົນສໍາເລັດອັນຈົບງາມ.