ເບິ່ງຂ້າມບໍ່ໄດ້ອີກແລ້ວ ໄຂ້ຍຸງລາຍ ພາກຊີວິດລວມ 11 ຄົນ, ຜູ້ຕິດເຊື້ອໃກ້ 6000 ກໍລະນີ

204

ໃນຊ່ວງລະດູຝົນແບບນີ້ປະຊາຊົນຄວນລະມັດລະວັງ ຢ່າປ່ອຍໃຫ້ຕົນເອງ ແລະ ຄົນທີ່ທ່ານຮັກ ຖືກຍຸງລາຍກັດເດັດຂາດ ບໍ່ດັ່ງນັ້ນອາດຈະເຮັດໃຫ້ເປັນໄຂ້ຍຸງລາຍ ແລະ ເສຍຊີວິດໄດ້ ວິທີງ່າຍໆພຽງນອນໃນມຸ້ງ ພ້ອມໝັ່ນທຳລາຍແຫຼ່ງເພາະພັນຂອງຍຸງເປັນປະຈຳເທົ່ານີ້ແລ.

ໂດຍກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ ວັນທີ 31 ສິງຫາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມເປັນ 11 ຄົນແລ້ວໃນທົ່ວປະເທດ, ໃນນັ້ນ ເສຍຊິວິດໃໝ່ເພີ່ມ 1 ຄົນ ຢູ່ແຂວງ ຄໍາມ່ວນ, ລວມເປັນ 5 ແຂວງ ແລະ 1 ນະຄອນຫຼວງ ທີ່ພົບກໍລະນີຜູ້ເສຍຊິວິດ.

ເຊິ່ງມາຮອດປັດຈຸບັນ ພົບຜູ້ຕິດເຊື້ອແລ້ວ 5.732 ກໍລະນີ ໃນທົ່ວປະເທດ, ຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ 1.326 ກໍລະນີ , ຖັດລົງມາແມ່ນ ແຂວງບໍລິຄຳໄຊ 676 ຄົນ, ວຽງຈັນ 603 ຄົນ, ສະຫວັນນະເຂດ 539 ຄົນ ແລະ ແຂວງ ອື່ນໆ, ໃນນັ້ນ ເສຍຊີວິດລວມແລ້ວ 11 ຄົນ (ນະຄອນຫຼວງວຽງຈັນ 4 ຄົນ, ແຂວງ ບໍລິຄໍາໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ ).

ຕໍ່ສະພາບການແຜ່ລະບາດພະຍາດໄຂ້ຍຸງລາຍດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ໄດ້ແນະນຳ ແລະ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5 ປ ຢ່າງເຄັ່ງຄັດ, ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງໄດ້, ໃຫ້ຖືວ່າແມ່ນໜ້າທີ່, ຄວາມຮັບຜິດ ຊອບຂອງໝົດທຸກຄົນ, ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອກໍລະນີທ່ານເປັນຜູ້ຕິດເຊື້ອໄຂ້ຍຸງຈະໄດ້ຮັບການປິ່ນປົວໄດ້ທັນການ.