ລາວໂທລະຄົມເປີດນໍາໃຊ້ລະບົບ 5G

151

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດນໍາໃຊ້ລະບົບ 5G ຢ່າງເປັນທາງການຂຶ້ນໃນວັນທີ 31 ສິງຫາ 2020 ທີ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ເຊິ່ງຖືວ່າເປັນເຄືອຂ່າຍທໍາອິດໃນລາວ.

ຂະນະທີ່ຜູ້ອໍານວຍການເປີດເຜີຍຈະໃຫ້ບໍລິການຢູ່ໃນບາງພື້ນທີ່, ບາງຈຸດຂອງນະຄອນຫຼວງວຽງຈັນ ສ່ວນໄລຍະສອງຈຶ່ງຈະຂະຫຍາຍໄປສູ່ບັນດາແຂວງໃຫຍ່ໃນປະເທດ.

ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວວ່າ: ເມື່ອທ້າຍປີ 2019 ຜ່ານມາ ລາວໂທລະຄົມໄດ້ເປີດທົດລອງນໍາໃຊ້ລະບົບ 5G ມາແລ້ວຄັ້ງໜຶ່ງ ເພື່ອເປັນການກຽມຄວາມພ້ອມດ້ານຕ່າງໆກ່ອນຈະເປີດໃຫ້ບໍລິການ ເຊິ່ງໄດ້ສາທິດຫຼາຍກໍລະນີ ເປັນຕົ້ນແມ່ນ: ລະບົບ 5G ມີສັກກະຍະພາບທີ່ທັນສະໄໝແນວໃດ?, ມີຄວາມໄວໃນການສົ່ງຂໍ້ມູນເທົ່າໃດ? ແລະ ອື່ນໆ. ເນື່ອງຈາກປັດຈຸບັນການນໍາໃຊ້ເຄື່ອງມືສື່ສານ ແລະ ການບໍລິການຂອງໂທລະຄົມ ແມ່ນໄດ້ກາຍເປັນປັດໄຈທີ່ສຳຄັນໃນການດຳລົງຊີວິດຂອງຄົນໃນສັງຄົມລາວເຮົາ.

ສຳລັບພື້ນທີ່ໃຫ້ການບໍລິການລະບົບ 5G ໃນເບື້ອງຕົ້ນຈະໃຫ້ບໍລິການຢູ່ໃນບາງພື້ນທີ່, ບາງຈຸດຂອງນະຄອນຫຼວງວຽງຈັນໃນບໍລິເວນຈຸດຊຸມຊົນໃຈກາງເມືອງ ເຊັ່ນ: ເຂດສີຫອມ, ຕະຫຼາດກາງຄືນແຄມຂອງ, ເຂດສາຍລົມ ແລະ ມະຫາວິທະຍາໄລແຫ່ງຊາດ ( ວິທະຍາເຂດດົງໂດກ ). ສ່ວນໄລຍະສອງ ຈຶ່ງຈະຂະຫຍາຍໄປສູ່ບັນດາແຂວງໃຫຍ່ໃນປະເທດ.

ທ່ານ ສຸພົນ ກ່າວຕື່ມວ່າ: ລະບົບ 5G ມີຄຸນສົມບັດພິເສດຫຼັກໆຢູ່ 3 ຢ່າງທີ່ແຕກຕ່າງກັບລະບົບ 4G ຄື: ຄວາມໄວສາມາດຮອງຮັບການເຊື່ອມຕໍ່ກັບອຸປະກອນ ແລະ ເວລາໃນການຕອບສະໜອງ ( ຄວາມໄວໃນການຮັບ – ສົ່ງຂໍ້ມູນທີ່ໄວກວ່າ 4G ເຖິງ 20 ເທົ່າ ) ເຮັດໃຫ້ການເບິ່ງຮູບເງົາອອນລາຍທີ່ມີຄວາມລະອຽດສູງລະດັບ HD 4K ແລະ 8K ຈະບໍ່ເປັນອຸປະສັກອີກຕໍ່ໄປ; ສາມາດຕອບໂຈດຄຸນສົມບັດສູງສຸດຂອງ AR ( Augmented Reality ) ແລະ VR ( Virtual Reality ) ກັບປະສົບການທີ່ສົມຈິງທີ່ເກີດຈາກການໃຊ້ຂໍ້ມູນຈໍານວນຫຼາຍໃນການປະມວນຜົນ ເຊິ່ງ 5G.

ຂໍ້ມູນຂອງລາວໂທລະຄົມ ຍັງໃຫ້ຮູ້ຕື່ມອີກວ່າ: ຄວາມສາມາດຮອງຮັບການເຊື່ອມຕໍ່ທີ່ສາມາດຮອງຮັບອຸປະກອນໄດ້ຫຼາຍກວ່າ 4G 10 ເທົ່າ ຫຼື ເທົ່າກັບ 1.000.000 ອຸປະກອນ/sq.km ດ້ວຍລະບົບ 5G ຈະເປີດໂລກ IOT ( Internet of Things ) ໄດ້ຢ່າງແທ້ຈິງ ແລະ ຈະເປັນພື້ນຖານເພື່ອຮອງຮັບການພັດທະນາເຕັກໂນໂລຊີ Smart Home, Smart City, Smart Transportation ,Smart life, Smart health ແລະ ອື່ນໆ ໂດຍສັ່ງການຜ່ານມືຖືຂອງຄົນເຮົາໄດ້ ຫຼື ອຸປະກອນແຕ່ລະຊະນິດສາມາດສື່ສານກັນເອງໄດ້, ຄວບຄຸມກັນໄດ້ ແລະ ເຮັດວຽກປະສານກັນໄດ້ຢ່າງອັດຕະໂນມັດ.

ພິທີເປີດນໍາໃຊ້ລະບົບ 5G ຢ່າງເປັນທາງການຂອງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະນໍາ ກະຊວງ ປທສ, ຄະນະຜູ້ບໍລິຫານ ລາວໂທລະຄົມ ແລະ ແຂກຖືກເຊີນເຂົ້າຮ່ວມ.