ຈະສ້າງນິຕິກຳເພື່ອລົບລ້າງສິ່ງກີດຂວາງການເຄື່ອນຍ້າຍສິນຄ້າ

164

ກົມການນໍາເຂົ້າ – ສົ່ງອອກໃນນາມເປັນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ( ກຄອຄ ) ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ )ຈັດກອງປະຊຸມຫາລືຜັນຂະຫຍາຍເນື້ອໃນຄຳສັ່ງ 12/ນຍ ເພື່ອການອຳນວຍຄວາມສະດວກທາງດ້ານການຄ້າ, ຫຼຸດຜ່ອນສິ່ງກີດຂວາງທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໃນການເຄື່ອນຍ້າຍສິນຄ້າ.

ພາບປະກອບຂ່າວເທົ່ານັ້ນ

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 27 ສິງຫາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນເປັນປະທານຂອງ ທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮ່າງຄໍາສັ່ງແນະນໍາສະບັບນີ້ແມ່ນໄດ້ຕິດພັນກັບຫຼາຍຂະແໜງການທັງສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດທີ່ມີພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດທີ່ຕິດພັນກັບການອອກເອກະສານເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງພາຍໃນປະເທດ ລະຫວ່າງ ເມືອງຫາເມືອງ, ແຂວງຫາແຂວງ ໂດຍພື້ນຖານ, ກອງປະຊຸມເຫັນດີຕໍ່ກັບແນວຄວາມຄິດຂອງການຮ່າງຄໍາສັ່ງແນະນໍາດັ່ງກ່າວທີ່ມີຈຸດປະສົງເພື່ອຫຼຸດຜ່ອນບັນດາຂັ້ນຂອດ, ເອກະສານ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໃນການເຄື່ອນຍ້າຍສິນຄ້າພາຍໃນຂອງປະຊາຊົນ ແລະ ທຸລະກິດໄດ້ດັ່ງ ນີ້:

ພາບປະກອບຂ່າວເທົ່ານັ້ນ

1 ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ແມ່ນຈະອີງໃສ່ປະເພດສິນຄ້າ ເຊັ່ນ: ສິນຄ້າທີ່ຢູ່ໃນປະເພດໄມ້ຈາກທໍາມະຊາດ, ໄມ້ຈາກສວນປູກ, ເຄື່ອງປ່າຂອງດົງຂອງຂະແໜງກະສິກໍາ ແລະ ປ່າໄມ້ ແລະ ເຄື່ອງປ່າຂອງດົງທີ່ເປັນຢາຂອງຂະແໜງສາທາລະນະສຸກສະເໜີໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍປ່າໄມ້ ເລກທີ 64/ສພຊ ລົງວັນທີ 13 ມິຖຸນາ 2019; ສິນຄ້າປະເພດສັດທີ່ມີຊີວິດ ແລະ ຜະລິດຕະພັນກ່ຽວກັບສັດ ສະເໜີໃຫ້ມີການອອກໃບຢັ້ງຢືນກວດກາດ້ານສຸຂະພາບສັດ ( ສໍາລັບສັດທີ່ມີຊີວິດ ) ແລະ ການອອກໃບຢັ້ງຢືນສຸຂະນາໄມ ( ສໍາລັບຜະລິດຕະພັນ ກ່ຽວກັບສັດ ); ສິນຄ້າປະເພດເຂົ້າ, ກາເຟ, ມັນຕົ້ນ, ສາລີ, ຢາງພາລາ, ໝາກໄມ້, ພືດຜັກອື່ນໆແມ່ນສາມາດເຄື່ອນຍ້າຍໄດ້ ແລະ ຈະຍົກເລີກທຸກຂັ້ນຕອນຂອງການອອກໃບອະນຸຍາດ ຫຼື ໃບຢັ້ງຢືນການເຄື່ອນຍ້າຍ.

ພາບປະກອບຂ່າວເທົ່ານັ້ນ

2 ການຕັ້ງຈຸດກວດກາຕາມເສັ້ນທາງພາຍໃນປະເທດ: ຂະແໜງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ຈະປັບປຸງນິຕິກໍາກ່ຽວກັບການບໍລິການຂອງສະຖານີຕິດຊັ່ງນໍ້າໜັກ ແລະ ມາດຕະການຕໍ່ຜູ້ລະເມີດໃຫ້ສອດຄ່ອງກັບສະພາບການແຕ່ລະໄລຍະ. ສໍາລັບວຽກງານການກວດການໍ້າໜັກ ແລະ ຂະໜາດຂອງລົດບັນທຸກ, ກົມຂົນສົ່ງຈະນໍາໄປຄົ້ນ ຄວ້າ ແລະ ຮຽບຮຽງໃໝ່ ແລ້ວຈະສົ່ງໃຫ້ກົມການນໍາເຂົ້າ ແລະ ສົ່ງອອກພາຍຫຼັງ; ການຕັ້ງຈຸດກວດກາສະເພາະກິດຊົ່ວຄາວຂອງຂະແໜງການອື່ນນອກຈາກຕໍາຫຼວດ, ຍທຂ ແລະ ພາສີ ສະເໜີໃຫ້ປັບປຸງຄືນໃໝ່ ເພື່ອຫຼຸດຜ່ອນການຕັ້ງຈຸດກວດກາຕາມເສັ້ນທາງ.

ພາບປະກອບຂ່າວເທົ່ານັ້ນ

ພາຍຫຼັງກອງປະຊຸມປຶກສາຫາລືຄັ້ງນີ້ ກອງເລຂາ ຄອຄ ຈະໄດ້ສົ່ງຮ່າງສະບັບປັບປຸງ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມປະກອບຄຳເຫັນເພີ່ມຕື່ມ ແລະ ຜ່ານການເຫັນດີຈາກຄະນະນຳຂອງບັນດາຂະແໜງການກ່ອນສົ່ງໃຫ້ ກອງເລຂາ ຄອຄ ເພື່ອປັບປຸງ ແລະ ດຳເນີນການໃນຂັ້ນຕອນຕໍ່ໄປ ໂດຍກອງເລຂາ ຄອຄ ຈະໄດ້ນຳເອົາຮ່າງຄຳແນະນຳສະບັບດັ່ງກ່າວ ເພື່ອປຶກສາຫາລືກັບຂັ້ນທ້ອງຖິ່ນໃນຂັ້ນຕອນຕໍ່ໄປ ແລະ ຄາດວ່າການສ້າງນິຕິກຳສະບັບດັ່ງກ່າວຈະໃຫ້ສຳເລັດໃນທ້າຍປີ 2020 ນີ້.

( ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ) [ ຂ່າວ: ສັນຕິ ]