ສຳນັກຂ່າວກຽວໂຕ ລາຍງານວ່າ: ບໍລິສັດມິດຊູບິຊິ ມໍເຕີ ຄ໊ອບ ຜູ້ຜະລິດລົດລາຍໃຫຍ່ ຂອງຍີ່ປຸ່ນ ກຳລັງພິຈາລະນາໃຫ້ພະນັກງານປະມານ 500 – 600 ຄົນ ອອກຮັບອຸດໜູນບຳເນັດກ່ອນກຳນົດ ໂດຍຈະເລີ່ມຕັ້ງແຕ່ກາງເດືອນພະຈິກຈະເຖິງນີ້ ເຊິ່ງເປັນສ່ວນໜຶ່ງຂອງແຜນການປັບໂຄງສ້າງຂອງບໍລິສັດ ເນື່ອງຈາກຍອດຂາຍລົດຫຼຸດລົງ.
ພາຍໃຕ້ແຜນທຸລະກິດໄລຍະກາງ ລະບຸວ່າ: ບໍລິສັດມິດຊູບິຊິ ມໍເຕີ ມີແຜນທີ່ຈະຫຼຸດຕົ້ນທຶນລົງຫຼາຍກວ່າ 20%. ດັ່ງນັ້ນ, ບໍລິສັດຈຶ່ງຈຳເປັນຕ້ອງໄດ້ປັບຫຼຸດພະນັກງານລົງ ເພື່ອປັບສະຖານະການເງິນຂອງບໍລິສັດ.
ລາຍງານລະບຸວ່າ: ພະນັກງານທີ່ມີອາຍຸຕັ້ງແຕ່ 45 ຂຶ້ນໄປ ລວມເຖິງພະນັກງານທີ່ຢູ່ໃນຕຳແໜ່ງຜູ້ບໍລິຫານຢູ່ສຳນັກງານໃຫຍ່ໃນນະຄອນຫຼວງໂຕກຽວ ແລະ ຢູ່ໂຮງງານໃນແຂວງໄອຈິ ແລະ ໂອກາຢາມາ ຈະຕ້ອງໄດ້ກະສຽນອາຍຸກ່ອນກຳນົດຕາມແຜນຂອງບໍລິສັດ.
ທັງນີ້, ບໍລິສັດມິດຊູບິຊິ ມີພະນັກງານປະມານ 14 ພັນຄົນ ( ສະຖິຕິໃນເດືອນມີນາຜ່ານມາ ) ໃນຂະນະທີ່ຍອດການຜະລິດລົດມິດຊູບິຊິໄດ້ຫຼຸດລົງເຖິງ 69,1% ໃນເດືອນກໍລະກົດຜ່ານມາ ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຊິ່ງເປັນການຫຼຸດລົງຫຼາຍທີ່ສຸດໃນບັນດາບໍລິສັດຜູ້ຜະລິດລົດລາຍໃຫຍ່ 8 ແຫ່ງຂອງຍີ່ປຸ່ນ ແລະ ບໍລິສັດຄາດຄະເນວ່າຈະຫຼຸບທຶນປະມານ 3,4 ພັນລ້ານໂດລາສະຫະລັດໃນປີນີ້.