ລະບົບຄວາມປອດໄພຂອງ u-money

181

u-money ເປັນບໍລິການດ້ານກະເປົາເງິນເອເລັກໂຕຣນິກ ຫຼື ບໍລິການດ້ານການເງິນຜ່ານມືຖື ເມື່ອລູກຄ້າລົງທະບຽນນໍາໃຊ້ບັນຊີຂອງ u-money ແມ່ນໝາຍ ຄວາມວ່າລູກຄ້າມີກະເປົາເງິນສົດໃນມືຖື ໂດຍຈະຜູກກັບເບີໂທລະສັບຂອງ Unitel (ມີພຽງເບີຢູນີເທວທີ່ສາມາດລົງທະບຽນກະເປົາຢູມັນນີ ).

ການມີກະເປົາເງິນແບບເອເລັກໂຕຣນິກຜ່ານມືຖືຍັງເປັນເລື່ອງໃໝ່ ສໍາລັບລູກຄ້າຫຼາຍໆຄົນຍັງກັງວົນ ແລະ ຄໍານຶງເຖິງຄວາມປອດໄພ ວ່າເງິນຈະຖືກຮັບປະກັນ ແລະ ເກັບໄວ້ໃນບ່ອນທີ່ປອດໄພ ( ບໍ່ຖືກລັກ ຫຼື ໂອນອອກໃຫ້ເບີອື່ນແບບງ່າຍດາຍ ) ສໍາລັບບໍລິການ u-money ແມ່ນອອກແບບບໍລິການໂດຍບົນພື້ນຖານມາດຕະຖານຂອງ ISO 27001; ເພື່ອປ້ອງກັນ ແລະ ຮັບປະກັນຄວາມປອດໄພຂອງບັນຊີ u-money ເອງກໍໄດ້ສ້າງເງື່ອນໄຂ ແລະ ຂໍ້ກໍານົດໃນການລົງທະບຽນນໍາໃຊ້ທີ່ຊັດເຈນ ແລະ ສອດຄ່ອງກັບກົດໝາຍແຫ່ງ ສປປ ລາວ.

  • ກໍານົດບຸກຄົນທີ່ລົງທະບຽນໃຊ້ບໍລິການ: ຜູ້ລົງທະບຽນຕ້ອງປະກອບເອກະສານໃຫ້ຄົບຖ້ວນ ເຊັ່ນ: ເອກະສານຢັ້ງຢືນຕົວຕົນບັດປະຈຳຕົວ ຫຼື ສຳມະໂນຄົວ, ຜູ້ນຳໃຊ້ຕ້ອງມີອາຍຸແຕ່ 16 ປີຂຶ້ນໄປ ໂດຍສອດຄ່ອງກັບລະບຽບກົດໝາຍນຳໃຊ້ເລກໝາຍໂທລະສັບ ( ອີງຕາມຂໍ້ຕົກລົງຂອງກະຊວງ ປທສ ສະບັບເລກທີ 2493/ປທສ ລົງວັນທີ 11 ຕຸລາ 2019 ), ທຸກໆຂັ້ນຕອນກຳນົດການໃຫ້ບໍລິການຕ່າງໆ ແມ່ນອີງຕາມລະບຽບກົດໝາຍຂອງທະນາຄານ ແຫ່ງ ສປປ ລາວ.

  • ດ້ານລະບົບຮັກສາຄວາມປອດໄພຂອງຢູມັນນີ ແມ່ນນໍາໃຊ້ລະບົບ PCI DSS ( ນຳໃຊ້ໂດຍ PCI Security Standards Council ) ເຊິ່ງເປັນລະບົບທີ່ອອກແບບຕາມມາດຕະຖານຂອງສາກົນ ແລະ ຫຼາຍປະເທດທີ່ໃຫ້ບໍລິການດ້ານການເງິນຜ່ານມືຖືແມ່ນເລືອກນໍາໃຊ້ລະບົບດັ່ງກ່າວ ເພາະຮັບປະກັນຄວາມປອດໄພເປັນອັນດັບໜຶ່ງ. ນອກຈາກນີ້, ໃນຂົງເຂດການທະນາຄານ ຫຼື ການໃຫ້ບໍລິການດ້ານການຊຳລະເອເລັກໂຕຣ ນິກກໍນໍາໃຊ້ລະບົບດັ່ງກ່າວ ເຊັ່ນ: ຫວຽດເທວເພ ( Viettelpay ) ປະເທດຫວຽດນາມ, ໝາຍເທວເພ ( Mytelpay ) ປະເທດມຽນມາ, ອີມັນນີ ( eMoney ) ປະເທດກໍາປູເຈຍ, ຮາໂລ ເປຊາ ( Halo Pesa ) ປະເທດທານຊາເນຍ.

  • ການປ້ອງກັນກ່ຽວກັບການເຂົ້າເຖິງກະເປົາເງິນ ແມ່ນຮັກສາ ຄວາມປອດໄພແບບສອງຊັ້ນໃນເວລາມີການເຮັດທຸລະກໍາດ້ານການເງິນທາງມືຖືໃດໜຶ່ງ ເຊິ່ງຕ້ອງຢືນຢັນການເຮັດທຸລະກໍາດ້ວຍລະຫັດ PIN ແລະ ລະຫັດ OTP ເພື່ອຮັບປະກັນກ່ອນສໍາເລັດການເຮັດທຸລະກໍາໃນທຸກໆຄັ້ງ.

  • ຄວາມປອດໄພໃນການລ໋ອກອິນເຂົ້ານໍາໃຊ້ ຫຼື ການເຮັດທຸລະກໍາຕ່າງໆ ໂດຍສະເພາະແມ່ນການປ້ອນລະຫັດສ່ວນຕົວ ຫາກກົດລະຫັດຜິດ 3 ຄັ້ງ ລະບົບຈະລ໋ອກທັນທີ ເພື່ອຮັບປະກັນຄວາມປອດໄພສໍາລັບລະຫັດລັບຂອງທ່ານ, ກໍລະນີຫາກລະຫັດ PIN ຖືກລ໋ອກ ຫຼື ລືມລະຫັດ PIN ການແກ້ໄຂ ຫຼື ການປົດລ໋ອກ ແມ່ນຈະອະນຸຍາດໃຫ້ລູກຄ້າເຂົ້າມາແກ້ໄຂປົດລ໋ອກທີ່ເຄົາເຕີ້ Unitel. ທັງນີ້, ກໍເພື່ອຮັບປະກັນຄວາມປອດໄພ ແລະ ເພື່ອເປັນການຢັ້ງຢືນຕົວຕົນຂອງຜູ້ນໍາໃຊ້ແທ້.

ຫຼາຍໆຂໍ້ມູນເງື່ອນໄຂທີ່ຍົກໃຫ້ເຫັນຂ້າງເທິງ ແມ່ນເປັນຂໍ້ດີຂອງ u-money ອອກແບບມາເພື່ອການບໍລິການທີ່ສະດວກສະບາຍ ແລະ ພ້ອມກັບການຮັກສາຄວາມປອດໄພແກ່ຜູ້ນໍາໃຊ້ໃນຫຼາຍໆຂັ້ນຕອນ ແລະ ຂໍ້ກໍານົດທີ່ວາງອອກ ແມ່ນເປັນການປ້ອງກັນເພື່ອປະໂຫຍດແກ່ຜູ້ຊົມໃຊ້ທັງໝົດ. ສະນັ້ນ, ທ່ານໝັ້ນໃຈໄດ້ ແລະ ປ່ຽນແປງການນໍາໃຊ້ທີ່ຫຼາຍໆຄົນເອີ້ນວ່າໃຊ້ຊີວິດແບບໃໝ່ທີ່ທັນສະໄໝ ເພື່ອສ້າງຄວາມສະດວກສະບາຍ ທັງເປັນການປະຢັດເວລາ, ປະຢັດຕົ້ນທຶນ ແລະ ບໍ່ຕ້ອງກັງວົນກັບການຖືເງິນສົດຈໍານວນຫຼາຍໃນການຊໍາລະຄ່າບໍລິການໃດໜຶ່ງ ຫຼື ໂອນເງິນໃຫ້ແກ່ຄອບຄົວທີ່ຢູ່ຫ່າງໄກກໍສາມາດເຮັດໄດ້ທັນທີ.

u-money ຈະສືບຕໍ່ພັດທະນາ ແລະ ສ້າງບໍລິການເພື່ອສ້າງສິ່ງທີ່ດີທີ່ສຸດສະໜອງແກ່ຜູ້ນໍາໃຊ້ຄຽງຄູ່ກັບຍຸກແຫ່ງການຫັນປ່ຽນເປັນດິຈິຕອນ ແລະ ຄຽງຄູ່ກັບຄວາມປອດໄພ ຮັບປະກັນປະໂຫຍດສູງສຸດໃຫ້ແກ່ຜູ້ຊົມໃຊ້.