Monthly Archives: September, 2020

ເປີດນຳໃຊ້ສະຖານີວິທະຍຸ ເພື່ອການພັດທະນາເມືອງນາກາຍ

ສະຖານີວິທະຍຸເພື່ອການພັດທະນາເມືອງນາກາຍ ຈະຮັບປະກັນໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງຂໍ້ມູນ - ຂ່າວສານເພີ່ມຂຶ້ນໃນດ້ານຕ່າງໆ. ພ້ອມດຽວກັນນັ້ນ, ຊຸມຊົນຈະສາມາດມີສ່ວນຮ່ວມໃນການຕັດສິນໃຈ ເພື່ອພັດທະນາຊຸມຊົນກໍຄືຊ່ວຍປັບປຸງຄຸນນະພາບຊີວິດຂອງພວກເຂົາໃຫ້ດີຂຶ້ນ. ໃນວັນທີ 25 ກັນຍາ 2020 ທີ່ເມືອງນາກາຍ ແຂວງຄຳມ່ວນ ໄດ້ມີພິທີເປີດການນຳໃຊ້ ແລະ ອອກອາກາດຂອງສະຖານີວິທະຍຸເພື່ອການພັດທະນາເມືອງນາກາຍຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ    ໂອໄດ ສຸດາພອນ ເຈົ້າແຂວງ ຄຳມ່ວນ, ທ່ານ ສະຫວັນຄອນ ຣາຊມຸນຕຣີ...

ອັດຕາຄົວເຮືອນ ຊົມໃຊ້ໄຟຟ້າທົ່ວແຂວງສາລະວັນ ກວມເອົາ 95,63%

ໃນວັນທີ 25 ກັນຍາ 2020 ນີ້ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ຫ້ອງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ໂດຍມີພະນັກງານລັດຖະກອນພາຍໃນລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ. ທ່ານ ສັງວານ ພົມມະແສງ ຮັກສາການຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ສາຂາແຂວງສາລະວັນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 8 ເດືອນປີ...

ນະຄອນໄກສອນສັ່ງຫ້າມ! ບຸນອອກພັນສານີ້ ບໍ່ໃຫ້ວົງດົນຕີທຸກປະເພດລົງເສບງັນເດັດຂາດ

ເພື່ອປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ໂດຍສະເພາະກໍ່ແມ່ນມາດຕະການປ້ອງກັນໂຄວິດ-19 ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຄຸມເຂັ້ມ ບຸນອອກພັນສາປີນີ້ ບໍ່ໃຫ້ວົງດົນຕີທຸກປະເພດລົງຄົບງັນເດັດຂາດ ເພື່ອປ້ອງກັນບໍ່ໃຫ້ມີການຊຸມນຸມຄົນເປັນຈໍານວນຫຼາຍ. ຕາມການໃຫ້ສຳພາດຂອງທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້າຄອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ງານບຸນປະເພນີອອກພັນສາ - ຊ່ວງເຮືອ ປະຈຳປີ 2020 ທີ່ນະຄອນໄກສອນ ພົມວິຫານ ແມ່ນໄດ້ເລີ່ມເປີດໃຫ້ມີການຄົບງັນຢ່າງເປັນທາງການ...

ວິທະຍາຄານກົມມະດໍາ ເຜີຍແຜ່ເອກະສານຕ້ານການສໍ້ລາດບັງຫຼວງ

ວັນທີ 25 ກັນຍາ 2020 ທີ່ສະໂມສອນວິທະຍາຄານ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ກ່ຽວກັບຕ້ານການສໍ້ລາດບັງຫຼວງ ພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ຈັນດີ ສຸລິວົງສັກ ຄະນະພັກກົມໃຫຍ່ການເມືອງກອງທັບ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ; ມີ ທ່ານ ພັນໂທ ສົມໄຫວ ແໜງໄຊຄຸນ ຄະນະປະຈໍາພັກວິທະຍາຄານ ປະທານກວດກາພັກ - ລັດ ຫົວໜ້າຫ້ອງການເມືອງວິທະຍາຄານກົມມະດໍາ,...

ຕະຫຼາດຫຼັກຊັບລາວ ມອບອຸປະກອນການສຶກສາໃຫ້ແກ່ນ້ອງນັກຮຽນປະຖົມສຶກສາສົມບູນອີ່ໄລ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ແລະ ບໍລິສັດຈົດທະບຽນ ໄດ້ຮ່ວມໃຈກັນຈັດກິດຈະກໍາຊ່ວຍເຫຼືອສັງຄົມໃນໂຄງການຮ່ວມໃຈໃຫ້ອະນາຄົດນ້ອງ ຄັ້ງທີ 3 ເຊິ່ງໄດ້ມອບອຸປະກອນການສຶກສາໃຫ້ແກ່ນ້ອງນັກຮຽນ      ຢູ່ໂຮງຮຽນປະຖົມສຶກສາສົມບູນອີ່ໄລ ທີ່ຂຶ້ນກັບບ້ານອີ່ໄລ   ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນພິທີສະເຫຼີມສະຫຼອງວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 10 ປີ. ອຸປະກອນການຮຽນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ປຶ້ມແບບຮຽນສຳລັບຊັ້ນປະຖົມ ແລະ ມັດທະຍົມສຶກສາ, ປຶ້ມຂຽນ, ປາກກາ, ສໍດຳ,...

ເຊີນທ່ຽວ ງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟປະຈໍາປີ 2020

ເປີດແລ້ວສໍາລັບງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟປະຈໍາປີ 2020 ເຊິ່ງປີນີ້ຈັດຂຶ້ນທີ່ດ້ານຫຼັງຂອງສູນການຄ້າວຽງຈັນເຊັນເຕີ້ ໂດຍຈະດໍາເນີນໄປເປັນເວລາ 5ວັນ ນັບແຕ່ ວັນທີ 28 ກັນຍາ 2020 ຫາ ວັນທີ 2 ຕຸລາ 2020 ນີ້. ໃສ່ຊຸດງາມໆຖ່າຍຮູບ ງານເປີດຕະຫຼາດນັດດັ່ງກ່າວຈັດຂຶ້ນໃນວັນທີ 29 ກັນຍາ 2020ທີ່ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ນາງ ນາລີ...

ຈົບການໂຮງແຮມໄປເຂົ້າເຮັດວຽກຢູ່ໃສໄດ້ແນ່

ເຊື່ອວ່າຫຼາຍໆຄົນຍັງບໍ່ທັນຮູ້ວ່າຮຽນການໂຮງແຮມ ຫຼື ຮຽນຈົບໃນຂະແໜງການໂຮງແຮມແລ້ວ ສາມາດໄປເຮັດວຽກຢູ່ໃສໄດ້ແນ່? ເປັນຄໍາຖາມທີ່ຫຼາຍຄົນໃຫ້ຄວາມສົນໃຈ ແຕ່ບາງຄົນກໍຍັງບໍ່ທັນໄດ້ຄໍາຕອບທີ່ຊັດເຈນເທື່ອ. ສະນັ້ນ, ສິ່ງໜຶ່ງທີ່ຢາກຈະບອກກໍຄືເມື່ອຮຽນຈົບການໂຮງແຮມແລ້ວສາມາດປະກອບອາຊີບໄດ້ຫຼາຍຢ່າງ ນັບຕັ້ງແຕ່ການເຮັດວຽກໃນຮ້ານອາຫານຈົນໄປເຖິງເປັນເຈົ້າຂອງທຸລະກິດຕົນເອງ ແລະ ເຮົາຈະມາໄຂຂໍ້ຂ້ອງໃຈກັນວ່າຄວາມຈິງແລ້ວເມື່ອຮຽນຈົບການໂຮງແຮມແມ່ນສາມາດປະກອບອາຊີບໄດ້ຫຼາຍຢ່າງ ຄື: 1 ເຮັດວຽກໃນໂຮງແຮມ -ຜູ້ຈັດການ -ພະນັກງງານຕ້ອນຮັບສ່ວນໜ້າ -ພະນັກງານຕ້ອນຮັບປະຈໍາຫ້ອງອາຫານ -ພະນັກງານເສີບ -ພະແນກບຸກຄະລາກອນ -ພະນັກງານຝ່າຍບໍລິຫານ ແລະ ປະຊາສໍາພັນ 2 ເຮັດວຽກໃນຮ້ານອາຫານ -ຜູ້ຈັດການ -ພະນັກງານເສີບ -ພະນັກງານຕ້ອນຮັບ -ຫົວໜ້າຄົວ -ບາເທນເດີ້ 3 ເຮັດວຽກນໍາບໍລິສັດ -ຕ້ອນຮັບແຂກ -ພະນັກງານຫ້ອງການ -ເຮັດວຽກໃນພະແນກຈັດງານລ້ຽງ ແລະ ກອງປະຊຸມ -ແມ່ບ້ານ -ພະນັກງານນໍາທ່ຽວ -ການບໍລິການເທິງຍົນ ( ບ່າວ/ສາວແອ ) 4 ປະກອບທຸລະກິດຕົນເອງ -ເປີດຄອສໄລຍະສັ້ນກ່ຽວກັບການເຮັດອາຫານ -ເປີດຮ້ານຂາຍຂອງກິນສຸກ -ເຮັດອາຫານຂາຍທາງອອນໄລ ເມື່ອການທ່ອງທ່ຽວຟື້ນຄືນ, ທຸລະກິດການທ່ອງທ່ຽວ...

ຫົວເຫວີຍເລັ່ງການຫັນປ່ຽນ APAC ແບບດິຈິຕອນດ້ວຍເຕັກໂນໂລຊີ

ໃນວັນທີ 25 ກັນຍາຜ່ານມາໃນງານ HUAWEI CONNECT ປະຈຳປີທີ່ຊຽງໄຮ້ ປະເທດຈີນ ໄດ້ເປີດເຜີຍການປ່ຽນແປງໃໝ່ສຳລັບການຫັນເປັນອຸດສາຫະກຳດິຈິຕອນ ໂດຍມີຈຸດປະສົງໃນການພັດທະນາລະບົບນິເວດວິທະຍາທີ່ເຂັ້ມແຂງ ແລະ ວິທີແກ້ໄຂສະຖານະການທີ່ສະເພາະສຳລັບສັງຄົມທີ່ສະຫຼາດໃນອະນາຄົດທົ່ວພາກພື້ນອາຊີປາຊີຟິກ. ອີງຕາມບໍລິສັດເຕັກໂນໂລຊີຊັ້ນນຳຂອງໂລກ, ມີລະບົບນິເວດດິຈິຕອນທີ່ສ້າງ ແລະ ແບ່ງປັນຄຸນຄ່າໃຫ້ແກ່ອຸດສາຫະກຳ ໂດຍມີຄວາມເປັນເອກະພາບກັນໃນການເຊື່ອມຕໍ່ຄອມພິວເຕີ, Cloud, AI ແລະ ໂປຣແກຣມອຸດສາຫະກຳຕ່າງໆ. “ ໃນປີ 2020 ຍ້ອນວ່າ 5G ໄດ້ຖືກຂະຫຍາຍອອກໄປໃນຂອບເຂດທົ່ວໂລກ,...

5 ສິນຄ້າອອນລາຍມາແຮງ ໃນປີ 2020

ຢາກຂາຍເຄື່ອງອອນລາຍແຕ່ເບິ່ງແລ້ວ ສິນຄ້າທີ່ໜ້າສົນໃຈເອົາມາຂາຍກໍມີຫຼາຍຢ່າງຫຼາຍແນວ; ຖ້າເປັນແນວນັ້ນແລ້ວຈະຂາຍຫຍັງດີ? ຄົງເປັນຄຳຖາມທີ່ໜັກໃຈຢູ່ສຳລັບຜູ້ທີ່ຢາກຈະເລີ່ມຕົ້ນຂາຍເຄື່ອງອອນລາຍແຕ່ຍັງຄິດບໍ່ອອກວ່າຈະຂາຍຫຍັງດີ. ຄໍລຳຊື້ໄດ້ຂາຍໝານວັນນີ້ຈະນຳເອົາໄອເດຍການເລືອກສິນຄ້າອອນລາຍທີ່ມີທ່າອ່ຽງມາແຮງ ແລະ ອາດຈະເອົາມາຂາຍໄດ້ດີ ປະກອບມີ 5 ອັນດັບ ດັ່ງລຸ່ມນີ້: 1 ສິນຄ້າສຳລັບຄອບຄົວ: ສິນຄ້າທີ່ໃຊ້ໃນບ້ານເຮືອນ, ຫຼາຍຄົນກໍຮັກໃນການຊື້ເຄື່ອງເຂົ້າເຮືອນ; ຂະນະດຽວກໍຮັກໃນຄວາມສະດວກສະບາຍຂອງການຊື້ເຄື່ອງຜ່ານທາງອອນລາຍ. ດັ່ງນັ້ນ, ການຂາຍເຄື່ອງໃຊ້ໃນເຮືອນ ຫຼື ສິນຄ້າສຳລັບຄອບຄົວກໍເປັນທາງເລືອກທີ່ໜ້າສົນໃຈ ແລະ ມີທ່າອ່ຽງມາແຮງໃນປີ 2020 ນີ້. 2 ສິນຄ້າຈາກເວັບໄຊຈີນ:...

ອົສຕຣາລີ ຊ່ວຍຊີວິດປາວານໄວ້ໄດ້ 108 ໂຕ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົສຕຣາລີໄດ້ລະດົມທີມກູ້ໄພຫຼາຍສິບຄົນ ເພື່ອຊ່ວຍເຫຼືອຊີວິດປາວານທີ່ລອຍເກີຍຕື້ນຢູ່ຊາຍຫາດເກາະແທັສເມເນຍເຖິງ 400 ກວ່າໂຕເມື່ອອາທິດຜ່ານມາ ແລະ ສາມາດຊ່ວຍຊີວິດປາວານໄວ້ໄດ້ 108 ໂຕ. ປາວານທີ່ຊ່ວຍຊີວິດໄວ້ໄດ້ ເຈົ້າໜ້າທີ່ໄດ້ນຳໄປປ່ອຍລົງສູ່ທະເລເປັນທີ່ຮຽບຮ້ອຍແລ້ວ ແຕ່ໜ້າເສຍດາຍ ປາວານອີກ 350 ໂຕ ເຈົ້າໜ້າທີ່ບໍ່ສາມາດຊ່ວຍຊີວິດຂອງພວກມັນໄວ້ໄດ້. ທ່ານ ດຣ. ຄຣິສ ຄາຢອນ ຜູ້ຊ່ຽວຊານດ້ານຊີວະວິທະຍາຈາກໂຄງການອະນຸຮັກສັດທະເລ ກ່າວວ່າ: ການຊ່ວຍເຫຼືອຊີວິດປາວານໄວ້ໄດ້ເຖິງ 108 ໂຕ...
- Advertisment -
Slide
Slide

Most Read

error: Content is protected !!