5 ສິນຄ້າອອນລາຍມາແຮງ ໃນປີ 2020

193

ຢາກຂາຍເຄື່ອງອອນລາຍແຕ່ເບິ່ງແລ້ວ ສິນຄ້າທີ່ໜ້າສົນໃຈເອົາມາຂາຍກໍມີຫຼາຍຢ່າງຫຼາຍແນວ; ຖ້າເປັນແນວນັ້ນແລ້ວຈະຂາຍຫຍັງດີ? ຄົງເປັນຄຳຖາມທີ່ໜັກໃຈຢູ່ສຳລັບຜູ້ທີ່ຢາກຈະເລີ່ມຕົ້ນຂາຍເຄື່ອງອອນລາຍແຕ່ຍັງຄິດບໍ່ອອກວ່າຈະຂາຍຫຍັງດີ. ຄໍລຳຊື້ໄດ້ຂາຍໝານວັນນີ້ຈະນຳເອົາໄອເດຍການເລືອກສິນຄ້າອອນລາຍທີ່ມີທ່າອ່ຽງມາແຮງ ແລະ ອາດຈະເອົາມາຂາຍໄດ້ດີ ປະກອບມີ 5 ອັນດັບ ດັ່ງລຸ່ມນີ້:

1 ສິນຄ້າສຳລັບຄອບຄົວ: ສິນຄ້າທີ່ໃຊ້ໃນບ້ານເຮືອນ, ຫຼາຍຄົນກໍຮັກໃນການຊື້ເຄື່ອງເຂົ້າເຮືອນ; ຂະນະດຽວກໍຮັກໃນຄວາມສະດວກສະບາຍຂອງການຊື້ເຄື່ອງຜ່ານທາງອອນລາຍ. ດັ່ງນັ້ນ, ການຂາຍເຄື່ອງໃຊ້ໃນເຮືອນ ຫຼື ສິນຄ້າສຳລັບຄອບຄົວກໍເປັນທາງເລືອກທີ່ໜ້າສົນໃຈ ແລະ ມີທ່າອ່ຽງມາແຮງໃນປີ 2020 ນີ້.

2 ສິນຄ້າຈາກເວັບໄຊຈີນ: ບັນດາສິນຄ້າຈາກເວັບໄຊຂາຍເຄື່ອງຂອງຈີນ ກໍເປັນອີກທາງເລືອກໜຶ່ງທີ່ບັນດາພໍ່ຄ້າແມ່ຄ້າອອນລາຍນິຍົມສັ່ງເຂົ້າມາຂາຍທາງອອນລາຍກັນຫຼາຍ ເພາະເວັບໄຊຂາຍເຄື່ອງຂອງຈີນນັ້ນມີສິນຄ້າແປກໃໝ່, ໜ້າຮັກ, ໜ້າໃຊ້ຢູ່ຢ່າງຫຼວງຫຼາຍ ທີ່ຈະສາມາດດຶງດູດລູກຄ້າໃຫ້ເຂົ້າມາຊື້ໄດ້ແບບບໍ່ຍາກເລີຍ. ແຕ່ການຈະສັ່ງຊື້ເຂົ້າມານັ້ນຄວນເບິ່ງຄວາມໜ້າເຊື່ອຖືຂອງຮ້ານໃນເວັບໄຊ, ການເບິ່ງອັດຕາແລກປ່ຽນເງິນ ແລະ ການຕໍ່ລາຄາ ລວມເຖິງການເລືອກບໍລິສັດນຳເຂົ້າທີ່ຈະໃຊ້ບໍລິການນຳ.

3 ສິນຄ້າງານສີມື ຫຼື DIY ກຳລັງໄດ້ຮັບຄວາມນິຍົມ ໂດຍສະເພາະສິນຄ້າປະເພດເຄື່ອງປະດັບ ຫຼື ຂອງເລັກໆໜ້ອຍໆຕ່າງໆ ໂດຍຜູ້ທີ່ມີສີ ມືທາງດ້ານນີ້ກໍໜ້າສົນໃຈທີ່ຈະລອງເຮັດສິນຄ້າ ແລະ ວາງຂາຍໃນຊ່ອງທາງອອນລາຍ ໂດຍອາດຈະເລີ່ມຈາກການໂພສຂາຍໃນເຟສບຸ໊ກ ( Facebook ) ສ່ວນຕົວກ່ອນກໍໄດ້. ຫາກສິນຄ້ານັ້ນມີຄວາມສວຍງາມໜ້າສົນໃຈ ຮັບຮອງໄດ້ຮັບຄວາມສົນໃຈ ໂດຍສະເພາະຈາກກຸ່ມລູກຄ້າໄວໜຸ່ມຢ່າງແນ່ນອນ.

4 ສິນຄ້າພູມປັນຍາຊາວບ້ານ: ສະເໜ່ແບບໜຶ່ງຂອງສິນຄ້າພູມປັນຍາຊາວບ້ານນັ້ນຄືຄວາມມີເອກະລັກ, ສະເພາະທ້ອງຖິ່ນຫາໄດ້ຈາກກຸ່ມຜະລິດຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP ຫຼື ກຸ່ມຜະລິດຄອບຄົບຕົວແບບທົ່ວປະເທດ, ລອງເລາະຫາເລືອກສິນຄ້າທີ່ແປກໃໝ່ໜ້າສົນໃຈອອກມາວາງຂາຍ ປະກອບກັບການທີ່ສິນຄ້າເຫຼົ່ານີ້ ສ່ວນຫຼາຍຍັງມີຂາຍພຽງໃນພື້ນທີ່ຄົນທົ່ວໄປຍັງເຂົ້າບໍ່ເຖິງ ຫາກນຳມາສະເໜີຂາຍຜ່ານທາງອອນລາຍກໍອາດຈະເຮັດໃຫ້ຄົນສົນໃຈ ແລະ ຖືເປັນການເພີ່ມລາຍໄດ້ໃຫ້ກຸ່ມຜູ້ຜະລິດໄດ້ອີກທາງໜຶ່ງ.

5 ສິນຄ້າເສີມຄວາມງາມ ແລະ ເບິ່ງແຍງຜິວ: ໃນຍຸກນີ້ນອກຈາກຜູ້ຄົນຈະໃສ່ໃຈສຸຂະພາບແລ້ວ ຍັງໃສ່ໃຈໃນການເບິ່ງແຍງຮູບຫຼັກພາຍນອກນຳອີກ. ດັ່ງນັ້ນ, ຈະເຫັນໄດ້ວ່າບັນດາສິນຄ້າເສີມ ຄວາມງາມ ແລະ ການເບິ່ງແຍງຜິວ ສຳລັບທ່ານຍິງ ແລະ ຊາຍ ມັກຈະໄດ້ຮັບຄວາມນິຍົມສູງ ແລະ ການນຳສິນຄ້າກ່ຽວກັບຄວາມງາມມາຂາຍ ກໍອາດຈະເປັນທາງເລືອກທີ່ດີຢູ່ເຊັ່ນກັນ ແຕ່ຕ້ອງລະວັງຫາກຈະຮັບມາຂາຍຄວນສຶກສາໃຫ້ດີວ່າສິນຄ້ານັ້ນໆປອດໄພ ຫຼື ບໍ່, ມີການຈົດແຈ້ງຢ່າງຖືກກົດໝາຍ ຫຼື ບໍ່.

ທີ່ມາ: thaismescenter.com