ນະຄອນໄກສອນສັ່ງຫ້າມ! ບຸນອອກພັນສານີ້ ບໍ່ໃຫ້ວົງດົນຕີທຸກປະເພດລົງເສບງັນເດັດຂາດ

189

ເພື່ອປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ໂດຍສະເພາະກໍ່ແມ່ນມາດຕະການປ້ອງກັນໂຄວິດ-19 ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຄຸມເຂັ້ມ ບຸນອອກພັນສາປີນີ້ ບໍ່ໃຫ້ວົງດົນຕີທຸກປະເພດລົງຄົບງັນເດັດຂາດ ເພື່ອປ້ອງກັນບໍ່ໃຫ້ມີການຊຸມນຸມຄົນເປັນຈໍານວນຫຼາຍ.

ຕາມການໃຫ້ສຳພາດຂອງທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້າຄອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ງານບຸນປະເພນີອອກພັນສາ – ຊ່ວງເຮືອ ປະຈຳປີ 2020 ທີ່ນະຄອນໄກສອນ ພົມວິຫານ ແມ່ນໄດ້ເລີ່ມເປີດໃຫ້ມີການຄົບງັນຢ່າງເປັນທາງການ ນັບແຕ່ວັນທີ 28 ກັນຍາ ຫາ ວັນທີ 3 ຕຸລາ 2020, ເຊິ່ງງານປີນີ້ແມ່ນຈະໄດ້ມີການແຂ່ງຂັນເຮືອຊ່ວງປະເພດເຮືອກິລາ 9-12 ສີພາຍ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ ແລະ ສົ່ງເສີມການທ່ອງທ່ຽວ ຕິດພັນກັບການກະຕຸ້ນເສດຖະກິດພາຍໃນແຂວງ, ໃນໄລຍະເຝົ້າລະວັງການລະບາດຂອງພະຍາດໂຄວິດ 19.

ສຳລັບສະຖານທີ່ຈັດງານແມ່ນໄດ້ກຳນົດເອົາຖະໜົນທ່າແຮ່ແຄມຂອງ ແຕ່ຂອບເຂດດ້ານຫຼັງໂຮງໝໍແຂວງໄປຮອດສວນສາທາລະນະໜູຮັກ ພູມສະຫວັນ ( ກວມເອົາເຂດການກໍ່ສ້າງກັນຕະຝັ່ງເຈື່ອນແຄມຂອງ ) ລົງຕາມຖະໜົນກຸວໍລະວົງ ຕັດໃສ່ຖະໜົນຄັນທະບູລີ ( ເສັ້ນລ່ອງ ) ໄປຈົນຮອດແຍກພະແນກສາທາລະນະສຸກແຂວງ ແລ້ວອອກໃສ່ຖະໜົນທ່າແຮ່ແຄມຂອງ.

ສ່ວນກິດຈະກຳພາຍໃນງານແມ່ນປະກອບມີ: ພິທີທາງສາສະໜາຕາມຮີດຄອງປະເພນີ, ໄຫຼກະໂທງ, ໄຫຼເຮືອໄຟ, ຊ່ວງເຮືອປະເພນີ, ແຂ່ງຂັນເຮືອປະເພດ 9-12 ສີພາຍ, ຕະຫຼາດນັດວາງສະແດງສິນຄ້າປະເພດຕ່າງໆ ພາຍໃນປະເທດ ແລະ ພິເສດໃນຄັ້ງວັນທີ 2 ຕຸລາ ຈະມີການແຂ່ງຂັນເຈັດສະກີ ເຊິ່ງເປັນກິລາອີກປະເພດໜຶ່ງທີ່ບໍ່ເຄີຍຈັດມາກ່ອນໃນງານບຸນປະເພນີອອກພັນສາໃນແຕ່ລະປີ ຫຼື ເອີ້ນວ່າເປັນປີທຳອິດເລີຍກໍ່ວ່າໄດ້.

ສຳລັບການຄົບງັນແມ່ນຈະບໍ່ອະນຸຍາດໃຫ້ວົງດົນຕີທຸກປະເພດລົງເສບງັນ ລວມທັງການຕັ້ງຮ້ານຄາຣາໂອເກະ ແລະ ວົງເອເລັກໂທນ, ອະນຸຍາດໃຫ້ໃຊ້ແຕ່ເຄື່ອງສຽງຂະໜາດນ້ອຍໃນການໂຄສະນາສິນຄ້າ ແລະ ປະກອບໃນວົງຊິງຊ້າ, ມ້າໝຸນ, ສະໄລເດີ້ເທົ່ານັ້ນ. ທັງນີ້ກໍ່ເພື່ອເປັນການສະກັດກັ້ນ ແລະ ຕ້ານການລະບາດພະຍາດໂຄວິດ 19.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ