Monthly Archives: September, 2020

ທາງການແລ້ວ ຊ່ວງເຮືອທ່າວັດຈັນປີນີ້ ມີພຽງເຮືອກີລາ 12 ລໍາຮ່ວມຊີງໄຊ ເງິນລາງວັນເພີ່ມຂຶ້ນ 1 ເທົ່າ

ພິທີຈັບສະຫຼາກແບ່ງສາຍເຮືອ 12 ສີພາຍຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ກັນຍາ 2020 ທີ່ຫ້ອງການປົກຄອງ ເມືຶອງຈັນທະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກ ເມືອງຈັນທະບູລີ ເຊິ່ງເປັນຫົວໜ້າອະນຸກໍາມະການເຕັກນິກ ງານບຸນຊ່ວງເຮືອທ່າວັດຈັນ ປະຈໍາປີ 2020 ພ້ອມດ້ວຍຄະນະ ແລະ ຕົວແທນຂອງເຮືອແຕ່ລະລໍາເຂົ້າຮ່ວມ. ສໍາລັບ ການແຂ່ງຂັນເຮືອກີລາ 12 ສີພາຍປີນີ້ຈະມີພຽງ...

ຈາກອາຊີບຖາງປ່າເຮັດໄຮ່ ຫັນມາປູກຊາໝ້ຽງຂາຍ ພິກຄອບຄົວສູ່ຄວາມມີຢູ່ມີກິນ

ຄອບຄົວຂອງ ລຸງບຸນທ່ຽງ ມວນມະນີ ອາຍຸ 54 ປີ ປະຊາຊົນບ້ານສະແມດໃຫຍ່ ເມືອງໄຊສະຖານ ແຂວງໄຊຍະບູລີ ພາຍໃນຄອບຄົວມີນໍາກັນທັງໝົດ 8 ຄົນ ມີແຮງງານຕົ້ນຕໍ 2 ຄົນ. ກ່ອນປີ 2009 ຄອບຄົວຂອງລຸງໄດ້ຢຶດຖືອາຊີບເຮັດໄຮ່ປູກເຂົ້າເລື່ອນລອຍ ແລະ ຖືເອົາການປູກຊາເປັນອາຊີບສໍາຮອງ. ໃນໄລຍະນັ້ນພໍຮອດລະດູຜະລິດເຂົ້າ ກໍໄດ້ພາກັນໄປຖາງປ່າເຮັດໄຮ່ປູກເຂົ້າປະມານ 2 - 3...

ເບິ່ງຂໍ້ຫ້າມ ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ

ອຳນາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຈົ້າພາບໃນການຈັດງານບຸນຊ່ວງເຮືອທ່າວັດຈັນ ໄດ້ອອກຂໍ້ຫ້າມ ໃນງານບຸນຊ່ວງເຮືອທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ   ປະຈຳປີ 2020 ຈະຈັດຂຶ້ນລະ ຫວ່າງວັນທີ 1 - 3 ຕຸລາ 2020 ເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຮອບດ້ານໃນງານດັ່ງກ່າວ. ສຳລັບຂໍ້ຫ້າມ ປະກອບມີ: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດກົດໝາຍຂອງ ສປປ ລາວ. ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ...

ຂໍ້ຫ້າມ 3 ຂໍ້ ປ້ອງກັນການແບ່ງປັນຂໍ້ມູນທີ່ບໍ່ເປັນຄວາມຈິງເທິງອອນລາຍ

ການແບ່ງປັນຂໍ້ມູນ ຫຼື ແຊຣ໌ ຂໍ້ມູນປອມ, ເລື່ອງໃສ່ຮ້າຍປ້າຍສີ ຫຼື ຂໍ້ຄວາມສ້າງແຮງບັນດານໃຈທີ່ອ້າງອີງບຸກຄົນມາຜິດໆ ອາດເຮັດໃຫ້ເກີດ ຄວາມເສຍຫາຍກັບສັງຄົມແວດລ້ອມຫຼາຍກວ່າທີ່ຄິດ ແລະ ຜູ້ຊ່ຽວຊານດ້ານສື່ຢ້ຳວ່າການປ້ອງກັນທີ່ດີສຸດຕ້ອງເລີ່ມຈາກຜູ້ໃຊ້ສື່. ຜູ້ຊ່ຽວຊານດ້ານສື່ສານມວນຊົນລະບຸວ່າ: ຂໍ້ມູນທີ່ເຜີຍແຜ່ໃນສື່ສັງຄົມອອນລາຍຕ່າງໆ ສ່ວນໃຫຍ່ບໍ່ໄດ້ມາຈາກແຫຼ່ງອ້າງອີງທີ່ເຊື່ອຖືໄດ້, ແຕ່ມັກຈະມາຈາກໝູ່ເພື່ອນ, ຄົນຮູ້ຈັກ ຫຼື ບຸກຄົນມີຊື່ສຽງທີ່ອາດຈະບໍ່ໄດ້ມີ ຄວາມຮູ້ເທົ່າທັນສື່. ແຕ່ຂໍ້ຫ້າມພຽງບໍ່ຈັກຂໍ້ຈະຊ່ວຍໃຫ້ຜູ້ໃຊ້ສື່ອອນລາຍລອດພົ້ນຈາກການແຊຣ໌ຂໍ້ມູນປອມ ຫຼື ຂໍ້ມູນໃສ່ຮ້າຍປ້າຍສີຜູ້ອື່ນໄດ້. ຂໍ້ຫ້າມທີ 1: ບໍ່ມີລິ້ງຢ່າກົດແຊຣ໌ ກວ່າເຄິ່ງໜຶ່ງຂອງຂໍ້ມູນທີ່ບໍ່ມີລິ້ງກັບໄປຍັງຕົ້ນຕໍ ມັກຈະເປັນ...

ອາເມເນຍ – ອາແຊັກໄບຊານ ປະທະກັນມີຜູ້ເສຍຊີວິດ 16 ຄົນ

ກອງທັບອາເມເນຍ ແລະ ອາແຊັກໄບຊານ ໄດ້ຍິງຕໍ່ສູ້ກັນຢ່າງດຸເດືອດ ໃນບໍລິເວນຊາຍແດນທາງຕອນໃຕ້ຂອງພູເຂົາ ຄໍເຄຊັສ ເຊິ່ງເປັນປະຕູໃນການສ້າງທໍ່ສົ່ງນ້ຳມັນ ແລະ ແກ໊ສທຳມະຊາດອອກສູ່ຕະຫຼາດໂລກ. ເບື້ອງຕົ້ນມີລາຍງານວ່າເຫດການດັ່ງກ່າວມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ໂດຍທັງສອງປະເທດລ້ວນແລ້ວແຕ່ເປັນອະດີດສະຫະພາບໂຊວຽດ ເຊິ່ງແຍກຕົວອອກມາຕັ້ງແຕ່ຕົ້ນປີ 1990. ຄວາມຮຸນແຮງຄັ້ງນີ້ເກີດຂຶ້ນຈາກບັນຫາຄວາມຂັດແຍ່ງໃນດິນແດນ Nagorno-Karabakh ເຊິ່ງເປັນຊົນເຜົ່າໜຶ່ງທີ່ແຍກຕົວອອກຈາກອາແຊັກໄບຊານ ແຕ່ປົກຄອງດ້ວຍຊົນເຜົ່າອາເມເນຍ. ກອງທັບອາແຊັກໄບຊານ ໄດ້ລະດົມຍິງປືນໃຫຍ່ເຂົ້າໃນເຂດ Nagorno-karabakh ຈົນເຮັດໃຫ້ມີຜູ້ເສຍຊີວິດ 16 ຄົນ ແລະ...

ເຂື່ອນໄຟຟ້າເຊລະນອງ 1 ທົດລອງຜະລິດກະແສໄຟຟ້າ

ເຂື່ອນໄຟຟ້າເຊລະນອງ 1 ທີ່ມີກໍາລັງການຜະລິດ 70 MW, ຕົວເຂື່ອນສາມາດບັນຈຸນ້ຳໄດ້ 284 ລ້ານແມັດກ້ອນ, ສາມາດຜະລິດໄຟຟ້າໄດ້ 2.669 Kw/h. ມາຮອດປັດຈຸບັນການກໍ່ສ້າງໄດ້ສຳເລັດໄປໂດຍພື້ນຖານ ແລະ ໄດ້ເລີ່ມທົດລອງທຳການຜະລິດໄປສ່ວນໜຶ່ງ. ເມື່ອມໍ່ໆມານີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ - ບໍ່ແຮ່...

ສານສະຫະລັດ ສັ່ງໂຈະຫ້າມໃຊ້ແອັບຕິກຕ໊ອກ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສານຍຸຕິທຳໃນນະຄອນຫຼວງວໍຊິງຕັນ ໄດ້ສັ່ງໂຈະຄຳສັ່ງຝ່າຍບໍລິຫານຂອງປະທານາທິບໍດີ ໂດນັນ ທຣຳ ທີ່ຫ້າມໃຊ້ງານແອັບຕິກຕ໊ອກ( TikTok ) ຈາກການດາວໂຫຼດໃນແອັບສະຕໍ ຂອງບໍລິສັດແອັບເປິລ ແລະ ກູເກິລ. ກ່ອນໜ້ານີ້ກະຊວງການຄ້າຂອງສະຫະລັດ ໄດ້ອອກຄຳສັ່ງໃນນາມເຈົ້າໜ້າທີ່ຝ່າຍບໍລິຫານຂອງປະທານາທິບໍດີ ໂດນັນ ທຣຳ ທີ່ຫ້າມດາວໂຫຼດແອັບຕິກຕ໊ອກຜ່ານແອັບເປິລ ແລະ ກູເກິລ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 28 ກັນຍາເປັນຕົ້ນໄປ. ທ່ານ ຄາຣ ນິໂຄ ຜູ້ພິພາກສາສານໃນນະຄອນຫຼວງວໍຊິງຕັນ...

ທສວ ຫຼຸດດອກເບ້ຍສິນເຊື່ອລົງ 2% ເພື່ອສົ່ງເສີມທຸລະກິດ

ກອງທຶນສົ່ງເສີມວິສາຫະ ກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຫຼຸດອັດຕາດອກເບ້ຍສິນເຊື່ອຂອງ ທສວ ທີ່ປ່ອຍຜ່ານທະນາຄານພັດທະນາລາວ ໃນ 71 ສັນຍາ ລົງ 2% ແລະ ໃຫ້ທະນາຄານຫຼຸດດອກເບ້ຍເງິນກູ້ທີ່ເກັບກັບ SME ລົງ 2% ເຊັ່ນກັນ ເປັນເວລາ 3 ເດືອນ...

ຈີນ ສັ່ງຫ້າມພາກເອກະຊົນ ນຳເຂົ້າອາຫານຈາກຕ່າງປະເທດ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພະແນກການຄ້າຕ່າງປະເທດນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດນຳເຂົ້າຜະລິດຕະພັນອາຫານແຊ່ແຂງຈາກຕ່າງປະເທດ ໂດຍສະເພາະປະເທດທີ່ກຳລັງປະສົບກັບການແຜ່ລະບາດຂອງພະຍາດໂຄວິດ - 19, ຫຼັງຈາກທີ່ກວດພົບອາຫານແຊ່ແຂງນຳເຂົ້າຈາກຕ່າງປະເທດຫຼາຍກໍລະນີ ເມື່ອບໍ່ດົນມານີ້. ພະແນກການຄ້າ ນະຄອນຫຼວງປັກກິ່ງ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດນຳເຂົ້າຕິດຕາມສະຖານະການການແຜ່ລະບາດຂອງພະຍາດໂຄ   ວິດ - 19 ຢ່າງໃກ້ຊິດ ຖ້າພົບເຫັນການແຜ່ລະບາດຂອງພະຍາດໂຄວິດ - 19 ຄວນຫຼີກລຽງການນຳເຂົ້າອາຫານແຊ່ແຂງຈາກປະເທດນັ້ນໆ. ທັງນີ້ ສປ ຈີນ ບໍ່ພົບຜູ້ຕິດເຊື້ອພາຍໃນປະເທດມາຫຼາຍເດືອນແລ້ວ, ແຕ່ເມື່ອບໍ່ດົນມານີ້ເຈົ້າໜ້າທີ່ຂອງ...

ນາຍົກເນັ້ນພາກທຸລະກິດ ກຳນົດຈຸດສຸມພັດທະນາໃຫ້ສອດຄ່ອງແຕ່ລະໄລຍະ

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ຄະນະ ສຄອຊ ຊຸດໃໝ່ ສືບຕໍ່ນໍາພາພາກທຸລະກິດໃຫ້ມີ ຄວາມກ້າວໜ້າ ໂດຍສະເພາະແມ່ນກໍາສະພາບພິເສດໃນແຕ່ລະໄລຍະໃຫ້ມີຈຸດສຸມພັດທະນາດ້ານຕ່າງໆໃຫ້ສອດຄ່ອງກັບແຕ່ລະໄລຍະ, ກຳນົດແຜນການໃນຕໍ່ໜ້າດ້ວຍຫຼາຍຮູບແບບ, ຫຼາຍເສັ້ນທາງໃນການດຳເນີນທຸລະກິດແບບມືອາຊີບ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃນວັນສຸກຜ່ານມາ ໂດຍຮຽກຮ້ອງໃຫ້ຄະນະບໍລິຫານງານຊຸດໃໝ່...
- Advertisment -
Slide
Slide

Most Read

error: Content is protected !!