ຈົບການໂຮງແຮມໄປເຂົ້າເຮັດວຽກຢູ່ໃສໄດ້ແນ່

135

ເຊື່ອວ່າຫຼາຍໆຄົນຍັງບໍ່ທັນຮູ້ວ່າຮຽນການໂຮງແຮມ ຫຼື ຮຽນຈົບໃນຂະແໜງການໂຮງແຮມແລ້ວ ສາມາດໄປເຮັດວຽກຢູ່ໃສໄດ້ແນ່? ເປັນຄໍາຖາມທີ່ຫຼາຍຄົນໃຫ້ຄວາມສົນໃຈ ແຕ່ບາງຄົນກໍຍັງບໍ່ທັນໄດ້ຄໍາຕອບທີ່ຊັດເຈນເທື່ອ. ສະນັ້ນ, ສິ່ງໜຶ່ງທີ່ຢາກຈະບອກກໍຄືເມື່ອຮຽນຈົບການໂຮງແຮມແລ້ວສາມາດປະກອບອາຊີບໄດ້ຫຼາຍຢ່າງ ນັບຕັ້ງແຕ່ການເຮັດວຽກໃນຮ້ານອາຫານຈົນໄປເຖິງເປັນເຈົ້າຂອງທຸລະກິດຕົນເອງ ແລະ ເຮົາຈະມາໄຂຂໍ້ຂ້ອງໃຈກັນວ່າຄວາມຈິງແລ້ວເມື່ອຮຽນຈົບການໂຮງແຮມແມ່ນສາມາດປະກອບອາຊີບໄດ້ຫຼາຍຢ່າງ ຄື:

1 ເຮັດວຽກໃນໂຮງແຮມ

-ຜູ້ຈັດການ

-ພະນັກງງານຕ້ອນຮັບສ່ວນໜ້າ

-ພະນັກງານຕ້ອນຮັບປະຈໍາຫ້ອງອາຫານ

-ພະນັກງານເສີບ

-ພະແນກບຸກຄະລາກອນ

-ພະນັກງານຝ່າຍບໍລິຫານ ແລະ ປະຊາສໍາພັນ

2 ເຮັດວຽກໃນຮ້ານອາຫານ

-ຜູ້ຈັດການ

-ພະນັກງານເສີບ

-ພະນັກງານຕ້ອນຮັບ

-ຫົວໜ້າຄົວ

-ບາເທນເດີ້

3 ເຮັດວຽກນໍາບໍລິສັດ

-ຕ້ອນຮັບແຂກ

-ພະນັກງານຫ້ອງການ

-ເຮັດວຽກໃນພະແນກຈັດງານລ້ຽງ ແລະ ກອງປະຊຸມ

-ແມ່ບ້ານ

-ພະນັກງານນໍາທ່ຽວ

-ການບໍລິການເທິງຍົນ ( ບ່າວ/ສາວແອ )

4 ປະກອບທຸລະກິດຕົນເອງ

-ເປີດຄອສໄລຍະສັ້ນກ່ຽວກັບການເຮັດອາຫານ

-ເປີດຮ້ານຂາຍຂອງກິນສຸກ

-ເຮັດອາຫານຂາຍທາງອອນໄລ

ເມື່ອການທ່ອງທ່ຽວຟື້ນຄືນ, ທຸລະກິດການທ່ອງທ່ຽວ ແລະ ການໂຮງແຮມຈະຕ້ອງການບຸກຄະລາກອນຢ່າງຫຼວງຫຼາຍ, ຕັດສິນໃຈຮຽນຕອນນີ້ ເພື່ອກຽມພ້ອມຮັບຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດ. ຍິ່ງໃນຕອນນີ້ມີໂຄງການ ລາວທ່ຽວລາວ ຍິ່ງຊ່ວຍກະຕຸ້ນການທ່ອງທ່ຽວພາຍໃນໃຫ້ກັບມາຄຶກຄັກກວ່າເກົ່າ. ຖ້າຫາກນ້ອງໆຄົນໃດມີຄວາມສົນໃຈການຮຽນໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ທ່ານສາມາດເຂົ້າໄປທີ່ Facebook Page: “ ເຈົ້າພາບທີ່ດີ ເປັນໜ້າທີ່ຂອງເຮົາ” ຫຼື www.thlaos.com ເຊິ່ງຮວບຮວມບັນດາຂໍ້ມູນ – ຂ່າວສານກ່ຽວກັບການຮຽນ ແລະ ການເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນລະດັບອາຊີວະສຶກສາຢູ່ຂອບເຂດທົ່ວປະເທດ.