ເຊີນທ່ຽວ ງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟປະຈໍາປີ 2020

147

ເປີດແລ້ວສໍາລັບງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟປະຈໍາປີ 2020 ເຊິ່ງປີນີ້ຈັດຂຶ້ນທີ່ດ້ານຫຼັງຂອງສູນການຄ້າວຽງຈັນເຊັນເຕີ້ ໂດຍຈະດໍາເນີນໄປເປັນເວລາ 5ວັນ ນັບແຕ່ ວັນທີ 28 ກັນຍາ 2020 ຫາ ວັນທີ 2 ຕຸລາ 2020 ນີ້.

ໃສ່ຊຸດງາມໆຖ່າຍຮູບ

ງານເປີດຕະຫຼາດນັດດັ່ງກ່າວຈັດຂຶ້ນໃນວັນທີ 29 ກັນຍາ 2020ທີ່ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງໆ ສີສັດຕະນາກ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ປະທານບໍລິສັດ ກຣິດຕະພົງ ເອນເຕີເທນເມັ້ນ ອີເວັ້ນ ພ້ອມດ້ວຍບັນດາແຂກຖືກເຊີນ, ດາລາສິນລະປິນ, ນາງງາມ ແລະ ສື່ມວນຊົນເຂົ້າຮ່ວມ.

ມີເຂົ້າໜົມຫຼາຍຢ່າງໃຫ້ທ່ານລອງຊິມ

ງານຕະຫຼາດນັດຢ້ອນຍຸກ ແລະ ໄຫຼເຮືອໄຟ ປະຈໍາປີ 2020 ເກີດຂຶ້ນໄດ້ຍ້ອນການຮ່ວມມືຂອງ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ; ບໍລິສັດ ກຣິດຕະພົງ ເອນເຕີເທນເມັ້ນ ອີເວັ້ນ ແລະ ສູນການຄ້າວຽງຈັນເຊັນເຕີ້ ໂດຍມີຈຸດປະສົງ ສືບສານປະເພນີ, ວັດທະນະທໍາ ການດໍາລົງຊີວິດຂອງປະຊາຊົນລາວມາແຕ່ດົນນານ ຜູ້ມີຫົວຄິດປະດິດສ້າງ ເຄື່ອງມືຮັບໃຊ້ໃນການດໍາລົງຊີວິດບໍ່ວ່າຈະເປັນ ເຄື່ອງປັ້ນດິນເຜົາ, ເຄື່ອງຫັດຖະກໍາ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ ທີ່ສໍາຄັນງານນີ້ ຍັງຖືເປັນກິດຈະກໍາສົ່ງເສີມຄົນລາວທ່ຽວລາວນໍາອີກ.

ພາບປະກອບຂ່າວ

ຮູບແບບຂອງງານນີ້ ຈະເປັນລັກສະນະລາວຢ້ອນຍຸກ ບັນດາຫ້າງຮ້ານຂາຍເຄື່ອງຕ່າງໆຈະຕົບແຕ່ງປະດັບປະດາດ້ວຍໄມ້ໄຜ່, ໄພຫຍ້າ ແລະ ໃບຕອງ ທີ່ນອກຈາກຈະສື່ໃຫ້ເຫັນເຖິງຄວາມເປັນລາວແລ້ວ ຍັງເປັນການຮັກສາສິ່ງແວດລ້ອມ ຫຼຸດຜ່ອນການສ້າງຂີ້ເຫຍື້ອຈາກພລາສຕິກ ຫຼື ຂີ້ເຫຍື້ອທີ່ຍ່ອຍສະຫຼາຍຍາກໄດ້ອີກ.

ມີການໄຫຼເຮືອໄຟນໍາອີກ

ແຟນເພຈທີ່ຮັກແພງ ດ້ານບັນຍາກາດພາຍໃນງານ ຫຼັງຈາກທີ່ແອັດມິນໄດ້ໄປສໍາຜັດມານັ້ນ ເຫັນໄດ້ວ່າເປັນບັນຍາກາດທີ່ສື່ໃຫ້ເຫັນເຖິງກິ່ນອາຍຂອງຄວາມຄວາມຢ້ອນຍຸກ, ມີເຂົ້າໜົມ, ອາຫານ ແລະ ເຄື່ອງດື່ມຫຼາຍຊະນິດໄວ້ຮອງຮັບ ພ້ອມຊຸດງາມໆ ແລະ ບ່ອນຖ່າຍຮູບໃຫ້ທຸກທ່ານເຂົ້າໄປສໍາຜັດໄດ້.