ວິທະຍາຄານກົມມະດໍາ ເຜີຍແຜ່ເອກະສານຕ້ານການສໍ້ລາດບັງຫຼວງ

328

ວັນທີ 25 ກັນຍາ 2020 ທີ່ສະໂມສອນວິທະຍາຄານ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ກ່ຽວກັບຕ້ານການສໍ້ລາດບັງຫຼວງ ພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ຈັນດີ ສຸລິວົງສັກ ຄະນະພັກກົມໃຫຍ່ການເມືອງກອງທັບ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ; ມີ ທ່ານ ພັນໂທ ສົມໄຫວ ແໜງໄຊຄຸນ ຄະນະປະຈໍາພັກວິທະຍາຄານ ປະທານກວດກາພັກ – ລັດ ຫົວໜ້າຫ້ອງການເມືອງວິທະຍາຄານກົມມະດໍາ, ທ່ານ ເທບພະໄທ ພັນກ້າ ຮອງກົມຕ້ານການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະພັກ – ຄະນະບັນຊາ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.

ສະຫາຍ ພັນໂທ ວົງໄຊ ຄໍາມຸງຄຸນ ຮອງຫົວໜ້າພະແນກຈັດຕັ້ງອົບຮົມກົມກວດກາກະຊວງປ້ອງກັນປະເທດ ໄດ້ຜັດປ່ຽນກັນຂຶ້ນບັນຍາຍເນື້ອໃນເອກະສານກ່ຽວກັບຕ້ານການສໍ້ລາດບັງຫຼວງ

ເຊິ່ງປະກອບມີກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ( ສະບັບປັບປຸງ ) ເລກທີ 27/ສພຊ ລົງວັນທີ 18 ທັນວາ 2012, ມີ 10 ໝວດ 64 ມາດຕາ ແລະ ດໍາລັດວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດຕ້ານການສໍ້ລາດບັງຫຼວງ ສະບັບເລກທີ 02/ສພຊ ລົງວັນທີ 19 ພຶດສະພາ 2005 ເພື່ອແນໃສ່ເຮັດໃຫ້ອົງການລັດມີຄວາມໂປ່ງໃສ, ເຂັ້ມແຂງ ແລະ ສາມາດກວດກາໄດ້ທຸກເວລາ ປະກອບສ່ວນເຮັດໃຫ້ມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວ ແລະ ໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ.

[ ຂ່າວ: ວັນນະເລັດ ລໍວັນໄຊ; ຮູບ: ຂັນທະລີ ທໍາມະວົງ ]