ອົສຕຣາລີ ຊ່ວຍຊີວິດປາວານໄວ້ໄດ້ 108 ໂຕ

154

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົສຕຣາລີໄດ້ລະດົມທີມກູ້ໄພຫຼາຍສິບຄົນ ເພື່ອຊ່ວຍເຫຼືອຊີວິດປາວານທີ່ລອຍເກີຍຕື້ນຢູ່ຊາຍຫາດເກາະແທັສເມເນຍເຖິງ 400 ກວ່າໂຕເມື່ອອາທິດຜ່ານມາ ແລະ ສາມາດຊ່ວຍຊີວິດປາວານໄວ້ໄດ້ 108 ໂຕ. ປາວານທີ່ຊ່ວຍຊີວິດໄວ້ໄດ້ ເຈົ້າໜ້າທີ່ໄດ້ນຳໄປປ່ອຍລົງສູ່ທະເລເປັນທີ່ຮຽບຮ້ອຍແລ້ວ ແຕ່ໜ້າເສຍດາຍ ປາວານອີກ 350 ໂຕ ເຈົ້າໜ້າທີ່ບໍ່ສາມາດຊ່ວຍຊີວິດຂອງພວກມັນໄວ້ໄດ້.

ທ່ານ ດຣ. ຄຣິສ ຄາຢອນ ຜູ້ຊ່ຽວຊານດ້ານຊີວະວິທະຍາຈາກໂຄງການອະນຸຮັກສັດທະເລ ກ່າວວ່າ: ການຊ່ວຍເຫຼືອຊີວິດປາວານໄວ້ໄດ້ເຖິງ 108 ໂຕ ຖືວ່າເປັນຄວາມສຳເລັດທີ່ສຳຄັນ ພາຍຫຼັງທີ່ທີມກູ້ໄພໄດ້ໃຊ້ຄວາມພະຍາຍາມຢ່າງໜັກ ຕະຫຼອດ 5 ວັນຜ່ານມາ.

ປາກົດການປາວານເກີຍຕື້ນຄັ້ງນີ້ ຖືວ່າມີຈຳນວນຫຼາຍທີ່ສຸດເທົ່າທີ່ເຄີຍມີມາ ໂດຍຂະນະນີ້ອ່າວທີ່ຢູ່ທາງຕາເວັນຕົກຂອງເກາະແທັສເມເນຍ ບໍ່ມີປາວານທີ່ຍັງມີຊີວິດຫຼົງເຫຼືອຢູ່ແລ້ວ. ບັນຫາຂະນະນີ້ກໍຄືການຈັດການກັບຊາກປາວານທີ່ມີຈຳນວນຫຼວງຫຼາຍຢູ່ໃນທະເລ ໂດຍທາງການອົສຕຣາລີໄດ້ຮຽກຮ້ອງໃຫ້ປະຊາຊົນໃນພື້ນທີ່ໃກ້ຄຽງຫຼີກລຽງໄປບໍລິເວນທີ່ເຈົ້າໜ້າທີ່ເກັບ ແລະ ຈັດການກັບຊາກປາວານດັ່ງກ່າວ.