ຫົວເຫວີຍເລັ່ງການຫັນປ່ຽນ APAC ແບບດິຈິຕອນດ້ວຍເຕັກໂນໂລຊີ

129

ໃນວັນທີ 25 ກັນຍາຜ່ານມາໃນງານ HUAWEI CONNECT ປະຈຳປີທີ່ຊຽງໄຮ້ ປະເທດຈີນ ໄດ້ເປີດເຜີຍການປ່ຽນແປງໃໝ່ສຳລັບການຫັນເປັນອຸດສາຫະກຳດິຈິຕອນ ໂດຍມີຈຸດປະສົງໃນການພັດທະນາລະບົບນິເວດວິທະຍາທີ່ເຂັ້ມແຂງ ແລະ ວິທີແກ້ໄຂສະຖານະການທີ່ສະເພາະສຳລັບສັງຄົມທີ່ສະຫຼາດໃນອະນາຄົດທົ່ວພາກພື້ນອາຊີປາຊີຟິກ.

ອີງຕາມບໍລິສັດເຕັກໂນໂລຊີຊັ້ນນຳຂອງໂລກ, ມີລະບົບນິເວດດິຈິຕອນທີ່ສ້າງ ແລະ ແບ່ງປັນຄຸນຄ່າໃຫ້ແກ່ອຸດສາຫະກຳ ໂດຍມີຄວາມເປັນເອກະພາບກັນໃນການເຊື່ອມຕໍ່ຄອມພິວເຕີ, Cloud, AI ແລະ ໂປຣແກຣມອຸດສາຫະກຳຕ່າງໆ.

“ ໃນປີ 2020 ຍ້ອນວ່າ 5G ໄດ້ຖືກຂະຫຍາຍອອກໄປໃນຂອບເຂດທົ່ວໂລກ, ການເຊື່ອມຕໍ່ Cloud, AI, ຄອມພິວເຕີ ແລະ ການນຳໃຊ້ອຸດສາຫະກຳໄດ້ເຂົ້າມາຮ່ວມກັນເພື່ອສ້າງໂອກາດທີ່ບໍ່ເຄີຍມີມາກ່ອນໃນການຫັນເປັນດິຈິຕອນຂອງອາຊີປາຊີຟິກ ”, ທ່ານ Jay Chen ຮອງປະທານ ບໍລິສັດ Huawei Asia Pacific ກ່າວ: “ ການສົມທົບກັນຂອງຫ້າອານາເຂດດ້ານເຕັກໂນໂລຊີຈະປ່ຽນແປງທຸກໆອຸດສາຫະກຳ ບໍ່ວ່າຈະເປັນການຂົນສົ່ງ, ການເງິນ ຫຼື ພະລັງງານ ແລະ ສ້າງຄຸນຄ່າໃໝ່ໃຫ້ແກ່ພາກພື້ນຂອງພວກເຮົາ ”.

ອີງຕາມບົດແນະນຳກ່ຽວກັບການໃຊ້ຈ່າຍໃນການປ່ຽນແປງດິຈິຕອລຂອງ IDC ໃນທົ່ວໂລກ, ການໃຊ້ຈ່າຍໃນອາຊີປາຊີຟິກສຳລັບການຫັນເປັນດິຈິຕອນໃນປີ 2019 ແມ່ນຫຼາຍກວ່າ 380 ຕື້ໂດລາສະຫະລັດ ເຊິ່ງຄາດວ່າອັດຕາການຂະຫຍາຍຕົວຂອງການປະກອບການປະຈຳປີ ແຕ່ປີ 2017 ຫາ 2022 ແມ່ນ 17,4%.

“ APAC ແມ່ນພື້ນຖານເສດຖະກິດທີ່ເຕີບໂຕໄວທີ່ສຸດຂອງໂລກ, 60% ຂອງປະຊາກອນໂລກ ແລະ ປະມານ 50% ຂອງຜູ້ຊົມໃຊ້ອິນເຕີເນັດທົ່ວໂລກ, ພາກພື້ນຂອງພວກເຮົາບໍ່ພຽງແຕ່ນຳໜ້ານະວັດຕະກຳດິຈິຕອນຂອງໂລກເທົ່ານັ້ນ ແຕ່ຍັງມີໂອກາດທີ່ດີທີ່ຈະກ້າວໄປສູ່ຄວາມເປັນເອກະພາບກັນຂອງເຕັກໂນໂລຊີໃໝ່ເຫຼົ່ານີ້ ”, ທ່ານ Jay Chen ກ່າວ.

ໂດຍຮັບຮູ້ເຖິງຄວາມສຳຄັນຂອງການຫັນປ່ຽນດິຈິຕອນ, ຫົວເຫວີຍໄດ້ເສີມຂະຫຍາຍການປູກຝັງລະບົບນິເວດໃນອາຊີປາຊີຟິກຢ່າງຕໍ່ເນື່ອງດ້ວຍຫຼາຍໆໂປຣແກຣມ.

ໃນກອງປະຊຸມປຶກສາຫາລືລະດັບສູງຂອງອາຊີປາຊີຟິກໃນວັນສຸກ, ຫົວເຫວີຍ ໄດ້ເປີດເຜີຍວ່າ: ໂຄງການ APAC Ascend Partner ແມ່ນເພື່ອແນໃສ່ສ້າງລະບົບນິເວດ AI ທີ່ມີຫົວຄິດປະດິດສ້າງ ແລະ ຍືນຍົງ, ໄດ້ບັນລຸການເປັນຄູ່ຄ້າ ISV 100+ ແລະ ໄດ້ເຊັນສັນຍາ MoU ກັບ 27 ສະຖາບັນການສຶກສາ ແລະ ສະມາຄົມລັດຖະບານໃນທົ່ວພາກພື້ນ.

ຈາກໂປຣແກຣມ Spark ສຳລັບການເລີ່ມຕົ້ນດ້ານເຕັກໂນໂລຊີ, ໂຄງການ Brilliant Plan ເຊື່ອມຕໍ່ກັບບໍລິສັດອິນເຕີເນັດ ແລະ ໂທລະຄົມມະນາຄົມທົ່ວໂລກກັບສູນນະວັດຕະກໍາ 5G. ຫົວເຫວີຍໄດ້ສ້າງເຄືອຂ່າຍເພື່ອສະໜັບສະໜູນລະບົບນິເວດໃນທົ່ວ 5 ອານາເຂດເຕັກໂນໂລຊີໃນ APAC.

ເພື່ອແກ້ໄຂສິ່ງທ້າທາຍດ້ານກຳລັງແຮງງານ, ຫົວເຫວີຍໄດ້ເປີດຕົວຫຼາຍຂໍ້ລິເລີ່ມຕະຫຼອດຮອດ APAC ລວມທັງໂຮງຮຽນຫົວເຫວີຍອາຊຽນໃນປະເທດມາເລເຊຍ ແລະ ໂຮງຮຽນ AI ຢູ່ສິງກະໂປ ເພື່ອສະໜອງດ້ານຄວາມຮູ້ ແລະ ຝຶກອົບຮົມໃຫ້ແກ່ຜູ້ທີ່ມີພອນສະຫວັນດ້ານໄອຊີທີ. ມາຮອດປັດຈຸບັນ ບໍລິສັດ ຫົວເຫວີຍ ມີໂຮງຮຽນໄອຊີທີຫຼາຍກວ່າ 103 ແຫ່ງໃນພາກພື້ນ, ໃນງານດັ່ງກ່າວ ທ່ານ Jay Chen ໄດ້ເປີດເຜີຍວ່າບໍລິສັດເຕັກໂນໂລຊີ ມີຈຸດປະສົງເພື່ອພັດທະນາຜູ້ຊ່ຽວຊານດ້ານໄອຊີທີຢ່າງໜ້ອຍ 2 ແສນຄົນ ໃນໄລຍະ 5 ປີຂ້າງໜ້າ ໂດຍຜ່ານແຜນງານ APAC.

ໃນໄລຍະຕໍ່ໄປ ຫົວເຫວີຍ ຈະຮ່ວມມືກັບບັນດາຄູ່ລູກຄ້າໃນການນຳໃຊ້ເຕັກໂນໂລຊີໄອຊີທີໃໝ່ເຂົ້າໃນອຸດສາຫະກຳ, ຊ່ວຍໃຫ້ວິສາຫະກິດເຕີບໃຫຍ່ ແລະ ຊ່ວຍລັດຖະບານບັນລຸເປົ້າໝາຍຍຸດທະສາດຂອງພວກເຂົາໃນການຊຸກຍູ້ອຸດສາຫະກຳພາຍໃນປະເທດ, ໃຫ້ຜົນປະໂຫຍດແກ່ຜູ້ມີສ່ວນປະກອບ ແລະ ປັບປຸງການປົກຄອງໂດຍລວມ.

“ ບໍລິສັດ Huawei ເຊື່ອວ່າການສົມທົບກັນຂ້າມ 5 ອານາເຂດເຕັກໂນໂລຊີເຫຼົ່ານີ້ ຈະບໍ່ພຽງແຕ່ເປັນໂອກາດຂອງຫົວເຫວີຍເທົ່ານັ້ນ ແຕ່ທີ່ສຳຄັນໄປກວ່ານັ້ນພວກເຂົາຈະນຳສະເໜີໂອກາດໃຫ້ແກ່ຂະແໜງການທັງໝົດ, ຫົວເຫວີຍຫວັງວ່າຈະສາມາດເຕີບໂຕຮ່ວມກັບຄູ່ຄ້າຂອງພວກເຮົາ ເຮັດໃຫ້ທຸກຄົນສາມາດເກັບກ່ຽວຜົນປະໂຫຍດຈາກລະບົບຕ່ອງໂສ້ມູນຄ່າໃໝ່ ”, ທ່ານ Jay Chen ກ່າວ.