Monthly Archives: September, 2020

ລັດແຄລິຟໍເນຍ ຈະຫ້າມຂາຍລົດໃຊ້ນ້ຳມັນໃນປີ 2035

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອີກ 15 ປີຂ້າງໜ້າ ລັດແຄລິຟໍເນຍ ສະຫະລັດອາເມຣິກາ ຈະບໍ່ມີຂາຍລົດໃຫຍ່ທີ່ໃຊ້ນ້ຳມັນເຊື້ອໄຟເປັນຕົວຂັບເຄື່ອນຫຼັກ ເພື່ອໃຫ້ລັດດັ່ງກ່າວບັນລຸເປົ້າໝາຍບໍ່ມີການປ່ອຍອາຍພິດເຮືອນແກ້ວໃນປີ 2035 ເພື່ອຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ແລະ ບັນຫາໝອກຄວັນ. ທັງນີ້, ການຄົມມະນາຄົມຂົນສົ່ງທາງບົກເປັນຕົ້ນເຫດທີ່ກໍ່ໃຫ້ເກີດມົນລະພິດທາງອາກາດຫຼາຍກວ່າເຄິ່ງໜຶ່ງຂອງລັດແຄລິຟໍເນຍ. ນອກຈາກນີ້, ຍັງມີຫຼາຍພື້ນທີ່ຂອງລັດແຄລິຟໍເນຍ ກໍໄດ້ຮັບຜົນກະທົບຈາກການປ່ຽນແປງຫຼາຍທີ່ສຸດໃນສະຫະລັດ. ທ່ານ ກາວິນ ນິວຊອມ ຜູ້ວ່າການລັດແຄລິຟໍເນຍ ກ່າວວ່າ: ຫຼາຍທົດສະວັດຜ່ານມາພວກເຮົາໄດ້ປະປ່ອຍໃຫ້ລົດຍົນປ່ອຍຄວັນພິດຂຶ້ນສູ່ອາກາດ ເຊິ່ງສົ່ງຜົນກະທົບທາງລົບຕໍ່ການດຳລົງຊີວິດຂອງລູກຫຼານຂອງພວກເຮົາ. ນອກຈາກນີ້, ສະພາບດິນຟ້າອາກາດກໍປ່ຽນແປງໄປ,...

ຫ້າມນໍາສິ່ງເຫຼົ່ານີ້ປະໄວ້ໃນລົດ

ປັດຈຸບັນຝົນເລີ່ມຢຸດຕົກແດ່ແລ້ວ ສິ່ງທີ່ຕາມມາແມ່ນສະພາບອາກາດທີ່ຮ້ອນອົບເອົ້າໃນຕອນກາງເວັນ ເວົ້າສະເພາະການຈອດລົດຕາກແດດ ເປັນເຫດເຮັດໃຫ້ອຸນຫະພູມໃນລົດເພີ່ມຂຶ້ນ, ສະນັ້ນສິ່ງທີ່ຫ້າມປະສິ່ງຂອງໄວ້ໃນລົດໃນເມື່ອລົດຕາກແດດດົນໆ ເຊິ່ງມັນຈະສົ່ງຜົນກະທົບຕໍ່ລົດຂອງທ່ານໃນກໍລະນີຮ້າຍແຮງ ອາດເຮັດໃຫ້ໄຟໄໝ້ລົດໄດ້. ສະນັ້ນ, ຄໍລໍ້າລົດມື້ນີ້ຈະນໍາສະເໜີສິ່ງທີ່ຫ້າມປະໄວ້ໃນລົດມີຫຍັງແດ່ມາຮູ້ຈັກນຳກັນເລີຍ: ກັບໄຟແຊັດ: ເພາະຖ້າຖືກແສງແດດເປັນເວລາດົນນານອາດເກີດການລະເບີດ ສ່ຽງຕໍ່ການເກີດໄຟລຸກໄໝ້ໄດ້. ກະປ໋ອງສະເປຕ່າງໆ: ເພາະຄວາມຮ້ອນຈະເຮັດໃຫ້ວັດສະດຸທີ່ເປັນສານເຄມີ ແລະ ແກ໊ສໃນກະປ໋ອງຂະຫຍາຍຕົວ ແລະ ເກີດລະເບີດຂຶ້ນໄດ້. ອຸປະກອນທີ່ມີແບັດເຕີຣີ: ເປັນຕົ້ນແມ່ນໂທລະສັບ, ພາວເວີແບັງ, ໂນດບຸ໊ກ ເພາະສານລີຊຽມໃນແບັດເຕີລີເປັນໂລຫະທີ່ໄວຕໍ່ປະຕິກິລິຍາທາງເຄມີ ເມື່ອໄດ້ຮັບຄວາມຮ້ອນອາດເຮັດໃຫ້ເກີດການລັດວົງຈອນ ແລະ ລະເບີດຂຶ້ນ. ກວດນໍ້າດື່ມທີ່ມີນໍ້າເຕັມ: ບໍ່ຄວນວາງໄວ້ໃນຄອນໂຊນໜ້າລົດ...

ເຟດ – ລັດຖະບານ ເຫັນດີນຳໃຊ້ເງິນກອງທຶນໂຄວິດຊ່ວຍພາກທຸລະກິດ

ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ແລະ ລັດຖະມົນຕີກະຊວງການເງິນສະຫະລັດ ອາເມຣິກາ ໄດ້ເຂົ້າລາຍງານຕໍ່ກຳມາທິການການເງິນຂອງວຸດທິສະພາສະຫະລັດ ໃນການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດໂຄວິດ - 19. ທ່ານ ໂຣເຈີ ພາວເວລ ປະທານ ເຟດ ກ່າວວ່າ: ຂະນະນີ້ຍັງມີເງິນຈຳນວນຫຼາຍແສນລ້ານໂດລາສະຫະລັດໃນກອງທຶນຊ່ວຍເຫຼືອຜົນກະທົບຈາກພະຍາດໂຄວິດ - 19 ເຊິ່ງມີວົງເງິນປະມານ 230 ຕື້ໂດລາສະຫະລັດ ໂດຍເຟດ ແລະ...

ເທສລາ ຍື່ນຟ້ອງລັດຖະບານອາເມຣິກາກໍລະນີເກັບພາສີນຳເຂົ້າຊິ້ນສ່ວນຈາກຈີນ

ສຳນັກຂ່າວບລູມເບີກ ລາຍງານວ່າ: ບໍລິສັດເທສລາ ຜູ້ຜະລິດລົດໄຟຟ້າລາຍໃຫຍ່ໄດ້ຍື່ນຟ້ອງລັດຖະບານສະຫະລັດອາເມຣິກາຕໍ່ສານການຄ້າສາກົນໃນນະຄອນນິວຢອກ ສະຫະລັດອາເມຣິກາ ເພື່ອບໍ່ໃຫ້ລັດຖະບານເກັບພາສີນຳເຂົ້າຊິ້ນສ່ວນລົດຈາກ ສປ ຈີນ ໃນອັດຕາ 25% ໂດຍມີ ທ່ານ ໂຣເບີດ ໄລຮາຍເຊີ ເຈົ້າໜ້າທີ່ການຄ້າລະດັບສູງຂອງສະຫະລັດເປັນຈຳເລີຍໃນຄະດີນີ້. ເທສລາ ລະບຸວ່າ: ທ່ານ ໄລຮາຍເຊີ ເປັນໜຶ່ງໃນຄະນະເຮັດວຽກຂອງລັດຖະບານສະຫະລັດ ພາຍໃຕ້ການນຳຂອງປະທານາທິບໍດີ ໂດນັລ ທຣຳ ທີ່ຍູ້ດັນໃຫ້ເກັບພາສີນຳເຂົ້າຊິ້ນສ່ວນປະກອບລົດຈາກ ສປ...

ຫຼາຍແຂວງຂຸ້ນຂ້ຽວ ກຽມທີມຮ່ວມຊີງໄຊບານເຕະທົ່ວປະເທດ ຕ້ອນຮັບວັນຊາດ

ມາຮອດປັດຈຸບັນ ຫຼາຍໆແຂວງເລີ່ມມີການເຄື່ອນໄຫວຈັດການແຂ່ງຂັນ, ຝຶກຊ້ອມ ແລະ ຄັດເລືອກນັກກີລາ ເພື່ອກຽມຄວາມພ້ອມກຽມເຂົ້າຮ່ວມການແຂ່ງຂັນບານເຕະລາຍການໃຫຍ່ລະດັບປະເທດຄື ບານເຕະທົ່ວປະເທດ ຕ້ອນວັນຊາດທີ 2 ທັນວາຄົບຮອບ 45 ປີຢ່າງຍິ່ງໃຫຍ່ ທັງປະເພດຍິງ ແລະ ປະເພດຊາຍ. ລາຍການນີ້ຖືເປັນລາຍການທໍາອິດທີ່ ສະຫະພັນບານເຕະແຫ່ງຊາດລາວ ຈັດຂຶ້ນເພື່ອເປີດໂອກາດໃຫ້ທີມແຕ່ລະແຂວງເຂົ້າຮ່ວມຊີງໄຊ ແລະ ເປັນເວທີໃຫ້ກັບນັກກີລາຕ່າງແຂວງຫຼາຍຂຶ້ນ ທັງທີມຍິງ ແລະ ທີມຊາຍ ກ່ອນໜ້ານີ້ ທ່ານ ວີເພັດ...

ຊົມເຊີຍ! ກາເຟ ບໍລະເວນ ແລະ ຊາປາກຊ່ອງ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ

ໃນວັນທີ 25 ກັນຍາ 2020 ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບຮັບໃບຢັ້ງຢືນຖິ່ນກຳເນີດ ເລກທີ LA/GI/03 ໃຫ້ແກ່ສະມາຄົມ ກາເຟບໍລະເວນ ແລະ ໃບຢັ້ງຢືນຖິ່ນກຳເນີດເລກທີ LA/GI /04, ລົງວັນທີ 14 ກັນຍາ...

ຈະລາຈອນສະຫວັນນະເຂດເຂັ້ມງວດ ລົງເຜີຍແຜ່ລະບຽບການສັນຈອນແກ່ປະຊາຊົນ

ໃນຕອນເຊົ້າວັນທີ 23 ກັນຍາ 2020 ທີ່ຜ່ານມາ ທາງພະແນກຈາລະຈອນແຂວງສະຫວັນນະເຂດໄດ້ສົມທົບກັບຕໍາຫຼວດຈາລະຈອນເມືອງເຊໂປນ, ໄດ້ສ້າງຂະບວນການໂຄສະນາລະບຽບການສັນຈອນເພື່ອຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ, ນຳໂດຍ ທ່ານ ພັນໂທ ປະລິນຍາໂທ ພອນທະວົງ ໄຊຍະສິດ ຮອງພະແນກຈາລະຈອນແຂວງສະຫວັນນະເຂດໄດ້ນຳພາທີມງານຈາລະຈອນແຂວງ ແລະ ຈາລະຈອນເມືອງລົງໂຄສະນາລະບຽບການສັນຈອນເພື່ອຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ. ຈຸດປະສົງໃນການລົງໂຄສະນາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ທຸກພາກສ່ວນຢູ່ໃນສັງຄົມບໍ່ວ່າຈະເປັນພາກສ່ວນລັດ, ພາກສ່ວນເອກະຊົນພົນລະເມືອງລາວ,ຊາວຕ່າງປະເທດທຸກທົ່ວໜ້າທີ່ມາດຳລົງຊີວິດຢູ່ໃນແຂວງສະຫວັນນະເຂດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການເກີດອຸບັດເຫດ, ເປັນເຈົ້າການນໍາກັນໃນການໂຄສະນາເຜີຍແຜ່ກ່ຽວກັບກົດລະບຽບໃນການສັນຈອນ ແລະ ກົດໝານຈາລະຈອນທາງບົກ, ເພື່ອເຮັດໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດໃຊ້ຖະໜົນທັງຫຼາຍໄດ້ຮັບຮູ້,...

ຈົງ ຊານຊານ ຂຶ້ນເປັນເສດຖີອັນດັບ 1 ຂອງ ສປ ຈີນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຈົງ ຊານຊານ ເຈົ້າຂອງທຸລະກິດນ້ຳດື່ມ ແລະ ຜະລິດຕະພັນເຄື່ອງດື່ມລາຍໃຫຍ່ຂອງ ສປ ຈີນ ໄດ້ກ້າວຂຶ້ນເປັນມະຫາເສດຖີອັນດັບ 1 ຄົນໃໝ່ຂອງ ສປ ຈີນ ແຊງ ທ່ານ ແຈັກ ມ່າ ທີ່ຄອງຕຳແໜ່ງນີ້ມາເປັນເວລາຫຼາຍປີ. ທ່ານ ຈົງ ຊານຊານ ຜູ້ສ້າງຕັ້ງບໍລິສັດ ໜອງຟູ່ ສະປິ້ງ...

ເຂື່ອນໄຟຟ້ານ້ຳຕົກເຊລະນອງ 1 ເລີ່ມກັກເກັບນ້ຳແລ້ວ

ເຂື່ອນໄຟຟ້ານໍ້າຕົກເຊລະນອງ 1 ສະຫວັນນະເຂດ ມີກຳລັງຕິດຕັ້ງທັງໝົດ 70 ເມກາວັດ, ສາມາດຜະລິດພະລັງງານໄດ້ 268,23 ກິກກາວັດໂມງຕໍ່ປີ, ປັດຈຸບັນການກໍ່ສ້າງສໍາເລັດ ແລະ ເລີ່ມກັກເກັບນໍ້າແລ້ວ. ວັນທີ 22 ກັນຍາ 2020 ທ່ານ Zheng Bro Rong ຫົວໜ້າໂຄງການເຂື່ອນໄຟຟ້າເຊລະນອງ 1 ພ້ອມດ້ວຍພະນັກງານ - ກຳມະກອນປະຈຳໂຄງການ...

ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ” ເຮືອນຂອງຂ້ອຍ ” ຈະຊ່ວຍສົ່ງເສີມການຮຽນຮູ້ ແລະ ສ້າງພັດທະນາການຂອງເດັກ

ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນທີ່ມີຊື່ວ່າ “ ເຮືອນຂອງຂ້ອຍ ” ຫຼື My House ຈະເຮັດໃຫ້ເດັກໄດ້ຮຽນຮູ້ທັກສະໃນການຢູ່ຢ່າງປອດໄພ ແລະ ມີສຸຂະພາບແຂງແຮງໃນໄລຍະທີ່ມີການລະບາດຂອງພະຍາດ. ພ້ອມດຽວກັນນັ້ນສ້າງພັດທະນາການໃຫ້ເດັກ. ວັນທີ 25 ກັນຍາ 2020 ນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກີລາ, ກະຊວງຖະແຫຼງຂ່າ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ...
- Advertisment -
Slide
Slide

Most Read

error: Content is protected !!