ຈົງ ຊານຊານ ຂຶ້ນເປັນເສດຖີອັນດັບ 1 ຂອງ ສປ ຈີນ

160

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຈົງ ຊານຊານ ເຈົ້າຂອງທຸລະກິດນ້ຳດື່ມ ແລະ ຜະລິດຕະພັນເຄື່ອງດື່ມລາຍໃຫຍ່ຂອງ ສປ ຈີນ ໄດ້ກ້າວຂຶ້ນເປັນມະຫາເສດຖີອັນດັບ 1 ຄົນໃໝ່ຂອງ ສປ ຈີນ ແຊງ ທ່ານ ແຈັກ ມ່າ ທີ່ຄອງຕຳແໜ່ງນີ້ມາເປັນເວລາຫຼາຍປີ.

ທ່ານ ຈົງ ຊານຊານ ຜູ້ສ້າງຕັ້ງບໍລິສັດ ໜອງຟູ່ ສະປິ້ງ ( Nongfu Spring ) ຜູ້ຜະລິດນໍ້າດື່ມ ແລະ ຜະລິດຕະພັນເຄື່ອງດື່ມລາຍໃຫຍ່ຂອງ ສປ ຈີນ ໄດ້ກາຍເປັນມະຫາເສດຖີອັນດັບ 1 ຂອງ ສປ ຈີນ ຈາກການສຳຫຼວດຂອງວາລະສານ ຟອບ ( Forbes ) ລະບຸວ່າ: ນັບມາຮອດວັນທີ 24 ກັນຍານີ້ ຈົງ ຊານຊານ ມີມູນຄ່າຊັບສິນປະມານ 57,2 ຕື້ໂດລາສະຫະລັດ ແຊງໜ້າທັງ ໂພນີ ໝ່າ ປະທານບໍລິສັດເທນເຊັນ ແລະ ແຈັກ ມ່າ ປະທານບໍລິສັດອາລີບາບາ ເຊິ່ງມີມູນຄ່າ 56,3 ຕື້ໂດລາສະຫະລັດ ແລະ 50,4 ຕື້ໂດລາສະຫະລັດ ຕາມລຳດັບ.

ນອກຈາກນີ້, ມະຫາເສດຖີອັນດັບ 1 ຂອງຈີນ ຍັງເປັນບຸກຄົນທີ່ຮັ່ງມີທີ່ສຸດ ອັນດັບທີ 17 ຂອງໂລກ ຕໍ່ຈາກຜູ້ຮ່ວມກໍ່ຕັ້ງ Google ແລລີ ເພຈ ແລະ ເຊີເກ ບຣິນ.

ຈົງ ຊານຊານ ຖືກຫຸ້ນບໍລິສັດໜອງຟູ່ 84,4% ເຊິ່ງຫຼັງຈາກເປີດຂາຍຫຸ້ນຕໍ່ສາທາລະນະຄັ້ງທຳອິດ IPO ໃນຕະຫຼາດຫຼັກຊັບຮົງກົງ ເມື່ອວັນທີ 8 ກັນຍາຜ່ານມາ ສາມາດລະດົມທຶນໄດ້ສູງເຖິງ 1.100 ລ້ານໂດລາສະຫະລັດ, ນັບວ່າເປັນໜຶ່ງໃນການສະເໜີຂາຍ IPO ທີ່ມີມູນຄ່າສູງທີ່ສຸດໃນຕະຫຼາດຫຼັກຊັບຮົງກົງໃນປີນີ້, ຫຼັງຈາກນັ້ນຫຸ້ນຂອງບໍລິສັດເພີ່ມຂຶ້ນຕໍ່ເນື່ອງຈົນເຖິງ 77%.

ນອກຈາກຖືຫຸ້ນໃນບໍລິສັດນ້ຳດື່ມແລ້ວ ລາວຍັງຖືຫຸ້ນໃນບໍລິສັດ Wantai Biological ເຊິ່ງເປັນບໍລິສັດເວດສະພັນ ແລະ ເປັນໜຶ່ງໃນບໍລິສັດຂອງຈີນທີ່ກຳລັງພັດທະນາວັກແຊັງຕ້ານໂຄວິດ – 19 ເຊິ່ງບໍລິສັດດັ່ງກ່າວນີ້ໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບຊຽງໄຮ້ ເມື່ອເດືອນເມສາຜ່ານມາ.