ລັດແຄລິຟໍເນຍ ຈະຫ້າມຂາຍລົດໃຊ້ນ້ຳມັນໃນປີ 2035

138

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອີກ 15 ປີຂ້າງໜ້າ ລັດແຄລິຟໍເນຍ ສະຫະລັດອາເມຣິກາ ຈະບໍ່ມີຂາຍລົດໃຫຍ່ທີ່ໃຊ້ນ້ຳມັນເຊື້ອໄຟເປັນຕົວຂັບເຄື່ອນຫຼັກ ເພື່ອໃຫ້ລັດດັ່ງກ່າວບັນລຸເປົ້າໝາຍບໍ່ມີການປ່ອຍອາຍພິດເຮືອນແກ້ວໃນປີ 2035 ເພື່ອຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ ແລະ ບັນຫາໝອກຄວັນ.

ທັງນີ້, ການຄົມມະນາຄົມຂົນສົ່ງທາງບົກເປັນຕົ້ນເຫດທີ່ກໍ່ໃຫ້ເກີດມົນລະພິດທາງອາກາດຫຼາຍກວ່າເຄິ່ງໜຶ່ງຂອງລັດແຄລິຟໍເນຍ. ນອກຈາກນີ້, ຍັງມີຫຼາຍພື້ນທີ່ຂອງລັດແຄລິຟໍເນຍ ກໍໄດ້ຮັບຜົນກະທົບຈາກການປ່ຽນແປງຫຼາຍທີ່ສຸດໃນສະຫະລັດ.

ທ່ານ ກາວິນ ນິວຊອມ ຜູ້ວ່າການລັດແຄລິຟໍເນຍ ກ່າວວ່າ: ຫຼາຍທົດສະວັດຜ່ານມາພວກເຮົາໄດ້ປະປ່ອຍໃຫ້ລົດຍົນປ່ອຍຄວັນພິດຂຶ້ນສູ່ອາກາດ ເຊິ່ງສົ່ງຜົນກະທົບທາງລົບຕໍ່ການດຳລົງຊີວິດຂອງລູກຫຼານຂອງພວກເຮົາ. ນອກຈາກນີ້, ສະພາບດິນຟ້າອາກາດກໍປ່ຽນແປງໄປ, ເກີດມີໄຟໄໝ້ລາມປ່າຢ່າງຮ້າຍແຮງຈົນເຮັດໃຫ້ເກີດມີໝອກຄວັນປົກຄຸມເປັນບໍລິເວນກວ້າງ ເຊິ່ງທັງໝົດນັ້ນກວ່າເຄິ່ງໜຶ່ງອາດເກີດຈາກຄວັນລົດ ເຊິ່ງບໍ່ຄວນໃຫ້ເກີດຂຶ້ນ.

ຄຳປະກາດດັ່ງກ່າວ, ເປັນ ຄວາມພະຍາຍາມຂອງລັດແຄລິຟໍເນຍ ທີ່ບໍ່ໃຫ້ປະຊາຊົນນຳໃຊ້ລົດທີ່ໃຊ້ນ້ຳມັນ ເພື່ອຫຼຸດການປ່ອຍອາຍພິດຂຶ້ນສູ່ອາກາດ.